11 ພຣະເຈົ້າຢາເວໄດ້ຊ່ວຍໃຫ້ຊາດອິດສະຣາເອນເປັນເສລີ ຊ່ວຍໃຫ້ພົ້ນໄພຈາກຊົນຊາດໜຶ່ງທີ່ມີອຳນາດ.
ໂຜດຟັງຄຳຮ້ອງຂໍໃຫ້ຊ່ວຍເຫລືອແດ່ ເພາະຂ້ານ້ອຍຈົມຢູ່ໃນຄວາມສິ້ນຫວັງ ໂຜດຊ່ວຍໃຫ້ພົ້ນຈາກສັດຕູທັງຫລາຍ ເພາະພວກເຂົາແຂງແຮງຫລາຍກວ່າຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ພວກເຂົາເສຍຂວັນແລະຢ້ານກົວໃຫຍ່ ເມື່ອພວກເຂົາເຫັນພຣະເດຊານຸພາບ; ພວກເຂົາຢືນຢ່າງສິ້ນທ່າດ້ວຍຄວາມຢ້ານກົວ ຈົນກວ່າປະຊາຊົນຂອງພຣະອົງຜ່ານໄປໄດ້; ຄືປະຊາຊົນທີ່ພຣະອົງປົດປ່ອຍໃຫ້ມີອິດສະຫລະເສລີ ຈາກການເປັນທາດຮັບໃຊ້.
ໂອ ຟ້າສະຫວັນຟ້າສະຫວັນ ເອີຍ ຈົ່ງໂຮຮ້ອງຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳ; ແຜ່ນດິນໂລກບ່ອນເລິກສຸດເອີຍ ຈົ່ງໂຮຮ້ອງສາເຖີດ ພູຜາທຸກໜ່ວຍແລະຕົ້ນໄມ້ໃນປ່າທັງຫລາຍ ຈົ່ງຊົມຊື່ນຍິນດີດ້ວຍສຽງໂຮຮ້ອງເຖີດ ເຫດວ່າພຣະເຈົ້າຢາເວໄດ້ຊົງໄຖ່ຢາໂຄບ ແລະຈະຊົງຮັບກຽດແຫ່ງສະຫງ່າຣາສີໃນອິດສະຣາເອນ.
ຈົ່ງອອກໄປຢ່າງອິດສະຫລະຈາກນະຄອນບາບີໂລນ ຈົ່ງປະກາດຂ່າວດີຢ່າງຊົມຊື່ນຍິນດີເຖີດ. ຈົ່ງບອກທຸກໆບ່ອນໃຫ້ຮູ້ແລະໄດ້ຍິນວ່າ, “ພຣະເຈົ້າຢາເວໄດ້ໄຖ່ອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງແລ້ວ.”
ເຈົ້າຢຶດເຄື່ອງທີ່ທະຫານປຸ້ນມາໜີໄປໄດ້ບໍ? ຊ່ວຍກູ້ເອົາຊະເລີຍເສິກຈາກຜູ້ກົດຂີ່ໄດ້ຫລືບໍ່?
ພຣະເຈົ້າຢາເວ ໂຕ້ຕອບກ່າວຄືນໄປວ່າ, “ເຫດການດັ່ງທີ່ໄດ້ກ່າວ ກຳລັງຈະເກີດຂຶ້ນ. ຊະເລີຍຂອງທະຫານນັ້ນຈະຖືກຈັບເອົາໄປ ເຄື່ອງທີ່ນັກກົດຂີ່ໄດ້ປຸ້ນມາກໍຈະຖືກຢຶດດ້ວຍ. ເຮົາຈະສູ້ຮົບທຸກຄົນທີ່ຕໍ່ສູ້ກັບເຈົ້າ ເຮົາຈະຊ່ວຍເອົາລູກຫລານຂອງເຈົ້າໃຫ້ພົ້ນ.
ພວກທີ່ພຣະເຈົ້າຢາເວໄດ້ຊ່ວຍກູ້ກໍເຖິງນະຄອນເຢຣູຊາເລັມ ເບີກບານໃຈທັງຮ້ອງລຳທຳເພງດ້ວຍ. ພວກເຂົາຈະມີຄວາມສຸກຕະຫລອດໄປ ຈະບໍ່ໂສກເສົ້າເຫງົາໃຈອີກຈັກເທື່ອ.
ເຮົາຈະຊ່ວຍກູ້ເອົາເຈົ້າໃຫ້ພົ້ນຈາກອຳນາດຂອງຄົນຊົ່ວຮ້າຍ ແລະຄົນມັກການຮຸນແຮງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ປະຊາຊົນອິດສະຣາເອນ ແລະຢູດາໄດ້ຖືກກົດຂີ່. ຄົນທັງໝົດທີ່ໄດ້ຈັບພວກເຂົາໄປນັ້ນ ກຳລັງເຝົ້າເບິ່ງພວກເຂົາຢ່າງໃກ້ຊິດ ແລະບໍ່ຍອມປ່ອຍໃຫ້ພວກເຂົາໜີໄປ.
ແຕ່ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງຫລາຍ ແລະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ພຣະອົງຈະຍົກຄະດີຂອງພວກເຂົາຂຶ້ນພິຈາລະນາ ທັງຈະນຳສັນຕິສຸກມາສູ່ແຜ່ນດິນໂລກ; ແຕ່ປະຊາຊົນແຫ່ງບາບີໂລນຈະເດືອດຮ້ອນ.”
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ມາຊ່ວຍກູ້ ແລະມາໄຖ່ເອົາຊີວິດຂອງຂ້ານ້ອຍໄວ້.
ເຮົາຈະບໍ່ຊ່ວຍປະຊາຊົນນີ້ໃຫ້ພົ້ນຈາກພິພົບຄົນຕາຍ ຫລືຊ່ວຍກູ້ເອົາພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍ. ໂອ ຄວາມຕາຍເອີຍ ຈົ່ງມາພ້ອມ ກັບໄພພິບັດຂອງເຈົ້າ. ເຮົາຈະບໍ່ສົງສານປະຊາຊົນນີ້ຕໍ່ໄປອີກແລ້ວ.
ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະຊ່ວຍພວກເຂົາ ໃຫ້ພົ້ນອັນຕະລາຍດັ່ງຝູງແກະທີ່ມີຜູ້ລ້ຽງ. ພວກເຂົາຈະສ່ອງໄສແຈ້ງຢູ່ໃນດິນແດນຂອງພຣະອົງ ດັ່ງເພັດພອຍຢູ່ໃນມົງກຸດນັ້ນ.
“ບໍ່ມີຜູ້ໃດຈະເຂົ້າໄປປຸ້ນເອົາຊັບຢູ່ໃນເຮືອນຂອງຄົນແຂງແຮງໄດ້, ເວັ້ນແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ, ແລ້ວຈຶ່ງປຸ້ນເອົາຊັບຢູ່ໃນເຮືອນຂອງເພິ່ນໄດ້.
ເໝືອນຢ່າງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ ແລະຍອມສະຫລະຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”
ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າຫລົງຜິດແລ້ວ ເພາະພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລືຣິດເດດອຳນາດຂອງພຣະເຈົ້າ.
ພຣະອົງໄດ້ສະຫລະພຣະອົງເອງ ແທນພວກເຮົາທັງຫລາຍ ເພື່ອໄຖ່ເອົາພວກເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທັງໝົດ ແລະເພື່ອຊຳລະພວກເຮົາໃຫ້ເປັນຜູ້ບໍຣິສຸດ ເພື່ອເປັນໄພ່ພົນຂອງພຣະອົງໂດຍສະເພາະ ແລະມີໃຈຮ້ອນຮົນສຳລັບເຮັດຄວາມດີ.