Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:1 - ພຣະຄຳພີສັກສິ

1 ໃນ​ຣາຊການ​ປີ​ທີ​ສິບ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ອັນ​ກົງ​ກັບ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:1
9 Jak'a apnaqawi uñst'ayäwi  

ເຈົ້າ​ເຊເດກີຢາ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ເມື່ອ​ເຈົ້າ​ເຊເດກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ໃຫ້​ປັດຊູ ລູກຊາຍ​ຂອງ​ມັນກີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຫາ​ເພິ່ນ ພວກເຂົາ​ໄດ້ກ່າວ​ວ່າ,


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ; ຂ້າພະເຈົ້າ​ໄດ້​ຮັບ​ຖ້ອຍຄຳ​ທີ່​ກ່ຽວກັບ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ​ໃນ​ປີ​ທີ​ໜຶ່ງ ທີ່​ເນບູ​ກາດເນັດຊາ​ໄດ້​ເປັນ​ກະສັດ​ແຫ່ງ​ບາບີໂລນ.)


ຕໍ່ມາ​ບໍ່ເຫີງ​ປານໃດ ຫລັງຈາກ​ທີ່​ເຈົ້າ​ເຊເດກີຢາ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ພຣະເຈົ້າຢາເວ​ໄດ້​ໃຫ້​ຖ້ອຍຄຳ​ມາເຖິງ​ຂ້າພະເຈົ້າ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.


ໃນ​ຣາຊການ​ປີ​ທີ​ສິບແປດ​ຂອງ​ເພິ່ນ​ມີ ແປດຮ້ອຍ​ສາມສິບສອງ​ຄົນ ຈາກ​ນະຄອນ​ເຢຣູຊາເລັມ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka