Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 31:30 - ພຣະຄຳພີສັກສິ

30 ແຕ່​ຄົນ​ເຫຼົ່ານັ້ນ ທຸກຄົນ​ທີ່​ກິນ​ໝາກອະງຸ່ນ​ສົ້ມ​ຈະ​ຕ້ອງ​ເຂັດ​ແຂ້ວ; ພວກເຂົາ​ທຸກຄົນ​ຈະ​ຕາຍ​ຍ້ອນ​ບາບ​ຂອງ​ພວກເຂົາ​ເອງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 31:30
14 Jak'a apnaqawi uñst'ayäwi  

ເຖິງຢ່າງໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກໆ​ຂອງ​ພວກເຂົາ ແຕ່​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ວ່າ: “ພໍ່​ແມ່​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ແລະ​ຜູ້ໃດ​ເຮັດ​ຜິດ​ກໍ​ໃຫ້​ຜູ້ນັ້ນ​ຖືກ​ຂ້າ.”


ໃຫ້​ຄົນ​ບາບ​ຫາບແບກ​ໂທດກຳ​ຂອງ​ພວກເຂົາ​ເອງ; ໃຫ້​ພວກເຂົາ​ຊີມ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ແຕ່​ຄົນຊົ່ວຊ້າ ພັດ​ໄດ້​ຮັບ​ຄວາມ​ຫາຍຍະນະ; ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ໃຫ້​ຜູ້​ອື່ນ​ນັ້ນ ບັດນີ້ ສິ່ງ​ນັ້ນ​ໄດ້​ຕາມ​ມາ​ສະໜອງ​ພວກເຂົາ​ເອງ.


ຜູ້​ທີ່​ເຮັດ​ບາບ​ຄື​ຜູ້​ທີ່​ຈະ​ຕ້ອງ​ຕາຍ. ລູກຊາຍ​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ພໍ່​ຂອງຕົນ​ໄດ້​ເຮັດ​ບາບ; ຫລື​ພໍ່​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ລູກ​ຂອງຕົນ​ໄດ້​ເຮັດ​ບາບ. ຄົນ​ຊອບທຳ​ຈະ​ໄດ້​ຮັບ​ບຳເໜັດ​ສຳລັບ​ການດີ​ທີ່​ຕົນ​ໄດ້​ເຮັດ ແລະ​ຄົນຊົ່ວ​ກໍ​ຈະ​ໄດ້​ຮັບ​ໂທດກຳ​ສຳລັບ​ການຊົ່ວ​ທີ່​ຕົນ​ໄດ້​ເຮັດ.


ຊີວິດ​ແຕ່ລະ​ບຸກຄົນ​ຂຶ້ນ​ຢູ່​ກັບ​ເຮົາ ຄື​ຊີວິດ​ຜູ້​ເປັນ​ພໍ່​ແມ່ ກໍ​ເໝືອນກັນ​ກັບ​ຊີວິດ​ຂອງ​ຜູ້​ເປັນ​ລູກ. ບຸກຄົນ​ໃດ​ທີ່​ເຮັດ​ບາບ ບຸກຄົນ​ນັ້ນ​ແຫຼະ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ.


ແຕ່​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ລົງ​ມາ​ສະຖິດ​ຂ້າພະເຈົ້າ ແລະ​ເຮັດ​ໃຫ້​ຂ້າພະເຈົ້າ​ຢືນ​ຂຶ້ນ. ພຣະອົງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກັບ​ເມືອ ແລະ​ລີ້​ຢູ່​ໃນ​ເຮືອນ​ສາ.


ເຮົາ​ອາດ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ແກ່​ຄົນດີ​ຜູ້ໜຶ່ງ; ແຕ່​ຖ້າ​ລາວ​ເລີ່ມ​ຄິດວ່າ ການກະທຳ​ດີ​ຂອງ​ລາວ​ທີ່​ຜ່ານ​ມາ​ນັ້ນ​ພຽງພໍ​ແລ້ວ ແລະ​ເລີ່ມ​ເຮັດ​ບາບ ເຮົາ​ຈະ​ບໍ່​ລະນຶກເຖິງ​ການດີ​ໃດໆ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ. ລາວ​ຈະ​ຕ້ອງ​ຕາຍ​ເພາະ​ການບາບ​ຂອງ​ລາວ.


ເມື່ອ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ດີ​ແລະ​ເລີ່ມ​ເຮັດ​ຊົ່ວ ລາວ​ກໍ​ຈະ​ຕາຍ​ສຳລັບ​ການ​ນັ້ນ.


ຖ້າ​ເຮົາ​ປະກາດ​ວ່າ​ຄົນຊົ່ວ​ຜູ້ໜຶ່ງ​ກຳລັງ​ຈະ​ຕາຍ ແຕ່​ເຈົ້າ​ບໍ່ໄດ້​ຕັກເຕືອນ​ລາວ​ໃຫ້​ປ່ຽນ​ທິດທາງ​ເພື່ອ​ຊ່ວຍ​ຊີວິດ​ຂອງຕົນ​ໄວ້; ແລ້ວ​ລາວ​ກໍ​ຈະ​ຕາຍ​ເສຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; ເຮົາ​ຈະ​ຖື​ວ່າ​ການຕາຍ​ຂອງ​ຄົນ​ນັ້ນ ເປັນ​ຄວາມ​ຮັບຜິດຊອບ​ຂອງເຈົ້າ.


ດ້ວຍວ່າ, ທຸກຄົນ​ຕ້ອງ​ຮັບຜິດຊອບ​ຕໍ່​ພາລະ​ຂອງ​ຕົນເອງ.


ພໍ່​ແມ່​ບໍ່​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກໆ​ກໍ​ບໍ່​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ບຸກຄົນ​ໃດ​ເຮັດ​ຜິດ ກໍ​ແມ່ນ​ບຸກຄົນ​ນັ້ນ​ເອງ​ເປັນ​ຜູ້​ໄດ້​ຮັບ​ໂທດ.


ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຂອງ​ລາວ​ຕັ້ງ​ຮາກ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຜິດບາບ ເມື່ອ​ຄວາມ​ຜິດບາບ​ໃຫຍ່​ຂຶ້ນ​ເຕັມ​ຂະໜາດ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka