Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 31:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ພວກເຂົາ ຈາກ​ແດນ​ໄກ. ຊາດ​ອິດສະຣາເອນ​ເອີຍ ເຮົາ​ຮັກ​ແພງ​ເຈົ້າ​ສະເໝີ​ມາ. ດັ່ງນັ້ນ ເຮົາ​ຈຶ່ງ​ສືບຕໍ່​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 31:3
28 Jak'a apnaqawi uñst'ayäwi  

ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ພຣະອົງ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ພໍໃຈ​ນຳ​ທ່ານ​ຫລາຍ​ທີ່ສຸດ ຈຶ່ງ​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ສຳລັບ​ຊາດ​ອິດສະຣາເອນ​ມີ​ຕະຫລອດໄປ ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ ເພື່ອ​ທ່ານ​ຈະ​ຮັກສາ​ກົດບັນຍັດ​ແລະ​ຄວາມ​ຍຸດຕິທຳ​ໄວ້.”


ແຕ່​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ດຳລົງ​ຢູ່​ສືບໆໄປ ສຳລັບ​ທຸກຄົນ​ທີ່​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ດຳລົງຢູ່ ຕະຫລອດ​ທຸກ​ຊົ່ວເຊັ່ນລູກ​ເຊັ່ນ​ຫລານ


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ ຄວາມ​ເມດຕາ​ກັບ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ສຳແດງ​ແກ່​ຂ້ານ້ອຍ ໃຫ້​ໄດ້​ເຫັນ​ແຕ່​ດົນນານ​ມາ​ແລ້ວ.


ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ຍອມ​ຊ່ວຍກູ້​ເອົາ​ຄືກັນ ຄື​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຈົ້າ​ໄວ້. ເພາະ​ພວກເຈົ້າ​ມີ​ຄ່າ​ຫລາຍ​ສຳລັບ​ເຮົາ ເພາະ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຈຶ່ງ​ໃຫ້ກຽດ​ພວກເຈົ້າ.


ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ແຕ່​ປະຊາຊົນ​ຊາວ​ເຢຣູຊາເລັມ​ນັ້ນ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ປະຖິ້ມ​ແລະ​ລືມໄລ​ພວກເຮົາ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ເປັນ ເດັກນ້ອຍ​ຢູ່​ນັ້ນ ເຮົາ​ຮັກ​ລາວ​ແລະ​ເອີ້ນ​ລາວ​ໃຫ້​ອອກ ມາ​ຈາກ​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ລູກຊາຍ.


ເຮົາ​ໄດ້​ໃຊ້​ທັງ​ຄວາມຮັກ ແລະ​ຄວາມ​ອ່ອນຫວານ ເປັນ​ເຄື່ອງຊັກຈູງ​ໃຈ​ໃຫ້​ພວກເຂົາ​ກັບ​ມາ​ຫາ​ເຮົາ​ອີກ. ເຮົາ​ໄດ້​ໂຊມ​ພວກເຂົາ​ລຸກ​ຂຶ້ນ​ທັງ​ແນບ​ໃສ່​ແກ້ມ​ເຮົາ ແລະ​ກົ້ມ​ລົງ​ລ້ຽງ​ດູແລ​ພວກເຂົາ​ໄວ້.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຮັກ​ພວກເຈົ້າ​ຕະຫລອດ​ມາ.” ແຕ່​ພວກເຂົາ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ຂອງ​ພຣະອົງ ຕໍ່​ພວກ​ຂ້ານ້ອຍ​ຢ່າງໃດ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເອຊາວ​ແລະ​ຢາໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາໂຄບ​ແລະ​ເຊື້ອສາຍ​ຂອງ​ລາວ


ແລະ​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ກຳນົດ​ລ່ວງໜ້າ​ໄວ້​ແລ້ວ​ນັ້ນ ພຣະອົງ​ກໍ​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ພວກ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະອົງ​ກໍ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ພວກ​ທີ່​ພຣະອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ພຣະອົງ​ກໍ​ຊົງ​ໂຜດ​ໃຫ້​ພວກເຂົາ​ໄດ້​ຮັບ​ສະຫງ່າຣາສີ​ຮ່ວມ​ກັບ​ພຣະອົງ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຮົາ​ໄດ້​ຮັກ​ຢາໂຄບ ແຕ່​ເຮົາ​ກຽດຊັງ​ເອຊາວ.”


ແຕ່​ຄວາມຮັກ​ຂອງ​ພຣະເຈົ້າຢາເວ ສຳລັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ມີ​ຫລາຍ​ທີ່ສຸດ ທີ່​ພຣະອົງ​ໄດ້​ເລືອກ​ເອົາ​ພວກເຈົ້າ ແທນ​ທີ່​ຈະ​ເລືອກ​ເອົາ​ປະຊາຊົນ​ຊາດ​ອື່ນ ແລະ​ພວກເຈົ້າ​ກໍ​ຍັງ​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈົນເຖິງ​ວັນ​ນີ້.


“ບໍ່ມີ​ພະ​ຕົນ​ໃດ​ດອກ ປະຊາຊົນ​ອິດສະຣາເອນ​ເອີຍ ເປັນ​ເໝືອນ​ດັ່ງ​ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ຂີ່​ລົດມ້າ​ໄປ​ດ້ວຍ​ອານຸພາບ ແລະ​ດ້ວຍ​ສະຫງ່າຣາສີ​ສະເດັດ​ມາ​ເໜືອ​ຟ້າ​ສະຫວັນ ສະເດັດ​ມາ​ເທິງ​ເມກ ເພື່ອ​ມາ​ຊ່ວຍເຫຼືອ​ພວກເຈົ້າ.


ພຣະອົງ​ຮັກ​ໄພ່ພົນ​ຂອງ​ພຣະອົງ​ຫລາຍ ແລະ​ປົກປັກ​ຮັກສາ​ຜູ້​ທີ່​ເປັນ​ຄົນ​ຂອງ​ພຣະອົງ​ໄວ້. ດັ່ງນັ້ນ ພວກເຮົາ​ຈົ່ງ​ຂາບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທຸກປະການ​ນັ້ນ.


ເພາະ​ພຣະອົງ​ໄດ້​ຮັກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະອົງ​ຈຶ່ງ​ເລືອກ​ເອົາ​ພວກເຈົ້າ ແລະ​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ຝ່າຍ​ເຮົາ​ທັງຫຼາຍ​ໄດ້​ຮັກ ເພາະ​ພຣະອົງ​ຊົງ​ຮັກ​ພວກເຮົາ​ກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka