6 ຖືກແລ້ວ ເມື່ອເວລານັ້ນມາເຖິງ ຄົນເຝົ້າຍາມຈະເປັ່ງສຽງຮ້ອງອອກໄປຈາກເຂດເນີນພູເອຟຣາອິມວ່າ, ‘ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຊີໂອນເພື່ອເຝົ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.”’
ກອງທັບທັງສອງຝ່າຍໄດ້ມາປະເຊີນໜ້າກັນທີ່ເນີນພູຂອງເອຟຣາອິມ. ກະສັດອາບີຢາໄດ້ຂຶ້ນໄປທີ່ພູເຂົາເຊມາຣາອິມ ແລະຮ້ອງໃສ່ເຢໂຣໂບອາມແລະຊາວອິດສະຣາເອນວ່າ,
ແລ້ວຫົວໜ້າຕະກຸນຕ່າງໆໃນເຜົ່າຢູດາ ແລະ ເຜົ່າເບັນຢາມິນ, ບັນດາປະໂຣຫິດ ແລະ ຊາວເລວີ, ພ້ອມທັງຄົນອື່ນໆທີ່ພຣະເຈົ້າດົນໃຈ ຕ່າງກໍໄດ້ຕຽມຕົວເພື່ອກັບໄປສ້າງວິຫານຂອງພຣະເຈົ້າຢາເວທີ່ນະຄອນເຢຣູຊາເລັມ.
ຄວາມສຸກເປັນຂອງຜູ້ທີ່ໄດ້ເຫື່ອແຮງມາຈາກພຣະອົງ ຄືຜູ້ມີຈິດໃຈຮ້ອນຮົນໄປນະມັດສະການທີ່ພູເຂົາຊີໂອນນັ້ນ.
ເມື່ອວັນນັ້ນມາເຖິງ ສຽງແກຈະດັງຂຶ້ນ ເພື່ອເອີ້ນເອົາພວກອິດສະຣາເອນທັງໝົດທີ່ໄດ້ຖືກເນລະເທດໄປນັ້ນ ໃຫ້ກັບຄືນມາຈາກອັດຊີເຣຍ ແລະປະເທດເອຢິບ. ພວກເຂົາຈະມານະມັດສະການພຣະເຈົ້າຢາເວຢູ່ໃນນະຄອນເຢຣູຊາເລັມ ຄືທີ່ເທິງເນີນພູສັກສິດຂອງພຣະອົງ.
ຊາວນະຄອນເຢຣູຊາເລັມເອີຍ ຈົ່ງຂຶ້ນໄປເທິງພູສູງ ຈົ່ງພາກັນໄປປະກາດຂ່າວດີຢູ່ທີ່ນັ້ນເຖີດ ຈົ່ງເປັ່ງສຽງຮ້ອງດັງໆ ຊາວພູເຂົາຊີໂອນເອີຍ ຈົ່ງປະກາດຂ່າວດີ ຢ່າຢ້ານກົວສິ່ງໃດໆທັງນັ້ນ. ຈົ່ງບອກເມືອງຕ່າງໆຂອງຊາວຢູດາຍ ວ່າພຣະເຈົ້າຂອງພວກເຂົາກຳລັງສະເດັດມາຮອດ.
ນະຄອນເຢຣູຊາເລັມເອີຍ ເທິງກຳແພງເມືອງຂອງເຈົ້າ ເຮົາໄດ້ວາງຄົນຍາມຫລາຍໆຄົນໄວ້; ພວກເຂົາບໍ່ຕ້ອງມິດງຽບໃນກາງເວັນຫລືກາງຄືນ ພວກເຂົາຕ້ອງບອກພຣະເຈົ້າຢາເວໃຫ້ຈົດຈຳເລື້ອຍໆ ຄືໃຫ້ລະນຶກເຖິງຄຳສັນຍາຂອງພຣະອົງ ແລະບໍ່ປ່ອຍໃຫ້ພຣະອົງລືມໄລຈັກເທື່ອ.
“ປະຊາຊົນຜູ້ທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາຫາເຮົາເຖີດ, ພຣະເຈົ້າຢາເວກ່າວດັ່ງນີ້ ເພາະພວກເຈົ້າເປັນຂອງເຮົາ. ເຮົາຈະເອົາຄົນໜຶ່ງໃນພວກເຈົ້າຈາກແຕ່ລະເມືອງ ແລະສອງຄົນຈາກແຕ່ລະຕະກຸນ ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ພູເຂົາຊີໂອນ.
ພວກເຂົາຈະມາຂັບຮ້ອງຍິນດີທີ່ເທິງພູເຂົາຊີໂອນ ແລະຈະເບີກບານໃຈກັບສິ່ງດີທີ່ພຣະເຈົ້າຢາເວມອບໃຫ້ ຄືພືດຜົນເປັນເມັດແດ່ແລະເຫຼົ້າອະງຸ່ນ ນໍ້າມັນໝາກກອກເທດທັງຝູງແກະແລະງົວດ້ວຍ. ພວກເຂົາຈະເປັນດັ່ງສວນທີ່ມີນໍ້າຫົດລ້ຽງຢ່າງດີ ມີທຸກສິ່ງທີ່ຕ້ອງການ.
ເຮົາຈະປົວແປງປະຊາຊົນອິດສະຣາເອນຂຶ້ນໃໝ່ໃນດິນແດນຂອງພວກເຂົາ. ພວກເຂົາຈະມີອາຫານການກິນເກີດຂຶ້ນທີ່ເທິງພູກາເມນ ແລະໃນຂົງເຂດບາຊານ ແລະພວກເຂົາຈະກິນຜົນລະປູກທີ່ເກີດຂຶ້ນໃນເຂດແດນຂອງເອຟຣາອິມກັບກີເລອາດ ຕາມຄວາມຕ້ອງການ.
ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ແຕ່ງຕັ້ງຄົນເຝົ້າຍາມ ເພື່ອໃຫ້ເປົ່າແກເຕືອນວ່າ, “ຈົ່ງລະວັງສຽງແກສັນຍານໄພ.” ແຕ່ພວກເຂົາຊໍ້າເວົ້າວ່າ, “ພວກເຮົາຈະບໍ່ຟັງ.”
“ມະນຸດເອີຍ ເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ. ເຈົ້າຈະຖ່າຍທອດຄຳຕັກເຕືອນທີ່ເຮົາໃຫ້ເຈົ້າສູ່ພວກເຂົາຟັງ.
“ມະນຸດເອີຍ ຈົ່ງບອກປະຊາຊົນສິ່ງທີ່ຈະເກີດຂຶ້ນ ເມື່ອເຮົານຳສົງຄາມມາສູ່ປະເທດໜຶ່ງ. ປະຊາຊົນໃນປະເທດນັ້ນກໍແຕ່ງຕັ້ງຄົນໜຶ່ງໃນພວກເຂົາໃຫ້ເປັນຄົນເຝົ້າຍາມ.
ປະຊາຊົນຢູດາແລະອິດສະຣາເອນຈະຮ່ວມເຂົ້າກັນອີກ. ພວກເຂົາຈະເລືອກເອົາຜູ້ນຳຄົນດຽວສຳລັບພວກຕົນ ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອໜຶ່ງ. ແມ່ນແລ້ວ ວັນຂອງຢິດຊະເຣນ ຈະເປັນວັນຍິ່ງໃຫຍ່!
ພຣະເຈົ້າໄດ້ສົ່ງຂ້າພະເຈົ້າມາໃນຖານະເປັນຜູ້ທຳນວາຍ ເພື່ອເຕືອນຊາວອິດສະຣາເອນປະຊາຊົນຂອງພຣະອົງ. ແຕ່ບ່ອນໃດກໍດີທີ່ຂ້າພະເຈົ້າໄປ ພວກເຈົ້າຊອກຫາດັກຈັບຂ້າພະເຈົ້າດັ່ງດັກຈັບນົກ. ແມ່ນແຕ່ຢູ່ໃນດິນແດນຂອງພຣະເຈົ້າເອງ ປະຊາຊົນກໍເປັນສັດຕູກັບຜູ້ທຳນວາຍ.