ເຢເຣມີຢາ 31:40 - ພຣະຄຳພີສັກສິ40 ຢູ່ທົ່ວຮ່ອມພູບ່ອນຝັງຊາກສົບແລະບ່ອນຖິ້ມຂີ້ເຫຍື້ອ ແລະທົ່ງນາທັງໝົດຕາມລຳນໍ້າກິດໂຣນ ຈົນເຖິງປະຕູຄອກມ້າທີ່ທາງທິດຕາເວັນອອກ ຈະເປັນບ່ອນສັກສິດສຳລັບພຣະເຈົ້າຢາເວ. ເມືອງນີ້ຈະບໍ່ຖືກຖອນຮາກຫລືທຳລາຍອີກຕໍ່ໄປ.” Uka jalj uñjjattʼäta |
ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ຄືດິນແດນບ່ອນທີ່ປູ່ຍ່າຕາຍາຍຂອງພວກເຂົາໄດ້ອາໄສຢູ່. ພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະລູກຂອງພວກເຂົາຕະຫລອດທັງເຊື້ອສາຍທຸກຄົນກໍຈະອາໄສຢູ່ທີ່ນັ້ນດ້ວຍ. ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດປົກຄອງພວກເຂົາຕະຫລອດໄປ.