Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:10 - ພຣະຄຳພີສັກສິ

10 ຂ້າພະເຈົ້າ​ໄດ້​ເຊັນ​ຊື່ ແລະ​ປະທັບຕາ​ໜັງສື​ໃບຕາດິນ ໂດຍ​ມີ​ພະຍານ​ຮູ້ເຫັນ​ນຳ​ດ້ວຍ​ແລະ​ຊັ່ງ​ເງິນ​ຈ່າຍ​ໃຫ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:10
23 Jak'a apnaqawi uñst'ayäwi  

ອັບຣາຮາມ​ໄດ້​ຕົກລົງ​ຊື້​ທີ່ດິນ​ນັ້ນ​ນຳ​ເອຟະໂຣນ ໂດຍ​ຈ່າຍ​ເງິນ​ຈຳນວນ 400 ຫລຽນ ຊ້ອງໜ້າ​ຊາວ​ຮິດຕີ ຕາມ​ອັດຕາ​ເງິນ​ທີ່​ໃຊ້​ກັນ​ໃນ​ທ້ອງ​ຕະຫລາດ.


ສະນັ້ນ ນາ​ແລະ​ຖໍ້າ​ຢູ່​ໃນ​ນັ້ນ​ຊຶ່ງ​ເຄີຍ​ເປັນ​ຂອງ​ຊາວ​ຮິດຕີ ຈຶ່ງ​ຕົກ​ເປັນ​ຊັບສົມບັດ​ຂອງ​ອັບຣາຮາມ ເພື່ອ​ໃຊ້​ໃຫ້​ເປັນ​ບ່ອນ​ຝັງສົບ.


ພຣະອົງ​ຈະ​ອະໄພ​ການບາບ ແລະ​ເອົາ​ມັນ​ໜີໄປ; ພຣະອົງ​ຈະ​ລຶບ​ໃຫ້​ກ້ຽງ​ຄວາມຜິດ ທີ່​ຂ້ານ້ອຍ​ໄດ້​ກະທຳ​ນັ້ນ.


ນອກຈາກ​ນ້ອງ​ແລ້ວ ຂໍ​ອ້າຍ​ຢ່າ​ສູ່​ຮັກ​ຍິງ​ອື່ນໃດ ນອກຈາກ​ນ້ອງ ຂໍ​ຢ່າ​ໃຫ້​ມີ​ຍິງ​ໃດ​ຢູ່​ໃນ​ອ້ອມກອດ. ຄວາມຮັກ​ມີ​ອຳນາດ​ເທົ່າກັບ​ຄວາມຕາຍ ຄວາມ​ຫລົງໄຫລ​ກໍ​ອັນຕະລາຍ​ເທົ່າກັບ​ປ່າຊ້າ. ມັນ​ເຜົາໄໝ້​ໄດ້​ເໝືອນດັ່ງ​ແປວໄຟ ແລະ​ໄໝ້​ລຸກລາມ​ໄປ​ຢ່າງ​ເຕັມທີ່.


ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຂຽນ​ລົງ​ໃສ່​ໜັງສື​ມ້ວນ​ໜຶ່ງ​ວ່າ ປະຊາຊົນ​ເປັນ​ຄົນ​ຢ່າງໃດ​ເພື່ອ​ຈະ​ໄດ້​ບັນທຶກ​ໄວ້​ເປັນ​ການ​ຖາວອນ​ວ່າ ພວກເຂົາ​ຊົ່ວຊ້າ​ສໍ່າໃດ.


ຄົນ​ຜູ້ນີ້​ຈະ​ກ່າວ​ວ່າ, ‘ຂ້ອຍ​ເປັນ​ຂອງ​ພຣະເຈົ້າຢາເວ.’ ແລະ​ຜູ້ນັ້ນ​ຈະ​ເອີ້ນຊື່​ຕາມ​ນາມຊື່​ຂອງ​ຢາໂຄບ. ແລະ​ຜູ້ນັ້ນ​ຈະ​ຂຽນໄວ້​ເທິງ​ມື​ຂອງຕົນ​ວ່າ, ‘ຂອງ​ພຣະເຈົ້າຢາເວ.’ ແລະ​ຈະ​ມີ​ຊື່​ຕາມ​ນາມຊື່​ຂອງ​ອິດສະຣາເອນ.”


ແລະ​ໄປ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ຂ້າພະເຈົ້າ​ໄດ້​ມອບ​ໃບຕາດິນ​ນັ້ນ​ໃຫ້​ລາວ ໂດຍ​ຊ້ອງໜ້າ​ຮານາເມນ​ແລະ​ພວກ​ພະຍານ ທີ່​ໄດ້​ເຊັນ​ໜັງສື​ຊື້ຂາຍ​ລວມ​ທັງ​ຄົນ​ທີ່​ໄດ້​ນັ່ງ​ຢູ່​ໃນ​ບໍລິເວນ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ແຕ່​ເຖິງປານນັ້ນ​ກໍຕາມ ພຣະອົງ​ແມ່ນ​ຜູ້​ທີ່​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ຊື້​ນາ​ທົ່ງນີ້​ຊ້ອງໜ້າ​ພະຍານ​ທັງຫລາຍ ເຖິງ​ແມ່ນ​ວ່າ​ເມືອງ​ນີ້​ກຳລັງ​ຈະ​ຖືກ​ຊາວ​ບາບີໂລນ​ເຂົ້າ​ຢຶດ​ແລ້ວ​ກໍຕາມ.”


ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ນິມິດ​ແຫ່ງ​ການ​ຖວາຍບູຊາ​ທັງ​ເຊົ້າ​ແລະ​ແລງ ທີ່​ໄດ້​ອະທິບາຍ​ແກ່​ເຈົ້າ​ນີ້​ເປັນ​ຄວາມຈິງ. ແຕ່​ບັດນີ້ ຂໍ​ໃຫ້​ເຈົ້າ​ຮັກສາ​ນິມິດ​ນີ້​ໄວ້​ເປັນຄວາມລັບ ເພາະ​ເວລາ​ທີ່​ຈະ​ເປັນ​ຄວາມຈິງ​ຂຶ້ນ​ມາ​ນັ້ນ​ກໍ​ຍັງ​ດົນນານ​ຢູ່.”


ດັ່ງນັ້ນ ຄົນ​ເຫຼົ່ານີ້​ຈຶ່ງ​ຈາກ​ໄປ ແລະ​ໄດ້​ຈັດ​ວາງ​ຄົນເຝົ້າຍາມ​ອຸບມຸງ​ໄວ້​ຢ່າງ​ເຂັ້ມແຂງ ພ້ອມ​ທັງ​ຕີຕາ​ປະທັບ​ໃສ່​ກ້ອນຫີນ​ໄວ້​ດ້ວຍ.


ແຕ່​ຜູ້​ທີ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພຣະອົງ​ກໍ​ຢືນຢັນ​ວ່າ ພຣະເຈົ້າ​ຊົງ​ເປັນ​ຈິງ.


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ພຣະອົງ​ໄດ້​ຊົງ​ປະທັບຕາ​ໃສ່​ພວກເຮົາ ແລະ​ຊົງ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຮົາ​ເພື່ອ​ເປັນ​ເຄື່ອງ​ມັດຈຳ.


ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ພຮະອົງ​ຈົດຈຳ​ສິ່ງ​ທີ່​ເຫຼົ່າ​ສັດຕູ​ໄດ້​ກະທຳ​ມາ; ພຣະອົງ​ລໍ​ຈັງຫວະ​ຈະ​ລົງໂທດ​ພວກເຂົາ​ໃຫ້​ໄດ້.


ດັ່ງນັ້ນ ຄົນ​ເຫຼົ່ານີ້​ຈຶ່ງ​ພາກັນ​ອອກ​ໄປ​ທົ່ວ​ດິນແດນ ແລະ​ແຕ້ມ​ແຜນທີ່​ລົງ​ໄປ​ວ່າ ພວກ​ຕົນ​ຈະ​ແບ່ງປັນ​ດິນແດນ​ນີ້​ເປັນ​ເຈັດ​ສ່ວນ ແລະ​ຂຽນ​ລາຍຊື່​ຂອງ​ເມືອງ​ຕ່າງໆ​ໃສ່​ຢ່າງ​ໃດ. ແລ້ວ​ພວກເຂົາ​ກໍໄດ້​ກັບຄືນ​ມາ​ຫາ​ໂຢຊວຍ​ທີ່​ເມືອງ​ຊີໂລ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ.


ພຣະເຈົ້າ​ຊົງ​ຫ້າມ​ມັນ​ບໍ່​ໃຫ້​ມັນ​ທຳລາຍ​ຫຍ້າ​ເທິງ​ແຜ່ນດິນ​ໂລກ ສິ່ງ​ຂຽວ​ສົດ ຫລື​ຕົ້ນໄມ້​ໃດໆ, ແຕ່​ໃຫ້​ທຳລາຍ​ຄົນ​ເຫຼົ່ານັ້ນ ທີ່​ບໍ່ມີ​ຕາປະທັບ​ຂອງ​ພຣະເຈົ້າ​ທີ່​ໜ້າຜາກ​ຂອງ​ພວກເຂົາ​ເທົ່ານັ້ນ.


ໂບອາດ​ໄດ້​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ນັ້ນ. ແລ້ວ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເອລີເມເຫຼັກ ທີ່​ໂບອາດ​ກ່າວ​ເຖິງ​ນັ້ນ​ກໍ​ຍ່າງ​ຜ່ານ​ມາ. ໂບອາດ​ຈຶ່ງ​ເອີ້ນ​ໃສ່​ວ່າ, “ເພື່ອນ​ເອີຍ ເຊີນ​ມາ​ນັ່ງ​ທີ່ນີ້​ກ່ອນ.” ລາວ​ຈຶ່ງ​ເຂົ້າ​ໄປ​ນັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka