ເຢເຣມີຢາ 32:18 - ພຣະຄຳພີສັກສິ18 ພຣະອົງໄດ້ສະແດງຄວາມຮັກອັນໝັ້ນຄົງຕໍ່ຫລາຍພັນເຊັ່ນຄົນ ແຕ່ພຣະອົງກໍລົງໂທດປະຊາຊົນສຳລັບການບາບຂອງພໍ່ແມ່ຂອງພວກເຂົາດ້ວຍ. ພຣະອົງເປັນພຣະເຈົ້າອົງຍິ່ງໃຫຍ່ແລະຊົງຣິດເດດ; ຜູ້ມີນາມຊື່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. Uka jalj uñjjattʼäta |
ການທີ່ທ່ານເຫັນຫີນໃຫຍ່ກ້ອນໜຶ່ງ ແຕກອອກມາເອງຈາກໜ້າຜາໂດຍບໍ່ມີຜູ້ໃດເຮັດນັ້ນ ກ້ອນຫີນນັ້ນໄດ້ກະທົບໃສ່ກັບຮູບເຫຼັກ, ຮູບທອງສຳຣິດ, ຮູບດິນ, ຮູບເງິນແລະຄຳ. ອັນນີ້ແມ່ນພຣະເຈົ້າອົງຍິ່ງໃຫຍ່ກຳລັງບອກໃຫ້ພະຣາຊາຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຂ້ານ້ອຍໄດ້ບອກທ່ານຖືກຕ້ອງຕາມທີ່ທ່ານໄດ້ຝັນ ແລະແກ້ຄວາມຝັນນັ້ນແກ່ທ່ານຕາມຄວາມຈິງ.”
ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍຕັ້ງແຕ່ໃດໆມາ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ, ເປັນອົງບໍຣິສຸດ ແລະອົງເປັນຢູ່ສືບໄປເປັນນິດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ແລະພຣະຜູ້ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ; ພຣະອົງໄດ້ເລືອກເອົາພວກບາບີໂລນ ແລະໄດ້ເຮັດໃຫ້ພວກເຂົາແຂງແຮງ ເພື່ອວ່າພວກເຂົາຈະລົງໂທດພວກຂ້ານ້ອຍໄດ້.