25 ເຮົາຈະເຮັດໃຫ້ຜູ້ທີ່ອິດເມື່ອຍມີແຮງຂຶ້ນໃໝ່ ແລະໃຫ້ຜູ້ທີ່ອ່ອນແຮງຍ້ອນອຶດຫິວໄດ້ມີອາຫານການກິນພຽງພໍ.
ພຣະອົງກະທຳໃຫ້ຜູ້ຫິວນໍ້າກິນອີ່ມຢ່າງພໍໃຈ ແຕ່ໃຫ້ຜູ້ຫິວເຂົ້າເຕັມໄປດ້ວຍຂອງດີທຸກຢ່າງ.
ພຣະອົງໃຫ້ຂ້ານ້ອຍມີແຮງຂຶ້ນໃໝ່ ທັງນຳສູ່ທາງອັນຖືກຕ້ອງ ເພາະເຫັນແກ່ນາມຊື່ຂອງພຣະອົງ.
ແຕ່ລະຄົນໃນພວກເຂົານັ້ນ ຈະເປັນດັ່ງບ່ອນຊົ້ນຈາກລົມ ແລະບ່ອນຫລົບລີ້ຈາກພະຍຸ. ພວກເຂົາຈະເປັນດັ່ງສາຍນໍ້າທີ່ຫລັ່ງໄຫລຢູ່ໃນຖິ່ນແຫ້ງແລ້ງກັນດານ ດັ່ງຮົ່ມເງົາໂງ່ນຫີນໃຫຍ່ໃນດິນແດນທີ່ແຫ້ງແລ້ງ.
ພຣະອົງເຊີດຊູກຳລັງຜູ້ທີ່ອິດເມື່ອຍອ່ອນແຮງ ແລະໃຫ້ຄວາມເຂັ້ມແຂງແກ່ຜູ້ທີ່ຂາດກຳລັງ.
ເມື່ອປະຊາຊົນຂອງເຮົາຊອກນໍ້າດື່ມເພາະຫິວ ເມື່ອລຳຄໍຂອງພວກເຂົາແຫ້ງກະຫາຍຫິວນໍ້າດື່ມ; ແລ້ວເຮົາຄືພຣະເຈົ້າຢາເວຈະຕອບພວກເຂົາ ເຮົາຄືພຣະເຈົ້າແຫ່ງອິດສະຣາເອນຈະບໍ່ປະຖິ້ມພວກເຂົາຈັກເທື່ອ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ພຣະອົງໄດ້ສັ່ງສອນສິ່ງທີ່ຂ້ອຍຈະເວົ້າ ເພື່ອວ່າຂ້ອຍຈະໄດ້ຊ່ວຍຜູ້ທີ່ອ່ອນແຮງ ໃຫ້ພວກເຂົາເຂັ້ມແຂງແລະມີແຮງຂຶ້ນໃໝ່. ທຸກໆເຊົ້າ ພຣະອົງໄດ້ໃຫ້ຂ້ອຍຫິວກະຫາຍ ຟັງສິ່ງທີ່ພຣະອົງກຳລັງສັ່ງສອນຂ້ອຍ.
ພວກເຂົາຈະມາຂັບຮ້ອງຍິນດີທີ່ເທິງພູເຂົາຊີໂອນ ແລະຈະເບີກບານໃຈກັບສິ່ງດີທີ່ພຣະເຈົ້າຢາເວມອບໃຫ້ ຄືພືດຜົນເປັນເມັດແດ່ແລະເຫຼົ້າອະງຸ່ນ ນໍ້າມັນໝາກກອກເທດທັງຝູງແກະແລະງົວດ້ວຍ. ພວກເຂົາຈະເປັນດັ່ງສວນທີ່ມີນໍ້າຫົດລ້ຽງຢ່າງດີ ມີທຸກສິ່ງທີ່ຕ້ອງການ.
ເຮົາຈະໃຫ້ພວກປະໂຣຫິດເຕັມດ້ວຍສິ່ງທີ່ດີ ທັງອາຫານການກິນຢ່າງອຸດົມສົມບູນດ້ວຍ ແລະຈະໃຫ້ປະຊາຊົນມີທຸກສິ່ງທີ່ຕ້ອງການ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຮົາຈະປ່ອຍໃຫ້ພວກເຂົາກິນຫຍ້າຕາມຮ່ອມພູທັງຫລາຍ ແລະຕາມທົ່ງຫຍ້າຂຽວສົດຕ່າງໆໃນດິນແດນອິດສະຣາເອນ.
“ບັນດາຜູ້ທີ່ເຮັດການໜັກໜ່ວງແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.
ຜູ້ໃດອຶດຫິວຄວາມຊອບທຳກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍລິບູນ
ພຣະອົງໃຫ້ຄົນອຶດຢາກເຕັມໄປດ້ວຍຂອງດີ ແລະໃຫ້ຄົນຮັ່ງມີໜີໄປມືເປົ່າ.
ແຕ່ຜູ້ໃດທີ່ດື່ມນໍ້າ ຊຶ່ງເຮົາຈະໃຫ້ນັ້ນ ຈະບໍ່ຢາກອີກຈັກເທື່ອ. ນໍ້າທີ່ເຮົາຈະໃຫ້ນັ້ນຈະກາຍເປັນນໍ້າພຸໃນຕົວຂອງຜູ້ນັ້ນ ແລະຈະພຸ່ງຂຶ້ນເຖິງຊີວິດນິຣັນດອນ.”
ແຕ່ພຣະເຈົ້າ ອົງຊົງໜູນໃຈຜູ້ທີ່ໂສກເສົ້າ ຊົງໂຜດໜູນໃຈພວກເຮົາດ້ວຍການທີ່ໃຫ້ຕີໂຕມາເຖິງພວກເຮົາ.