Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 31:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເປັນ​ພຣະເຈົ້າ​ແຫ່ງ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 31:1
34 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກະທຳ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ກໍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ຢູ່​ຝ່າຍ​ຄວາມຈິງ ເປັນ​ຂອງ​ປະຊາຊົນ​ທີ່​ມີ​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


“ພຣະເຈົ້າ​ອົງ​ນີ້​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ​ສືບໄປ ພຣະອົງ​ຈະ​ນຳພາ​ພວກເຮົາ​ຕະຫລອດໄປ​ເປັນນິດ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ຊາຍຝັ່ງ​ຂອງ​ດິນແດນ​ຟີລິດສະຕິນ ຈະ​ເວົ້າ​ວ່າ, ‘ຈົ່ງ​ເບິ່ງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ປະຊາຊົນ​ທີ່​ພວກເຮົາ​ໄດ້​ເພິ່ງພາ​ອາໄສ ໃຫ້​ປົກປ້ອງ​ພວກເຮົາ​ຈາກ​ກະສັດ​ອັດຊີເຣຍ​ນັ້ນ​ແມ ພວກເຮົາ​ຈະ​ລອດຊີວິດ​ໄດ້​ຢ່າງໃດ?”’


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ພວກເຂົາ​ຈະ​ເປັນ​ຂອງເຮົາ ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຫ້​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ເປັນ​ຜົນ​ສຳເລັດ.


ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທັງ​ອິດສະຣາເອນ ແລະ​ຢູດາ​ຈະ​ຮ້ອງໄຫ້ ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັກສາ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ​ຢ່າງ​ສັດຊື່. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ກະສັດ​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ຈະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ພວກເຈົ້າ​ຜູ້​ເປັນ​ຝູງແກະ​ຂອງເຮົາ​ເອີຍ ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.


ຕັ້ງແຕ່​ນີ້​ເປັນ​ຕົ້ນ​ໄປ ຊາວ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ເຮົາ​ຈະ​ຢູ່​ກັບ​ເຈົ້າ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຢ່າ​ສູ່​ໜ່ວງໜ່ຽວ​ເຮົາ​ໄວ້​ເທາະ ເພາະ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ, ແຕ່​ໃຫ້​ເຈົ້າ​ໄປ​ຫາ​ພີ່ນ້ອງ​ຂອງເຮົາ ແລະ​ບອກ​ພວກເຂົາ​ວ່າ​ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະອົງ ຜູ້​ເປັນ​ພຣະບິດາເຈົ້າ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຈະ​ເມືອ​ຫາ​ພຣະເຈົ້າ​ຂອງເຮົາ ແລະ​ພຣະເຈົ້າ​ຂອງ​ພວກເຈົ້າ.”


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກາຍເປັນ​ຄົນ​ຜິດ​ສິນທຳ ຫລື​ປະໝາດ​ຕໍ່​ສິ່ງ​ສັກສິດ​ເໝືອນ​ເອຊາວ ຜູ້​ທີ່​ໄດ້​ຂາຍ​ສິດທິ​ການ​ເປັນ​ອ້າຍ​ກົກ​ຂອງຕົນ ເພື່ອ​ແລກ​ກິນ​ອາຫານ​ພຽງ​ຄາບ​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka