ເຢເຣມີຢາ 31:23 - ພຣະຄຳພີສັກສິ23 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເມື່ອເຮົາປົວແປງປະຊາຊົນຂອງເຮົາໃນດິນແດນຂອງພວກເຂົາໃຫ້ດີຄືເກົ່າແລ້ວ ພວກເຂົາຈະເວົ້າໃນດິນແດນຂອງຢູດາຍແລະຂອງພວກເຂົາເອງອີກເທື່ອໜຶ່ງວ່າ, ‘ຂໍພຣະເຈົ້າຢາເວອວຍພອນເຈົ້າ ເນີນພູສັກສິດ ນະຄອນເຢຣູຊາເລັມບ່ອນສັກສິດທີ່ພຣະອົງສະຖິດຢູ່.’ Uka jalj uñjjattʼäta |
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
ປະຊາຊົນຈະຊື້ທົ່ງນາເຫຼົ່ານັ້ນ ແລະຈະເຊັນຊື່ທັງປະທັບຕາໃນໃບຕາດິນ ແລະມີຫຼັກຖານພະຍານດ້ວຍ. ເຫດການນີ້ຈະເກີດຂຶ້ນໃນເຂດແດນຂອງເບັນຢາມິນ, ໃນໝູ່ບ້ານອ້ອມແອ້ມນະຄອນເຢຣູຊາເລັມ, ໃນເມືອງຕ່າງໆຂອງຢູດາຍ ແລະໃນເມືອງຕ່າງໆຕາມເຂດເນີນພູ, ທີ່ຕີນພູຕ່າງໆ ແລະທາງພາກໃຕ້ຂອງຢູດາຍ. ເຮົາຈະປົວແປງປະຊາຊົນຂອງເຮົາຢູ່ໃນດິນແດນຂອງພວກເຂົາຂຶ້ນໃໝ່.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.