26 ເມື່ອນັ້ນປະຊາຊົນຈະເວົ້າວ່າ, ‘ຂ້ອຍເຂົ້າໄປນອນແລະຕື່ນຂຶ້ນມາ ດ້ວຍຈິດໃຈຊົມຊື່ນແລະເບີກບານ.’
ເມື່ອຢາໂຄບຕື່ນຂຶ້ນຈຶ່ງເວົ້າວ່າ, “ພຣະເຈົ້າຢາເວສະຖິດຢູ່ບ່ອນນີ້ແທ້ໆ ແຕ່ເຮົາບໍ່ຮູ້ຈັກ.”
ມັນໄຮ້ປະໂຫຍດທີ່ນອນເດິກລຸກເຊົ້າທຸກວັນ ໂດຍເຮັດວຽກທຳງານໜັກເພື່ອຫາລ້ຽງຊີບ ເພາະຜູ້ທີ່ພຣະອົງຊົງຮັກຈຶ່ງຈັດໃຫ້ຕາມທີ່ຕ້ອງການ ໃນຂະນະທີ່ພັກຜ່ອນຢ່າງສຸກສະບາຍຢູ່ນັ້ນ.
ແຕ່ຂ້ານ້ອຍຈະໄດ້ພົບພຣະອົງໃນຄວາມຊອບທຳ ເມື່ອຂ້ານ້ອຍຕື່ນມາຈິດໃຈກໍເບີກບານມ່ວນຊື່ນຢູ່ຊ້ອງໜ້າພຣະອົງ.
ເຈົ້າຈະບໍ່ຢ້ານເມື່ອເຈົ້ານັ່ງລົງ ແລະເຈົ້າຈະນອນຫລັບສະໜິດຕະຫລອດຄືນ.