Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:17 - ພຣະຄຳພີສັກສິ

17 “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:17
49 Jak'a apnaqawi uñst'ayäwi  

ມີ​ຫຍັງ​ແດ່​ຍາກ​ສຳລັບ​ພຣະເຈົ້າຢາເວ​ບໍ? ຕາມ​ທີ່​ເຮົາ​ບອກ​ເຈົ້າ​ແລ້ວ ໃນ​ລະຫວ່າງ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ​ອີກ​ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ.”


ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ເໜືອ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ທຸກ​ອານາຈັກ​ທົ່ວໂລກນີ້. ພຣະອົງ​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ເອລີຊາ​ກ່າວ​ຕໍ່ໄປ​ວ່າ, “ພຣະເຈົ້າຢາເວ​ກະທຳການ​ນີ້​ໄດ້​ຢ່າງ​ງ່າຍດາຍ ແລະ​ພຣະອົງ​ຈະ​ໃຫ້​ພວກທ່ານ​ຮົບ​ຊະນະ​ພວກ​ໂມອາບ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.


“ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ພຣະອົງ​ເຮັດ​ທຸກໆ​ສິ່ງ​ຕາມ​ໃຈ​ມັກ​ດ້ວຍ.


ພຣະອົງ​ດຳລົງ​ຢູ່​ສືບໆໄປ. ພຣະອົງ​ສ້າງ​ແຜ່ນດິນ​ໂລກ​ແຕ່​ດົນນານ​ແລ້ວ ແລະ​ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ​ດ້ວຍ​ມື​ຂອງ​ພຣະອົງ​ເອງ.


ດ້ວຍ​ມື​ອັນ​ຊົງຣິດ​ແລະ​ແຂນ​ທີ່​ຊົງຣິດອຳນາດ​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ໃນ​ຫົກ​ວັນ ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ, ທະເລ ແລະ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ແຕ່​ໃນ​ວັນ​ທີ​ເຈັດ​ໄດ້​ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ວັນ​ຊະບາໂຕ ແລະ​ຕັ້ງ​ໄວ້​ເປັນ​ວັນ​ສັກສິດ.


ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ ແລະ​ກາງ​ອອກ​ມາ ອອກແບບ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ; ພຣະອົງ​ໃຫ້​ຊີວິດ​ແລະ​ລົມຫາຍໃຈ​ແກ່​ທຸກຄົນ ພຣະອົງ​ກ່າວ​ດັ່ງນີ້:


“ພຣະເຈົ້າຢາເວ ພຣະຜູ້​ໄຖ່​ຂອງເຈົ້າ​ກ່າວວ່າ: ແມ່ນ​ເຮົາ​ທີ່​ເປັນ​ຜູ້​ໄດ້ສ້າງ​ເຈົ້າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ສ້າງ​ສັບພະທຸກສິ່ງ​ທັງຫລາຍ ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ໄດ້​ກາງ​ຟ້າ​ສະຫວັນ​ອອກ. ເມື່ອ​ເຮົາ​ໄດ້ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ໄດ້​ຊ່ວຍເຫລືອ​ເຮົາ.


ແມ່ນ​ເຮົາ​ທີ່​ໄດ້​ນິຣະມິດ​ສ້າງ​ໂລກນີ້​ຂຶ້ນ​ມາ ໄດ້​ສ້າງ​ມະນຸດ​ທຸກຄົນ​ໃຫ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ເຮົາ​ໄດ້​ກາງ​ຟ້າ​ສະຫວັນ​ດ້ວຍ​ຣິດອຳນາດ​ຂອງເຮົາ ຄວບຄຸມ​ຕາເວັນ ເດືອນ ແລະ​ດາວ​ດ້ວຍ.


ຢ່າ​ໄດ້​ຄິດວ່າ​ພຣະເຈົ້າຢາເວ​ອ່ອນແອ​ເກີນໄປ ທີ່​ຈະ​ຊ່ວຍຊູ​ພວກເຈົ້າ​ໃຫ້​ພົ້ນ ຫລື​ວ່າ​ພຣະອົງ​ຫູຕຶງ​ໂພດ ທີ່​ຈະ​ໄດ້ຍິນ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫລືອ


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຮູ້​ເຖິງ​ເລື່ອງ​ທີ່​ບັນດາ​ຜູ້ທຳນວາຍ​ກຳລັງ​ບອກ​ປະຊາຊົນ​ວ່າ ຈະ​ບໍ່ມີ​ເສິກ​ສົງຄາມ ແລະ​ການ​ອຶດຕາຍ​ດອກ ກໍ​ເພາະ​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ພວກເຂົາ​ເວົ້າ​ວ່າ, ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ​ເທົ່ານັ້ນ.”


“ກະລຸນາ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ພວກເຮົາ​ດ້ວຍ ເພາະ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງເພິ່ນ ກຳລັງ​ປິດລ້ອມ​ເມືອງ​ຂອງ​ພວກເຮົາ​ໄວ້. ບາງທີ​ພຣະເຈົ້າຢາເວ​ອາດ​ຈະ​ເຮັດ​ການ​ອັດສະຈັນ ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ພວກເຮົາ​ກໍໄດ້ ແລະ​ບັງຄັບ​ໃຫ້​ເຈົ້າ​ເນບູ​ກາດເນັດຊາ​ຖອຍ​ໜີໄປ.”


“ເຮົາ​ໄດ້​ສ້າງ​ໂລກ, ມະນຸດສະໂລກ ແລະ​ສັດ​ທັງປວງ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້ ດ້ວຍ​ຣິດອຳນາດ​ແລະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງເຮົາ; ເຮົາ​ຈະ​ມອບ​ຣິດອຳນາດ​ນັ້ນ​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຮົາ​ເລືອກເອົາ​ກໍໄດ້.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຊື້ອ​ຊາດ​ມະນຸດ​ທັງປວງ. ບໍ່ມີ​ຫຍັງ​ຍາກ​ເກີນ​ໄປ​ສຳລັບ​ເຮົາ.


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຫລອກລວງ​ຊາວ​ນະຄອນ​ເຢຣູຊາເລັມ​ຢ່າງ​ໝົດສິ້ນ​ສາ​ແລ້ວ ພຣະອົງ​ໄດ້​ບອກ​ວ່າ ຈະ​ມີ​ສັນຕິສຸກ ແຕ່​ກັບ​ມີ​ດາບ​ຈີ້​ຢູ່​ທີ່​ຄໍຫອຍ​ຂອງ​ພວກ​ຂ້ານ້ອຍ.”


ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ; ໂດຍ​ສະຕິປັນຍາ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກນີ້​ແລະ​ກາງ​ຟ້າ​ສະຫວັນ.


ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ເປັນ​ຄື​ພະ​ເຫຼົ່ານີ້​ເລີຍ ສ້າງ​ທຸກສິ່ງ​ທັງ​ເລືອກສັນ​ຊາດ​ອິດສະຣາເອນ​ໄວ້ ເພື່ອ​ໃຫ້​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ໝາຍເອົາ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ປະກາດ​ພຣະທຳ​ຢູ່​ນັ້ນ ເປລາຕີຢາ​ກໍ​ລົ້ມລົງ​ສິ້ນໃຈ​ຕາຍ. ຂ້າພະເຈົ້າ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ນຳ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ! ພຣະອົງ​ຈະ​ຂ້າ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ?”


ຂະນະທີ່​ການ​ສັງຫານໝູ່​ກຳລັງ​ດຳເນີນ​ໄປ​ນັ້ນ ຂ້າພະເຈົ້າ​ຢູ່​ທີ່​ນັ້ນ​ແຕ່ຜູ້ດຽວ. ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລະ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ຈົນ​ພຣະອົງ​ຈະ​ຂ້າ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ?”


ພຣະອົງ​ເປີດເຜີຍ​ສິ່ງ​ເລິກລັບ​ທັງຫລາຍ ຮູ້​ທຸກຢ່າງ​ທຸກ​ແນວ​ທີ່​ຖືກ​ປິດບັງ​ໄວ້ ແມ່ນແຕ່​ສິ່ງ​ນີ້​ຖືກ​ປິດບັງ​ໄວ້​ໃນ​ທີ່ມືດ​ກໍຕາມ ແສງ​ແຈ້ງໃສ​ກໍ​ອ້ອມຮອບ​ພຣະອົງ​ໄວ້ທຸກ​ດ້ານ.


ເມື່ອ​ເພິ່ນ​ໄປ​ເຖິງ​ທີ່​ນັ້ນ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ຫາ​ດານີເອນ​ດ້ວຍ​ຄວາມ​ກະວົນ​ກະວາຍ​ໃຈ​ວ່າ, “ດານີເອນ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່ ພຣະເຈົ້າ​ອົງ​ທີ່​ເຈົ້າ​ຮັບໃຊ້​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ນັ້ນ ສາມາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ສິງ​ໄດ້​ບໍ່?”


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ເຖິງ​ຊາດ​ອິດສະຣາເອນ: ພຣະເຈົ້າຢາເວ​ອົງ​ໄດ້​ກາງ​ຈັກກະວານ​ອອກ ໄດ້​ນິຣະມິດ​ສ້າງ​ແຜ່ນດິນ​ໂລກ ແລະ​ໄດ້​ໃຫ້​ຊີວິດ​ແກ່​ມວນ​ມະນຸດ. ພຣະອົງ​ກ່າວ​ວ່າ,


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ເລື່ອງ​ນີ້​ເບິ່ງ​ຄື​ເປັນ​ໄປ​ບໍ່ໄດ້​ສຳລັບ​ປະຊາຊົນ​ອິດສະຣາເອນ ທີ່​ລອດຊີວິດ​ຢູ່​ໃນ​ເວລາ​ນີ້ ແຕ່​ສຳລັບ​ເຮົາ​ແລ້ວ ທຸກຢ່າງ​ກໍ​ເປັນໄປ​ໄດ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຄິດ​ວ່າ​ອຳນາດ​ຂອງ​ພຣະເຈົ້າຢາເວ​ມີ​ຂອບເຂດ​ຈຳກັດ​ຊັ້ນບໍ? ໃນ​ບໍ່​ຊ້າ​ນີ້ ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ​ຈະ​ເກີດຂຶ້ນ​ແທ້​ຫລື​ບໍ່.”


ພຣະເຢຊູເຈົ້າ​ຫລຽວ​ເບິ່ງ​ພວກ​ສາວົກ ແລ້ວ​ຕອບ​ວ່າ, “ສຳລັບ​ມະນຸດ​ແລ້ວ​ເປັນ​ໄປ​ບໍ່ໄດ້ ແຕ່​ສຳລັບ​ພຣະເຈົ້າ​ແລ້ວ​ທຸກສິ່ງ​ເປັນ​ໄປ​ໄດ້.”


ພຣະເຢຊູເຈົ້າ​ເພັ່ງ​ຕາ​ເບິ່ງ​ພວກເພິ່ນ ແລະ​ກ່າວ​ວ່າ, “ຝ່າຍ​ມະນຸດ​ກໍ​ເຫຼືອ​ກຳລັງ​ທີ່​ຈະ​ເຮັດ​ໄດ້ ແຕ່​ບໍ່​ເຫຼືອ​ກຳລັງ​ຂອງ​ພຣະເຈົ້າ ເພາະ​ຝ່າຍ​ພຣະເຈົ້າ​ຊົງ​ເຮັດ​ໄດ້​ທຸກສິ່ງ.”


ດ້ວຍວ່າ, ບໍ່ມີ​ສິ່ງໃດ​ທີ່​ພຣະເຈົ້າ​ເຮັດ​ບໍ່ໄດ້.”


ແຕ່​ພຣະອົງ​ຊົງ​ຕອບ​ວ່າ, “ສິ່ງ​ທີ່​ມະນຸດ​ເຮັດ​ບໍ່ໄດ້ ຝ່າຍ​ພຣະເຈົ້າ​ຊົງ​ເຮັດ​ໄດ້.”


“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້ ຊົງ​ແຈ້ງ​ເຫດການ​ເຫຼົ່ານີ້​ໃຫ້​ຮູ້ ຕັ້ງແຕ່​ບູຮານນະການ​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້ແຫລະ.”’


ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ໂລກ​ກັບ​ສິ່ງ​ທັງປວງ ທີ່​ຢູ່​ໃນ​ໂລກ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ພຣະເຈົ້າ​ອົງ​ນີ້​ບໍ່ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka