ເຢເຣມີຢາ 31:13 - ພຣະຄຳພີສັກສິ13 ແລ້ວແມ່ຍິງກໍຈະຟ້ອນຢ່າງມີຄວາມສຸກໃຈ ຜູ້ຊາຍບໍ່ວ່າເຖົ້າຫລືໜຸ່ມກໍດີຈະຍິນດີດ້ວຍ. ເຮົາຈະເລົ້າໂລມໃຈຜູ້ໄວ້ທຸກ ໃຫ້ປີຕິຍິນດີ ຄວາມໂສກເສົ້າເສຍໃຈ ເປັນຄວາມຊົມຊື່ນ. Uka jalj uñjjattʼäta |
ວັນເຫຼົ່ານີ້ເປັນວັນທີ່ຊາວຢິວໄດ້ກຳຈັດລ້າງຜານສັດຕູຂອງພວກເຂົາ; ເປັນເດືອນທີ່ປ່ຽນຈາກເວລາແຫ່ງຄວາມໂສກເສົ້າແລະການສູນເສຍຄວາມຫວັງ ມາເປັນຄວາມປິຕິຍິນດີແລະຄວາມເບີກບານໃຈ. ພວກເຂົາໄດ້ຮັບເອົາຄຳສັ່ງນັ້ນ ແລະຖືເອົາວັນເຫຼົ່ານີ້ເປັນວັນກິນລ້ຽງສັງສັນ ໃຫ້ອາຫານເປັນຂອງຂວັນແກ່ກັນແລະກັນ ແລະແກ່ຄົນຍາກຈົນ.
ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ.
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ສຽງແຫ່ງການໂຮຮ້ອງຍິນດີ ແລະຊົມຊື່ນ ແລະສຽງແຫ່ງຄວາມສຸກໃຈຂອງພິທີແຕ່ງງານ. ພວກເຈົ້າຈະໄດ້ຍິນປະຊາຊົນຮ້ອງເພງ ເມື່ອພວກເຂົານຳເຄື່ອງຖວາຍມາໂມທະນາຂອບພຣະຄຸນໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາຈະເວົ້າວ່າ, ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ເພາະພຣະເຈົ້າຢາເວຊົງຄຸນຄວາມດີ ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ເຮົາຈະເຮັດໃຫ້ດິນແດນນີ້ຈະເລີນຮຸ່ງເຮືອງດັ່ງຄາວແຕ່ກ່ອນ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.