Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 31:19 - ພຣະຄຳພີສັກສິ

19 ແມ່ນແທ້ ພວກ​ຂ້ານ້ອຍ​ໄດ້​ຫັນໜີ​ຈາກ​ພຣະອົງ ແຕ່​ບັດນີ້ ຂໍ​ກັບຄືນ​ມາ​ຫາ​ພຣະອົງ​ອີກ. ຫລັງຈາກ​ທີ່​ພຣະອົງ​ໄດ້​ລົງໂທດ​ພວກ​ຂ້ານ້ອຍ ຈຶ່ງ​ຕີ​ເອິກ​ຕົນເອງ​ຢ່າງ​ເສຍໃຈ​ແທ້ໆ. ພວກ​ຂ້ານ້ອຍ​ຖືກ​ອັບອາຍ​ຂາຍໜ້າ​ເຕັມທີ ເພາະ​ໄດ້​ກະທຳ​ບາບ​ແຕ່​ຄາວ​ຍັງ​ໜຸ່ມ​ພຸ້ນ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 31:19
30 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ລະອາຍ​ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ຕໍ່ໜ້າ​ພຣະອົງ. ບາບ​ຂອງ​ພວກ​ຂ້ານ້ອຍ​ສູງ​ຂຶ້ນ​ເໜືອ​ຫົວ​ແລ້ວ; ມັນ​ສູງ​ຈຸ​ຟ້າ​ສະຫວັນ.


ພຣະອົງ​ກ່າວ​ຟ້ອງ​ຢ່າງ​ຂົມຂື່ນ​ຕໍ່ສູ້​ຂ້ານ້ອຍ ແມ່ນແຕ່​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ແຕ່​ຍັງ​ໜຸ່ມ​ພຸ້ນ.


ຮ່າງກາຍ​ຂອງ​ພວກເຂົາ​ເຄີຍ​ໜຸ່ມແໜ້ນ​ແລະ​ແຂງແຮງ ແຕ່​ກໍ​ຈະ​ຖືກ​ປ່ຽນແປງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ໄວໆ​ນີ້.


ແຕ່ກ່ອນ ພຣະອົງ​ລົງໂທດ​ເພາະ​ຂ້ານ້ອຍ​ໄດ້​ເຮັດ​ຜິດ ແຕ່​ບັດນີ້ ຂ້ານ້ອຍ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ຂໍ​ຊົງ​ໂຜດ​ອະໄພ​ການບາບ​ກັບ​ຄວາມຜິດ​ຂອງ​ຂ້ານ້ອຍ ຊຶ່ງ​ໄດ້​ກະທຳ​ໃນ​ເວລາ​ຍັງ​ໜຸ່ມນ້ອຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນແກ່​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ນັ້ນ.


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.


ພວກ​ຂ້ານ້ອຍ​ຄວນ​ນອນ​ລົງ​ດ້ວຍ​ຄວາມ​ລະອາຍ​ໃຈ ແລະ​ໃຫ້​ພວກ​ຂ້ານ້ອຍ​ຮັບ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ນີ້​ສາ. ພວກ​ຂ້ານ້ອຍ​ພ້ອມ​ທັງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເລື້ອຍ​ມາ. ພວກ​ຂ້ານ້ອຍ​ບໍ່ເຄີຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ຕັ້ງແຕ່​ເລີ່ມຕົ້ນ​ປະຫວັດສາດ​ຂອງ​ພວກເຂົາ​ມາ ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ​ນຳ​ເລີຍ; ມີ​ແຕ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ເທົ່ານັ້ນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ. ພຣະເຈົ້າຢາເວ​ກ່າວ​ວ່າ,


ມະນຸດ​ເອີຍ ເຈົ້າ​ຈົ່ງ​ຮ້ອງ​ຢ່າງ​ເຈັບປວດ​ສາເຖີດ ດາບ​ດວງ​ນີ້​ຖືກ​ໝາຍ​ໄວ້​ເພື່ອ​ຄົນ​ຂອງເຮົາ​ແລ້ວ ເພື່ອ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ທຸກຄົນ ພວກເຂົາ​ຈະ​ຕ້ອງ​ຖືກ​ສັງຫານ​ໃຫ້​ຈົນ​ໝົດສິ້ນ ພ້ອມ​ກັບ​ປະຊາຊົນ​ທຸກຄົນ​ຂອງເຮົາ​ທີ່​ເຫຼືອ​ຢູ່ ຈົ່ງ​ຕີອົກ​ເຈົ້າ​ຢ່າງ​ສິ້ນຫວັງ​ສາ


ເຮົາ​ຈະ​ຕົບ​ມື​ຂອງເຮົາ​ຄືກັນ​ແລະ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ໝົດ​ໄປ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ເມື່ອ​ພວກເຂົາ​ຍັງ​ເປັນ​ສາວ​ຢູ່​ໃນ​ເອຢິບ​ນັ້ນ ພວກເຂົາ​ໄດ້​ເສຍຕົວ​ຈົນ​ກາຍເປັນ​ຍິງໂສເພນີ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຄວາມຄິດ ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຈົ້າ.


ພວກເຈົ້າ​ຈະ​ຈົດຈຳ​ຄວາມ​ປະພຶດ​ຊົ່ວ ແລະ​ການ​ເຮັດ​ຜິດ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ກະທຳ ແລະ​ພວກເຈົ້າ​ຈະ​ເບື່ອໜ່າຍ​ຕົນເອງ ເພາະ​ການບາບ​ແລະ​ການ​ອະທຳ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ບ່ອນ​ທີ່​ພວກເຂົາ​ຈະ​ໃຊ້​ຊີວິດ​ຢູ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ລະນຶກເຖິງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ອັບອາຍ​ຂາຍໜ້າ ກໍ​ເພາະ​ຈິດໃຈ​ທີ່​ຂາດ​ຄວາມເຊື່ອ​ຈຶ່ງ​ພາ​ໃຫ້​ຫ່າງເຫີນ​ຈາກ​ເຮົາ​ໄປ ແລະ​ພວກເຂົາ​ຮັກ​ຮູບເຄົາຣົບ​ຫລາຍກວ່າ​ຮັກ​ເຮົາ. ພວກເຂົາ​ຈະ​ກຽດຊັງ​ຕົນເອງ ເພາະ​ຄວາມ​ຊົ່ວຊ້າ ແລະ​ສິ່ງ​ເສື່ອມເສຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ແຕ່​ເມື່ອ​ລູກຊາຍ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສິນ​ຂອງ​ພໍ່​ດ້ວຍ​ການ​ຄົບຫາ​ກັບ​ພວກ​ຍິງໂສເພນີ ກັບຄືນ​ມາ​ແລ້ວ ພໍ່​ກໍ​ຍັງ​ຂ້າ​ງົວເຖິກ​ໂຕ​ດີທີ່ສຸດ ຈັດ​ງານລ້ຽງ​ໃຫ້​ມັນ.’


ສ່ວນ​ຄົນ​ເກັບພາສີ​ນັ້ນ​ຢືນ​ຢູ່​ຫ່າງໄກ ແລະ​ບໍ່​ກ້າ​ແມ່ນແຕ່​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ລາວ​ໄດ້​ຕີ​ເອິກ​ຂອງຕົນ ແລະ​ກ່າວ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຜູ້​ເປັນ​ຄົນ​ບາບ​ແດ່ທ້ອນ’


ດັ່ງນັ້ນ ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ ຈາກ​ການ​ກະທຳ​ອັນ​ອັບອາຍ​ທີ່​ພວກເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້? ເພາະ​ຜົນ​ຂອງ​ການ​ເຮັດ​ຢ່າງ​ນັ້ນ ກໍ​ຄື​ຄວາມ​ຕາຍ.


ຖ້າ​ພວກເຈົ້າ​ແລະ​ລູກຫລານ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ດ້ວຍ​ສຸດໃຈ​ພຣະ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້;


ແກ້ໄຂ​ຄວາມ​ຄິດເຫັນ​ຝ່າຍ​ກົງກັນຂ້າມ ດ້ວຍ​ຄວາມ​ສຸພາບ​ອ່ອນໂຍນ ເພາະ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka