Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 31:34 - ພຣະຄຳພີສັກສິ

34 ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ​ໃຫ້​ຮູ້ຈັກ​ພຣະເຈົ້າຢາເວ ເພາະ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ແຕ່​ຜູ້ນ້ອຍ​ທີ່ສຸດ​ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ຈົດຈຳ​ຄວາມຜິດ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 31:34
42 Jak'a apnaqawi uñst'ayäwi  

ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຂໍ​ຊົງ​ໂຜດ​ອະໄພ​ການບາບ​ກັບ​ຄວາມຜິດ​ຂອງ​ຂ້ານ້ອຍ ຊຶ່ງ​ໄດ້​ກະທຳ​ໃນ​ເວລາ​ຍັງ​ໜຸ່ມນ້ອຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນແກ່​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ນັ້ນ.


ເທິງ​ເນີນພູ​ສັກສິດ​ຂອງ​ພຣະເຈົ້າ​ຄື​ພູເຂົາ​ຊີໂອນ ທີ່​ນັ້ນ​ຈະ​ບໍ່ມີ​ສິ່ງໃດໆ​ທຳຮ້າຍ ແລະ​ຊົ່ວຊ້າ. ຄົນ​ທີ່​ຮູ້​ເຖິງ​ພຣະເຈົ້າຢາເວ​ຈະ​ມີ​ຢູ່​ເຕັມ​ດິນແດນ ດັ່ງ​ທ້ອງ​ທະເລ​ຫລວງ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ.


ຄົນໂງ່ຈ້າ​ຈະ​ຮຽນຮູ້​ເພື່ອ​ເຂົ້າໃຈ ແລະ​ຄົນ​ມັກ​ຈົ່ມ​ກໍ​ຈະ​ຍິນດີ​ຮັບ​ຟັງ​ຄຳ​ບອກສອນ.”


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ບໍ່ມີ​ຜູ້ໃດ​ທີ່​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ຈົ່ມ​ວ່າ​ຕົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ການບາບ​ທັງໝົດ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ອະໄພ.


ແລະ​ໃຫ້​ປະເທດຊາດ​ມີ​ຄວາມ​ໝັ້ນຄົງ​ດີ. ພຣະອົງ​ປົກປ້ອງ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ສະເໝີ ແລະ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ຮອບຮູ້. ຊັບສົມບັດ​ອັນ​ຍິ່ງໃຫຍ່​ທີ່ສຸດ​ຂອງ​ພວກເຂົາ ແມ່ນ​ການ​ຢຳເກງ​ພຣະເຈົ້າຢາເວ.


ແລ້ວ​ຄວາມ​ຂົມຂື່ນ​ກໍ​ຈະ​ຫັນ​ປ່ຽນ​ເປັນ​ສັນຕິສຸກ ເພາະ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ ​ຊີວິດ​ຂ້ານ້ອຍ​ໄວ້; ໂດຍ​ເຮັດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ທຸກຢ່າງ ການບາບ​ຂອງ​ຂ້ານ້ອຍ​ກໍໄດ້​ຮັບ​ອະໄພ.


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ເມື່ອ​ເວລາ​ນັ້ນ​ມາເຖິງ ພວກເຈົ້າ​ຈະ​ຮັບຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າ ແລະ​ແມ່ນ​ເຮົາ​ທີ່​ໄດ້​ກ່າວ​ແກ່​ພວກເຈົ້າ.”


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຄວາມ​ປາຖະໜາ​ຢາກ​ຮູ້ຈັກ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ.


ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ສຳລັບ​ພວກເຂົາ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ຢຳເກງ​ເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ເຮົາ.


ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ພົ້ນ​ຈາກ​ການບາບ ທີ່​ພວກເຂົາ​ໄດ້​ກະທຳ​ຕໍ່ສູ້​ເຮົາ​ນັ້ນ ແລະ​ເຮົາ​ຈະ​ຍົກ​ບາບກຳ​ເຫຼົ່ານັ້ນ ແລະ​ການ​ກະບົດ​ຂອງ​ພວກເຂົາ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ບໍ່​ພົບ​ການບາບ​ໃນ​ອິດສະຣາເອນ ແລະ​ຄວາມຜິດ​ໃນ​ຢູດາ ເພາະ​ເຮົາ​ຈະ​ຍົກໂທດ​ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ໄວ້​ຊີວິດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ເຮົາ​ຈະ​ຮັກສາ​ຄຳສັນຍາ​ວ່າ​ເຈົ້າ​ເປັນ​ຂອງເຮົາ ແລ້ວ​ເຈົ້າ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ພຣະອົງ​ຍັງ​ຈະ​ເມດຕາ​ພວກ​ຂ້ານ້ອຍ​ອີກເທື່ອໜຶ່ງ. ພຣະອົງ​ຈະ​ຢຽບຢໍ່າ​ການບາບ​ຕ່າງໆ​ຂອງ​ພວກ​ຂ້ານ້ອຍ​ລົງ​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ໂຍນ​ລົງ​ໄປ​ໃນ​ພື້ນ​ທະເລ​ເລິກ


ທະເລ​ມີ​ນໍ້າ​ເຕັມ​ຢູ່​ສັນໃດ ແຜ່ນດິນ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບຮູ້ ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ເພື່ອ​ຈະ​ໃຫ້​ພົນລະເມືອງ​ຂອງ​ພຣະອົງ​ ຮູ້​ເຖິງ​ຄວາມ​ພົ້ນ ໂດຍ​ການ​ຊົງ​ໂຜດ​ຍົກ​ບາບກຳ​ ຂອງ​ພວກເຂົາ


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ພຣະນາມ​ຂອງ​ພຣະອົງ ເປັນ​ທີ່​ຮູ້ຈັກ​ແກ່​ພວກ​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໂລກ ຄື​ພວກ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຂ້ານ້ອຍ ຄົນ​ເຫຼົ່ານັ້ນ​ເປັນ​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ຂ້ານ້ອຍ, ພວກເຂົາ​ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງ​ພຣະອົງ


ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ຜູ້ທຳນວາຍ​ທຸກຄົນ​ກໍໄດ້​ກ່າວ​ເຖິງ​ພຣະອົງ​ໂດຍ​ປະກາດ​ວ່າ ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ ຈະ​ໄດ້​ຮັບ​ການອະໄພ​ບາບກຳ​ໂດຍ​ນາມຊື່​ຂອງ​ພຣະອົງ.”


ເມື່ອ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ດ້ວຍວ່າ, ເມື່ອ​ເຮົາ​ຍົກໂທດ​ໃຫ້​ຜູ້ໃດ​ແລ້ວ ເຮົາ​ກໍ​ຍົກໂທດ​ໃຫ້​ຜູ້ນັ້ນ. ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ​ຕໍ່ໜ້າ​ພຣະຄຣິດ


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ​ທັງຫລາຍ​ນັ້ນ ເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກເຈົ້າ ເພາະ​ເຈົ້າ​ເອງ​ກໍໄດ້​ຮັບ​ການ​ຊົງ​ສັ່ງສອນ​ຈາກ​ພຣະເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນແລະກັນ.


ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ເຈົ້າ​ທັງຫລາຍ​ຄວນ​ຈະ​ເປັນ​ຄູ​ໄດ້​ແຕ່​ດົນ​ແລ້ວ​ກໍດີ ແຕ່​ພວກເຈົ້າ​ກໍ​ຍັງ​ຕ້ອງການ​ໃຫ້​ຄົນອື່ນ​ສອນ​ຫລັກ​ທຳ​ເບື້ອງ​ຕົ້ນ ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ອີກ. ເຈົ້າ​ທັງຫລາຍ​ກັບ​ກາຍເປັນ​ຄົນ​ຕ້ອງການ​ນໍ້ານົມ​ບໍ່ແມ່ນ​ອາຫານ​ແຂງ.


ພວກເຂົາ​ຈະ​ບໍ່​ສອນ​ເພື່ອນບ້ານ ແລະ​ພີ່ນ້ອງ​ຂອງຕົນ​ແຕ່ລະຄົນ​ວ່າ, “ຈົ່ງ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ” ເພາະ​ພວກເຂົາ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ຕັ້ງແຕ່​ຜູ້ນ້ອຍ​ທີ່ສຸດ ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ.


ເພາະ​ເຮົາ​ຈະ​ກະລຸນາ​ຕໍ່​ການ​ອະທຳ ຂອງ​ພວກເຂົາ ແລະ​ການ​ຜິດບາບ​ຂອງ​ພວກເຂົາ ເຮົາ​ຈະ​ບໍ່​ຈົດຈຳ​ຕໍ່ໄປ.”’


ແຕ່​ຝ່າຍ​ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ຫົດສົງ​ຈາກ​ພຣະອົງ ຜູ້​ຊົງ​ບໍຣິສຸດ​ແລ້ວ, ພວກເຈົ້າ​ທຸກຄົນ​ກໍ​ມີ​ຄວາມຮູ້.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ການ​ຊົງ​ຫົດສົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ສອນ​ອີກ, ເພາະ​ການ​ຊົງ​ຫົດສົງ​ຂອງ​ພຣະອົງ ກຳລັງ​ສັ່ງສອນ​ພວກເຈົ້າ​ເຖິງ​ທຸກສິ່ງ ແລະ​ເປັນ​ຄວາມຈິງ ບໍ່ແມ່ນ​ຄວາມ​ຕົວະ. ການ​ຊົງ​ຫົດສົງ​ໄດ້​ຊົງ​ສອນ​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ຢ່າງ​ນັ້ນ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


ພວກ​ລູກຊາຍ​ຂອງ​ເອລີ​ເປັນ​ຄົນ​ຂີ້ໂກງ; ພວກເຂົາ​ບໍ່​ເອົາໃຈໃສ່​ນັບຖື​ພຣະເຈົ້າຢາເວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka