Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 31:7 - ພຣະຄຳພີສັກສິ

7 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ຮ້ອງເພງ​ຢ່າງ​ຊົມຊື່ນ​ໃຫ້​ອິດສະຣາເອນ ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ທຸກ​ຊົນຊາດ. ຈົ່ງ​ຮ້ອງເພງ​ຂອງ​ພວກເຈົ້າ​ສັນລະເສີນ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ຂອງ​ພຣະອົງ; ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ທຸກໆ​ຄົນ ຄື​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ນັ້ນ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 31:7
37 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນໄພ​ແລະ​ນຳ​ຄືນ​ມາ ຈາກ​ທ່າມກາງ​ບັນດາ​ຊົນຊາດ​ດ້ວຍ ເພື່ອ​ວ່າ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ ແລະ​ສັນລະເສີນ​ພຣະນາມ​ອັນ​ບໍຣິສຸດ​ນັ້ນ.


ພວກ​ຂ້ານ້ອຍ​ຫົວເລາະ​ຢ່າງ​ບໍ່ຢຸດ​ບໍ່ເຊົາ ທັງ​ສົ່ງ​ສຽງ​ອັນ​ດັງ​ໂຮຮ້ອງ​ຍິນດີ​ຢ່າງໃຫຍ່ ແລ້ວ​ຊົນຊາດ​ອື່ນໆ​ກໍ​ເວົ້າ​ເຖິງ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ​ເຮັດ​ສິ່ງ​ຍິ່ງໃຫຍ່​ໃຫ້​ພວກເຂົາ​ແລ້ວ.”


ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ມີໄຊ ຈາກ​ພູເຂົາ​ຊີໂອນ​ສູ່​ຊາດ​ອິດສະຣາເອນ​ໄດ້. ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຄວາມສຸກ​ສໍ່າໃດ ເມື່ອ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.


ຂໍ​ຊົງ​ໂຜດ​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ອວຍພອນ​ພວກ​ທີ່​ເປັນ​ຂອງ​ພຣະອົງ​ດ້ວຍ. ໂຜດ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ ແລະ​ຮັກສາ​ພວກເຂົາ​ໄວ້​ສືບໄປ​ແດ່ທ້ອນ.


ຂໍ​ພຣະເຈົ້າ​ຊົງ​ໂຜດ​ອີດູ​ແລະ​ອວຍພອນ​ພວກ​ຂ້ານ້ອຍ​ດ້ວຍ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ


ພຣະອົງ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໃຫ້​ພົ້ນໄພ ແລະ​ສ້າງ​ເມືອງ​ຂອງ​ຢູດາ​ຂຶ້ນ​ໃໝ່. ທີ່​ນັ້ນ​ປະຊາຊົນ​ຕ່າງ​ກໍ​ຈະ​ໄດ້​ຢູ່ອາໄສ ເປັນ​ກຳມະສິດ​ດິນແດນ​ສຳລັບ​ເຂົາເຈົ້າ.


ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ພວກ​ທີ່​ລອດຊີວິດ​ຢູ່​ໃນ​ຢູດາຍ​ຈະ​ຮຸ່ງເຮືອງ​ຂຶ້ນ ດັ່ງ​ຕົ້ນໄມ້​ທີ່​ຢັ່ງຮາກ​ລົງ​ເລິກ​ໃນ​ພື້ນດິນ ແລະ​ເກີດ​ໝາກ​ໄດ້​ຫລາຍ.


ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້ຍິນ​ຄຳ​ໝິ່ນປະໝາດ​ເຫຼົ່ານີ້ ແລະ​ລົງໂທດ​ພວກ​ທີ່​ເວົ້າ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ພຣະເຈົ້າ​ສຳລັບ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ມີ​ຊີວິດ​ລອດ​ຢູ່​ດ້ວຍ​ເຖີດ.”


ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.


ພວກ​ທີ່​ເຝົ້າຍາມ​ກໍ​ໂຮຮ້ອງ​ດ້ວຍ​ສຽງດັງ​ກ້ອງ ພວກເຂົາ​ຊົມຊື່ນ​ຍິນດີ​ຈຶ່ງ​ພາກັນ​ໂຮຮ້ອງ ພວກເຂົາ​ສາມາດ​ເຫັນ​ໄດ້​ດ້ວຍ​ຕາ​ຂອງ​ພວກເຂົາ​ເອງ ການ​ກັບ​ມາ​ສູ່​ພູເຂົາ​ຊີໂອນ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ມີ​ຊື່ສຽງ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທຸກໆຄົນ​ທີ່​ເຫັນ​ພວກເຂົາ​ກໍ​ຈະ​ຮູ້ຈັກກັນ​ທັງນັ້ນ ວ່າ​ພວກເຂົາ​ນັ້ນ​ແມ່ນ​ປະຊາຊົນ​ຊາດ​ໜຶ່ງ ທີ່​ພຣະເຈົ້າຢາເວ​ໄດ້​ອວຍພອນ​ພວກເຂົາ.”


ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ຊ່ວຍກູ້​ເອົາ​ຜູ້​ຖືກ​ຂົ່ມເຫັງ​ຈາກ​ຄົນ​ຊົ່ວຮ້າຍ.


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຫຍັງ​ເລີຍ ຈາກ​ພະ​ຕ່າງຊາດ​ທີ່​ພວກ​ຂ້ານ້ອຍ​ນະມັດສະການ​ທີ່​ເທິງ​ເນີນພູ​ຕ່າງໆ ແລະ​ພູເຂົາ​ທັງຫຼາຍ​ນັ້ນ. ຄວາມພົ້ນ​ຂອງ​ຊາດ​ອິດສະຣາເອນ​ນັ້ນ​ມາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ແຕ່ເທົ່ານັ້ນ.


ພວກເຂົາ​ຈະ​ມາ​ຂັບຮ້ອງ​ຍິນດີ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ຈະ​ເບີກບານ​ໃຈ​ກັບ​ສິ່ງ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້ ຄື​ພືດຜົນ​ເປັນເມັດ​ແດ່​ແລະ​ເຫຼົ້າ​ອະງຸ່ນ ນໍ້າມັນ​ໝາກກອກເທດ​ທັງ​ຝູງແກະ​ແລະ​ງົວ​ດ້ວຍ. ພວກເຂົາ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ຫົດ​ລ້ຽງ​ຢ່າງດີ ມີ​ທຸກສິ່ງ​ທີ່​ຕ້ອງການ.


ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.


ເຮົາ​ຈະ​ປ່ອຍ​ໃຫ້​ບາງຄົນ​ຫລົບ​ໜີ​ຈາກ​ການ​ຖືກ​ສັງຫານໝູ່ ແລະ​ຖືກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ


ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”


ແຕ່​ທຸກຄົນ​ທີ່​ຂໍຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຈະ​ພົ້ນໄພ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້: ‘ເທິງ​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ບາງຄົນ​ຈະ​ປົບໜີໄປ ພວກ​ທີ່​ພຣະເຈົ້າຢາເວ​ເລືອກເຟັ້ນ​ໄວ້ ຈະ​ມີ​ຊີວິດ​ຢູ່​ລອດ.”’


ຈົ່ງ​ກຽດຊັງ​ຄວາມຊົ່ວ ຈົ່ງ​ຮັກ​ແຕ່​ຄວາມດີ ແລະ​ໃຫ້ການ​ຢ່າງ​ສັດຊື່​ໃນ​ສານ. ບາງທີ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ອາດ​ຈະ​ເມດຕາ​ປະຊາຊົນ​ໂຢເຊັບ ທີ່​ຍັງ​ລອດຊີວິດ​ຢູ່​ໃນ​ປະເທດ​ຊາດ​ນີ້​ກໍໄດ້.


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ສາບານ​ວ່າ ໂມອາບ​ແລະ​ອຳໂມນ​ຈະ​ຖືກ​ທຳລາຍ​ສັນນັ້ນ ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ບໍ່ເກືອ ແລະ​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ມີ​ແຕ່​ຫຍ້າ​ເກີດຂຶ້ນ​ທົ່ວ​ໄປ. ປະຊາຊົນ​ຂອງເຮົາ​ຜູ້​ທີ່​ລອດຊີວິດ​ຈະ​ປຸ້ນສະດົມ​ເມືອງ​ຕ່າງໆ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ.”


ດັ່ງນັ້ນ ໃນ​ປະຈຸບັນ​ນີ້​ກໍ​ເຊັ່ນດຽວ​ກັນ​ຍັງ​ມີ​ພວກ​ທີ່​ເຫຼືອ​ຢູ່ ຕາມ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ.


ເອຊາຢາ​ປະກາດ​ກ່ຽວກັບ​ຊາດ​ອິດສະຣາເອນ​ວ່າ, “ເຖິງ​ແມ່ນ​ລູກ​ຂອງ​ຊາວ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ທີ່​ແຄມ​ທະເລ ແຕ່​ມີ​ໜ້ອຍ​ຄົນ​ຈະ​ໄດ້​ພົ້ນ,


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ເປັນ​ຜູ້ນຳ​ທ່າມກາງ​ຫລາຍ​ຊົນຊາດ, ແຕ່​ບໍ່​ແມ່ນ​ຜູ້​ຕິດຕາມ; ພວກເຈົ້າ​ຈະ​ຈະເລີນ​ຮຸ່ງເຮືອງ​ສະເໝີ ແລະ​ຈະ​ບໍ່​ຫຼົ້ມຈົມ​ຈັກເທື່ອ ຖ້າ​ພວກເຈົ້າ​ເຊື່ອຟັງ​ຢ່າງ​ຕັ້ງໜ້າ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້.


ບັນດາ​ຊົນຊາດ​ເອີຍ ຈົ່ງ​ຊົມຊື່ນຍິນດີ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ລົງໂທດ​ທຸກຄົນ​ທີ່​ຂ້າ​ພວກເຂົາ. ພຣະອົງ​ທຳການ​ແກ້ແຄ້ນ​ເຫຼົ່າ​ສັດຕູ​ທັງຫລາຍ ແລະ​ອະໄພ​ການບາບ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka