Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:2 - ພຣະຄຳພີສັກສິ

2 ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:2
15 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ເຊເດກີຢາ​ກໍໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ດັ່ງນັ້ນ ເນບູ​ກາດເນັດຊາ​ຈຶ່ງ​ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ທີ​ສິບ ເດືອນ​ສິບ ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ. ພວກເຂົາ​ໄດ້​ຕັ້ງ​ຄ້າຍ​ຕາມ​ນອກເມືອງ ແລະ​ກໍ່ສ້າງ​ກຳແພງ​ປິດລ້ອມ​ເມືອງ​ໄວ້.


ປາລານ​ລູກຊາຍ​ຂອງ​ອູໄຊ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ໂດຍ​ເລີ່ມ​ທີ່​ແຈ​ຂອງ​ກຳແພງ ແລະ​ຫໍຄອຍ​ຊັ້ນເທິງ​ຂອງ​ວັງ ແລະ​ໃກ້​ກັບ​ເດີ່ນ​ຫຍ້າ; ເປດາອີຢາ​ລູກຊາຍ​ຂອງ​ປາຣົດ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ຈຸດໜຶ່ງ​ຢູ່​ທາງດ້ານ​ຕາເວັນອອກ ຊຶ່ງ​ຢູ່​ໃກ້​ກັບ​ປະຕູ​ນໍ້າ​ແລະ​ຫໍຄອຍ​ເຝົ້າຍາມ​ຂອງ​ພຣະວິຫານ. (ບ່ອນ​ນີ້​ຢູ່​ໃກ້​ກັບ​ສ່ວນ​ໜຶ່ງ​ໃນ​ເມືອງ​ທີ່​ເອີ້ນ​ວ່າ​ໂອເຟນ ບ່ອນ​ທີ່​ພວກ​ກຳມະກອນ​ເຮັດ​ວຽກ​ໃນ​ພຣະວິຫານ​ອາໄສ​ຢູ່.)


ພຣະອົງ​ໄດ້​ເຮັດ​ໃຫ້​ໝູ່ເພື່ອນ​ຜູ້​ໃກ້ຊິດ​ຂອງ​ຂ້ານ້ອຍ​ປະຖິ້ມ​ຂ້ານ້ອຍ​ໄປ ຂ້ານ້ອຍ​ຖືກ​ພວກເຂົາ​ກຽດຊັງ ແລະ​ຖືກ​ຂັງ​ໄວ້​ຈົນ​ໜີໄປ​ບໍ່ໄດ້


ກະສັດ​ເຊເດກີຢາ​ໄດ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ທີ່ນັ້ນ ແລະ​ກ່າວຫາ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ທຳນວາຍ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ກຳລັງ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ຢຶດເອົາ​ນະຄອນ​ນີ້


ແລ້ວ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ຮານາເມນ​ກໍ​ມາ​ຫາ​ຂ້າພະເຈົ້າ​ທີ່​ບໍລິເວນ​ຣາຊວັງ ແລະ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ແທ້.


ໃນ​ຂະນະທີ່​ຂ້າພະເຈົ້າ​ຢູ່​ໃນ​ຄຸກ​ຂອງ​ບໍລິເວນ​ຣາຊວັງ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ​ວ່າ,


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.


ຕໍ່ມາ ຂ້າພະເຈົ້າ​ໄດ້​ແນະນຳ​ບາຣຸກ​ດັ່ງນີ້: “ຂ້ອຍ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ.


ພວກເຂົາ​ຈຶ່ງ​ຄຽດແຄ້ນ​ໃຫຍ່​ພ້ອມ​ທັງ​ຂ້ຽນຕີ​ຂ້າພະເຈົ້າ ແລະ​ກັກຂັງ​ຂ້າພະເຈົ້າ​ໄວ້​ໃນ​ເຮືອນ​ຂອງ​ໂຢນາທານ ເລຂາທິການ​ຂອງ​ກະສັດ ຊຶ່ງ​ບ່ອນ​ນີ້​ໄດ້​ຖືກ​ດັດແປງ​ໃຫ້​ເປັນ​ຄຸກ.


ສະນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ມີ​ຄຳສັ່ງ ໃຫ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ. ຂ້າພະເຈົ້າ​ໄດ້​ຢູ່​ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າ​ໄດ້​ຮັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ຈາກ​ໂຮງ​ເຮັດ​ເຂົ້າຈີ່​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ.


ໃນ​ຂະນະນັ້ນ ຂ້າພະເຈົ້າ​ບໍ່​ທັນ​ໄດ້​ຖືກ​ຄຸກ​ເທື່ອ ແລະ​ຍັງ​ເຄື່ອນໄຫວ​ໄປມາ​ໃນ​ທ່າມກາງ​ປະຊາຊົນ​ໄດ້.


ແລະ​ພວກເຂົາ​ກໍ​ດຶງ​ເອົາ​ຂ້າພະເຈົ້າ​ຂຶ້ນ​ມາ​ຈາກ​ນໍ້າສ້າງ. ຫລັງຈາກ​ນັ້ນ ຂ້າພະເຈົ້າ​ກໍໄດ້​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ອີກ​ຕໍ່ໄປ.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


ຈົ່ງ​ເປັນ​ສຸກ​ແລະ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ເພາະ​ພວກເຈົ້າ​ມີ​ບຳເໜັດ​ອັນ​ຍິ່ງໃຫຍ່​ໃນ​ສະຫວັນ​ແລ້ວ ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫັງ​ຢ່າງ​ດຽວກັນ​ນີ້​ແຫຼະ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka