Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:19 - ພຣະຄຳພີສັກສິ

19 ພຣະອົງ​ວາງແຜນ​ໄດ້​ດີເລີດ ແລະ​ເຮັດ​ສິ່ງ​ຕ່າງໆ​ດ້ວຍ​ຣິດອຳນາດ. ພຣະອົງ​ເຫັນ​ທຸກໆສິ່ງ​ທີ່​ມະນຸດ​ເຮັດ ແລະ​ພຣະອົງ​ໃຫ້​ບຳເໜັດ​ຕາມ​ການກະທຳ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:19
35 Jak'a apnaqawi uñst'ayäwi  

ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ແລະ​ຕັດສິນ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ. ຈົ່ງ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ​ຕາມ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ ແລະ​ປົດປ່ອຍ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ໄປ​ດ້ວຍ​ເທີ້ນ.


ສາຍຕາ​ຂອງ​ພຣະເຈົ້າຢາເວ​ໄດ້​ເຝົ້າເບິ່ງ​ທົ່ວໂລກນີ້​ທັງໝົດ ເພື່ອ​ໃຫ້​ກຳລັງ​ແກ່​ຜູ້​ທີ່​ມີ​ຈິດໃຈ​ສັດຊື່​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ; ສະນັ້ນ ຕັ້ງແຕ່​ບັດນີ້​ໄປ ທ່ານ​ຈະ​ເຮັດ​ເສິກ​ຢູ່​ບໍ່​ຂາດ.”


ພຣະອົງ​ໃຫ້​ບຳເໜັດ​ມະນຸດ​ໃນ​ສິ່ງ​ທີ່​ພວກເຂົາ​ກະທຳ​ ແລະ​ເຮັດ​ຕໍ່​ພວກເຂົາ ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.


ທີ່ຈິງ ພຣະອົງ​ເຝົ້າເບິ່ງ​ການກະທຳ​ຂອງ​ທຸກຄົນ ຂີດໝາຍ​ການ​ເດີນ​ໄປ​ຂອງ​ມະນຸດ​ທຸກ​ບາດກ້າວ.


ພາລະກິດ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ​ກໍ​ຍິ່ງໃຫຍ່​ຫລາຍ ທຸກຄົນ​ທີ່​ຊົມຊື່ນ​ຍິນດີ​ກໍ​ຢາກ​ເຂົ້າໃຈ​ໃນ​ການ​ກະທຳ​ນີ້.


ພຣະເຈົ້າຢາເວ​ເຝົ້າເບິ່ງ​ຄົນ​ຊອບທຳ ແລະ​ຟັງ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ,


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ ເພາະ​ພຣະອົງ​ເປັນ​ຜູ້​ປະທານ​ບຳເໜັດ​ລາງວັນ​ໃຫ້​ແກ່​ທຸກຄົນ ຕາມ​ຜົນ​ການກະທຳ​ຂອງ​ເຂົາເຈົ້າ.


ອັນ​ນີ້​ເປັນ​ສິ່ງ​ທີ່​ຄົນໂງ່​ບໍ່​ສາມາດ​ຮູ້ຈັກ ຄົນ​ເບົາປັນຍາ​ບໍ່​ສາມາດ​ເຂົ້າໃຈ​ໄດ້


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ພຣະເຈົ້າຢາເວ​ເຫັນ​ທຸກໆ​ສິ່ງ​ທີ່​ເຈົ້າ​ເຮັດ​ເດີ ບໍ່​ວ່າ​ເຈົ້າ​ໄປ​ທາງ​ໃດ​ພຣະອົງ​ກຳລັງ​ເຝົ້າເບິ່ງ​ຢູ່.


ເຮົາ​ມີ​ຄຳແນະນຳ​ທີ່​ດີ ແລະ​ສະຕິປັນຍາ​ທີ່​ຖືກຕ້ອງ ເຮົາ​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ກຳລັງ​ດ້ວຍ.


ພຣະເຈົ້າ​ຈະ​ຕັດສິນ​ທຸກສິ່ງ​ທີ່​ພວກເຮົາ​ເຮັດ ບໍ່​ວ່າ​ດີ​ຫລື​ຊົ່ວ ແມ່ນແຕ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ທີ່​ລັບລີ້​ດ້ວຍ.


ສະຕິປັນຍາ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ແຜນການ​ທີ່​ພຣະອົງ​ດຳເນີນ​ນັ້ນ​ສະຫລາດ ແລະ​ສຳເລັດຜົນ​ສະເໝີ.


ຜູ້ໃດ​ບອກ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ວ່າ​ຄວນ​ຈະ​ເຮັດ​ຫຍັງ? ຫລື​ສັ່ງສອນ​ພຣະອົງ ຫລື​ແນະນຳ​ພຣະອົງ​ໄດ້?


ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ຕາມ​ການກະທຳ​ຂອງ​ພວກເຂົາ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຕ່າງໆ​ທີ່​ຫ່າງໄກ​ກໍຕາມ.


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ເຮົາ​ເຫັນ​ທຸກໆ​ສິ່ງ​ທີ່​ພວກເຂົາ​ເຮັດ. ບໍ່ມີ​ສິ່ງໃດ​ປິດບັງ​ຈາກ​ເຮົາ​ໄປ​ໄດ້. ບາບ​ຂອງ​ພວກເຂົາ​ຫລົບຫລີກ​ຈາກ​ສາຍຕາ​ຂອງເຮົາ​ບໍ່ໄດ້​ດອກ.


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ແຕ່​ເຮົາ​ຈະ​ລົງໂທດ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຈູດ​ວັງ​ຂອງ​ເຈົ້າ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ເຮົາ​ຈະ​ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ປະເທດ​ທັງຫລາຍ​ແລະ​ບັນດາ​ກະສັດ​ຜູ້​ມີ​ອຳນາດ ຈະ​ເອົາ​ພວກເຂົາ​ໄປ​ເປັນ​ທາດຮັບໃຊ້.”’


ການ​ທີ່​ທ່ານ​ເຫັນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ​ນັ້ນ ກ້ອນຫີນ​ນັ້ນ​ໄດ້​ກະທົບ​ໃສ່​ກັບ​ຮູບ​ເຫຼັກ, ຮູບ​ທອງສຳຣິດ, ຮູບ​ດິນ, ຮູບ​ເງິນ​ແລະ​ຄຳ. ອັນ​ນີ້​ແມ່ນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ກຳລັງ​ບອກ​ໃຫ້​ພະຣາຊາ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ຂ້ານ້ອຍ​ໄດ້​ບອກ​ທ່ານ​ຖືກຕ້ອງ​ຕາມ​ທີ່​ທ່ານ​ໄດ້​ຝັນ ແລະ​ແກ້​ຄວາມຝັນ​ນັ້ນ​ແກ່​ທ່ານ​ຕາມ​ຄວາມຈິງ.”


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ພຣະອົງ​ໄດ້​ວາງ​ກົດ​ລົງໂທດ​ດິນແດນ​ຮັດຣັກ​ແລະ​ນະຄອນ​ດາມັສກັດ. ບໍ່ແມ່ນແຕ່​ເຜົ່າ​ທັງຫລາຍ​ໃນ​ຊາດ​ອິດສະຣາເອນ ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ; ແຕ່​ເມືອງເອກ​ຂອງ​ຊີເຣຍ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ແລະ​ຈະ​ໄດ້​ອອກ​ມາ ບັນດາ​ຜູ້​ທີ່​ເຮັດ​ການ​ດີ ກໍ​ຄືນ​ມາ​ສູ່​ຊີວິດ, ແຕ່​ບັນດາ​ຜູ້​ທີ່​ເຮັດ​ການ​ຊົ່ວ ກໍ​ຄືນ​ມາ​ສູ່​ການ​ພິພາກສາ.”


ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


“ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka