Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 31:21 - ພຣະຄຳພີສັກສິ

21 “ຈົ່ງ​ເຮັດ​ປ້າຍ​ແລະ​ໝາຍ​ໄວ້​ຕາມ​ຫົນທາງ ຈົ່ງ​ຊອກຫາ​ຖະໜົນ​ທີ່​ເຈົ້າ​ໄດ້​ປະ​ໄປ​ນັ້ນ. ຈົ່ງ​ກັບ​ມາ​ເຖີດ ປະຊາຊົນ​ອິດສະຣາເອນ​ເອີຍ ກັບຄືນ​ມາ​ສູ່​ບ້ານ​ເມືອງ​ທີ່​ພວກເຈົ້າ​ໄດ້​ຈາກ​ໄປ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 31:21
23 Jak'a apnaqawi uñst'ayäwi  

ນອກຈາກ​ສິ່ງ​ທັງໝົດ​ທີ່​ໄດ້​ຖືກ​ຈັດຫາ​ໄວ້​ນັ້ນ ຂ້າພະເຈົ້າ​ຍັງ​ໄດ້​ມອບ​ເງິນ​ແລະ​ຄຳ​ຈາກ​ຊັບສົມບັດ​ສ່ວນຕົວ​ຂອງ​ຂ້າພະເຈົ້າ​ໃຫ້​ຕື່ມ ເພາະ​ຂ້າພະເຈົ້າ​ຮັກ​ວິຫານ​ຂອງ​ພຣະເຈົ້າ.


ຈາກ​ເຜົ່າ​ທັງໝົດ​ຂອງ​ປະຊາຊົນ​ອິດສະຣາເອນ ຜູ້ໃດ​ທີ່​ຢາກ​ນະມັດສະການ​ຢ່າງ​ຈິງໃຈ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ກໍໄດ້​ຕິດຕາມ​ຊາວ​ເລວີ​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ເພື່ອ​ພວກເຂົາ​ຈະ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.


ເຢໂຮຊາຟັດ​ຢ້ານ​ຈຶ່ງ​ສະແຫວງ​ຫາ​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ສັ່ງ​ໃຫ້​ປະຊາຊົນ​ຊາວ​ຢູດາ​ອົດ​ອາຫານ​ທົ່ວ​ປະເທດ.


ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ເຫື່ອແຮງ​ມາ​ຈາກ​ພຣະອົງ ຄື​ຜູ້​ມີ​ຈິດໃຈ​ຮ້ອນຮົນ​ໄປ​ນະມັດສະການ​ທີ່​ພູເຂົາ​ຊີໂອນ​ນັ້ນ.


ຂ້ອຍ​ຄິດ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ໄດ້​ເຫັນ​ນັ້ນ ແລະ​ໄດ້​ຖອດຖອນ​ເອົາ​ບົດຮຽນ​ດັ່ງນີ້:


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ຂອງເຮົາ​ກັບ​ມາ​ຫາ​ເຮົາ​ສາ. ຈົ່ງ​ຍົກຍ້າຍ​ສິ່ງ​ທີ່​ກີດຂວາງ​ທຸກຢ່າງ​ຈາກ​ທາງ​ຂອງ​ພວກເຂົາ ຈົ່ງ​ສ້າງ​ຖະໜົນ​ແລະ​ຕຽມ​ຫົນທາງ​ໃຫ້​ພ້ອມ​ເຖີດ.


ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ອອກ​ໄປ​ຈາກ​ນະຄອນ ແລະ​ສ້າງ​ທາງ​ສຳລັບ​ປະຊາຊົນ​ທີ່​ກຳລັງ​ກັບ​ມາ​ນັ້ນ. ຈົ່ງ​ຕຽມ​ທາງ​ຫລວງ​ໄວ້ ແລະ​ເກັບ​ຫີນ​ອອກ​ໃຫ້​ໝົດ ເຮັດ​ເຄື່ອງໝາຍ​ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.


“ປະຊາຊົນ​ຜູ້​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເພາະ​ພວກເຈົ້າ​ເປັນ​ຂອງເຮົາ. ເຮົາ​ຈະ​ເອົາ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈາກ​ແຕ່ລະ​ເມືອງ ແລະ​ສອງ​ຄົນ​ຈາກ​ແຕ່ລະ​ຕະກຸນ ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ພູເຂົາ​ຊີໂອນ.


ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.


ຈົ່ງ​ໄປ​ທີ່​ກີເລອາດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ໄປ​ຊອກ​ຫາ​ຫວ້ານຢາ​ກັນ​ເຖີດ ຫວ້ານຢາ​ຂອງ​ພວກເຈົ້າ​ໃຊ້​ການ​ບໍ່ໄດ້​ເລີຍ ເພາະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ບໍ່ໄດ້.


ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.


ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ແລ່ນ​ເອົາ​ຊີວິດ​ລອດ​ເຖີດ ຢ່າ​ໃຫ້​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ບາບີໂລນ. ບັດນີ້ ພຣະເຈົ້າຢາເວ​ກຳລັງ​ແກ້ແຄ້ນ​ແລະ​ລົງໂທດ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຝົ້າເບິ່ງ​ເຖີດ. ຈົ່ງ​ຕັ້ງໃຈ​ຟັງ​ແລະ​ເອົາໃຈໃສ່​ຕໍ່​ທຸກໆສິ່ງ​ທີ່​ເຮົາ​ສຳແດງ​ໃຫ້​ເຈົ້າ​ເຫັນ; ດ້ວຍເຫດນີ້​ແຫຼະ ເຈົ້າ​ຈຶ່ງ​ຖືກ​ນຳ​ມາ​ທີ່​ນີ້. ເຈົ້າ​ຈະ​ຕ້ອງ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຈົ້າ​ເຫັນ​ນີ້.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ບໍ່​ເຫັນ​ຫລື​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ​ກັບ​ພວກເຈົ້າ?


ເຖິງ​ແມ່ນ​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ກໍຕາມ ໃນ​ທ່າມກາງ​ບັນດາ​ຊົນຊາດ​ທັງຫລາຍ​ນັ້ນ ແຕ່​ຈາກ​ທີ່​ຫ່າງໄກ​ພຸ້ນ​ພວກເຂົາ​ຍັງ​ຈະ​ລະນຶກ​ຄິດເຖິງ ແລະ​ຈົດຈຳ​ເຮົາ​ໄດ້​ຢູ່. ພວກເຂົາ​ຈະ​ລອດຊີວິດ​ມາ​ໄດ້​ພ້ອມ​ດ້ວຍ​ລູກໆ​ຂອງ​ພວກເຂົາ ແລະ​ຕ່າງ​ກໍ​ຈະ​ຫັນຕ່າວ​ຄືນມາ​ບ້ານ.


ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເຮັດ​ຕາມ​ຂໍ້ຄຳສັ່ງ​ເຫຼົ່ານີ້​ທັງໝົດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ສັ່ງສອນ​ລູກຫລານ​ຂອງ​ພວກເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຮັດ​ຕາມ​ຄຳສັ່ງສອນ​ທັງໝົດ​ຂອງ​ພຣະເຈົ້າ​ຢ່າງ​ຕັ້ງໜ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka