15 ພຣະເຈົ້າຢາເວກ່າວດັ່ງນີ້: “ມີສຽງໜຶ່ງໃນຣາມາ ສຽງຮ້ອງໄຫ້ຄວນຄາງຢ່າງລະທົມຂົມຂື່ນ ນາງຣາເຊັນກຳລັງຮ້ອງໄຫ້ໃຫ້ລູກໆຂອງຕົນ ທີ່ໄດ້ເສຍໄປ ຈຶ່ງບໍ່ຟັງຄຳປອບໃຈໃດໆທັງນັ້ນ.”
ຣາເຊັນໄດ້ຕາຍໄປ ແລະຢາໂຄບໄດ້ຝັງສົບຂອງນາງໄວ້ ໃກ້ແຄມທາງໄປເມືອງເອຟຣາທາ ປັດຈຸບັນນີ້ແມ່ນເມືອງເບັດເລເຮັມ.
ລູກຊາຍແລະລູກສາວຕ່າງກໍເລົ້າໂລມເພິ່ນ, ແຕ່ເພິ່ນບໍ່ຟັງໃຜໝົດ ແລະເວົ້າວ່າ, “ຂ້ອຍຈະໄວ້ທຸກໃຫ້ລູກຊາຍຂອງຂ້ອຍ ຈົນກວ່າຈະຕາຍຕາມລາວໄປ.” ສະນັ້ນ ເພິ່ນຈຶ່ງສືບຕໍ່ໄວ້ທຸກໃຫ້ແກ່ໂຢເຊັບລູກຊາຍຂອງຕົນ.
ພວກເຂົາເວົ້າວ່າ, “ທ່ານເອີຍ ພວກຂ້ານ້ອຍມີອ້າຍນ້ອງນຳກັນສິບສອງຄົນ ທີ່ເກີດຈາກພໍ່ດຽວກັນທີ່ການາອານ. ນ້ອງຊາຍຜູ້ໜຶ່ງໄດ້ຕາຍໄປແລ້ວ ແລະນ້ອງຊາຍຫລ້າຍັງຢູ່ນຳພໍ່.”
ຢາໂຄບຜູ້ເປັນພໍ່ຈຶ່ງເວົ້າວ່າ, “ພວກເຈົ້າຈະບໍ່ໃຫ້ຂ້ອຍມີລູກຊາຍເຫຼືອຢູ່ຈັກຄົນບໍ? ໂຢເຊັບກໍໄດ້ຕາຍໄປແລ້ວ ຊີເມໂອນກໍຖືກຈັບ. ບັດນີ້ ພວກເຈົ້າຈະເອົາເບັນຢາມິນໜີໄປຈາກຂ້ອຍອີກ. ຂ້ອຍມາຊ່າງເປັນຄົນທຸກລະທົມໃຈຫລາຍແທ້ໆນໍ.”
ລາວໄດ້ດຳເນີນຊີວິດໃນຄວາມສາມັກຄີທຳຕິດສະໜິດກັບພຣະເຈົ້າ ແລະລາວກໍໄດ້ຫາຍຕົວໄປ ເພາະພຣະເຈົ້າໄດ້ຮັບເອົາລາວໄປ.
ຈົນວ່າພຣະອົງຍົກໂທດໃຫ້ຂ້ານ້ອຍບໍ່ໄດ້ບໍ? ຈົນພຣະອົງອະໄພຄວາມຜິດໃຫ້ຂ້ານ້ອຍບໍ່ໄດ້. ຍັງບໍ່ດົນດອກ ຂ້ານ້ອຍຈະໄປຢູ່ໃນຂຸມຝັງສົບ ຈາກໄປເມື່ອພຣະອົງແນມຫາຂ້ານ້ອຍຢູ່.”
ແຕ່ເມື່ອຂ້ອຍຍ່າງຜ່ານກາຍ ບໍ່ເຫັນລາວຢູ່ທີ່ນັ້ນອີກຕໍ່ໄປ ຂ້ອຍໄດ້ຊອກຫາລາວແຕ່ກໍບໍ່ພົບ.
ເມື່ອຢູ່ໃນຄາວລຳບາກເດືອດຮ້ອນຂັດສົນ ຂ້ານ້ອຍກໍໄດ້ພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຍົກມືຂຶ້ນພາວັນນາອະທິຖານຫາພຣະອົງທັງຄືນ ແຕ່ຄວາມເລົ້າໂລມໃຈກໍບໍ່ເຫັນມາປານນີ້.
ພວກເຂົາໄດ້ຂ້າມຊ່ອງແຄບ ແລະກຳລັງຄ້າງຄືນຢູ່ທີ່ເກບາ ຊາວເມືອງຣາມາຢ້ານກົວໃຫຍ່ ແລະປະຊາຊົນທີ່ເມືອງກີເບອາ ບ້ານເກີດເມືອງນອນຂອງກະສັດໂຊນກໍປົບໜີໄປ.
ບັດນີ້ ຈົ່ງປ່ອຍໃຫ້ຂ້າພະເຈົ້າຮ້ອງໄຫ້ຢ່າງຂົມຂື່ນ ເຖິງປະຊາຊົນຂອງຂ້າພະເຈົ້າທຸກຄົນທີ່ໄດ້ຕາຍໄປນັ້ນ. ຢ່າພະຍາຍາມເລົ້າໂລມໃຈຂ້າພະເຈົ້າ.
ຜ້າເຕັນຂອງພວກເຮົາຖືກທຳລາຍເຊືອກກໍຂາດໝົດ ລູກໆພວກເຮົາຈຳຕ້ອງພາກຈາກພວກເຮົາໄປສິ້ນ; ຈຶ່ງບໍ່ມີຜູ້ໃດຊ່ວຍຍົກຜ້າເຕັນລົ້ມນັ້ນຂຶ້ນມາ ບໍ່ມີຜູ້ໃດເກາະຜ້າກັ້ງຜ້າເຕັນຂຶ້ນຊ່ວຍ.”
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ ຫລັງຈາກເນບູຊາຣາດານ ຜູ້ບັນຊາການທະຫານໄດ້ປ່ອຍຂ້າພະເຈົ້າແລ້ວທີ່ເມືອງຣາມາ. ຂ້າພະເຈົ້າໄດ້ຖືກນຳຕົວໄປທີ່ນັ້ນ ໂດຍຖືກລ່າມໂສ້ໄປພ້ອມກັບປະຊາຊົນຄົນອື່ນໆຈາກນະຄອນເຢຣູຊາເລັມ ແລະຢູດາຍ ຄືພວກທີ່ໄດ້ຖືກຈັບເປັນຊະເລີຍເສິກໄປສູ່ບາບີໂລນ.
ບັນພະບຸລຸດໄດ້ເຮັດບາບ ແຕ່ບັດນີ້ເພິ່ນຕາຍໄປ ພວກຂ້ານ້ອຍທົນທຸກຍ້ອນການບາບຂອງພວກເພິ່ນ.
ມືນັ້ນພືໜັງສືມ້ວນອອກ ແລະຂ້າພະເຈົ້າກໍໄດ້ເຫັນຄຳຂຽນໄວ້ທັງສອງໜ້າ ເປັນບົດຮ້ອງໄຫ້ອາໄລອາວອນ ແລະຄໍ່າຄວນ.
ນອກນີ້ກໍຍັງມີເມືອງກີເບໂອນ, ຣາມາ, ເບເອໂຣດ,
ປະຊາຊົນອິດສະຣາເອນໄດ້ມາຫານາງເດໂບຣາທີ່ກ້ອງຕົ້ນຕານ ລະຫວ່າງເມືອງຣາມາແລະເມືອງເບັດເອນໃນເຂດເນີນພູເອຟຣາອິມ ບ່ອນທີ່ນາງນັ່ງເພື່ອໃຫ້ຄຳປຶກສາຫາລື.
ແລ້ວເພິ່ນກໍໄດ້ກັບຄືນເມືອເຮືອນຂອງເພິ່ນທີ່ເມືອງຣາມາ ບ່ອນທີ່ເພິ່ນຮັບໃຊ້ເປັນຜູ້ຕັດສິນຄວາມຄືກັນ. ຢູ່ໃນເມືອງຣາມານີ້ ເພິ່ນສ້າງແທ່ນບູຊາແທ່ນໜຶ່ງຂຶ້ນເພື່ອຖວາຍແກ່ພຣະເຈົ້າຢາເວ.