39 ເສັ້ນໝາຍຂອງເຂດແດນຈະຍາວໄປເຖິງເນີນພູຄາເຣັບ ແລ້ວລ້ຽວໄປເຖິງໂກອາ.
ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ເຮົາຈະກັບມາທີ່ນະຄອນເຢຣູຊາເລັມອີກ ເພື່ອສຳແດງຄວາມເມດຕາຕໍ່ນະຄອນນີ້. ວິຫານຂອງເຮົາຈະຖືກສ້າງຂຶ້ນໃໝ່ ແລະນະຄອນກໍຈະຖືກສ້າງຂຶ້ນໃໝ່ດ້ວຍ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
ພຣະເຈົ້າຢາເວໄດ້ສັນຍາວ່າ ພຣະອົງເອງຈະເປັນກຳແພງໄຟອ້ອມເພື່ອປົກປ້ອງນະຄອນນີ້ໄວ້ ແລະພຣະອົງຈະສະຖິດຢູ່ໃນທີ່ນັ້ນ ດ້ວຍສະຫງ່າຣາສີອັນຮຸ່ງເຮືອງຂອງພຣະອົງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.