9 ແຕ່ພວກເຂົາກັບຈະຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະຮັບໃຊ້ເຊື້ອສາຍຂອງດາວິດ ຜູ້ທີ່ເຮົາຈະມອບອຳນາດໃຫ້ເປັນກະສັດຂອງພວກເຂົາ.”
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມຮັກອັນໝັ້ນຄົງຂອງພຣະອົງແຕ່ກ່ອນນັ້ນໄປໃສໝົດ? ຄຳສັນຍາທີ່ພຣະອົງມີໄວ້ກັບດາວິດນັ້ນຢູ່ໃສແລ້ວ?
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເລືອກເອົາຜູ້ໜຶ່ງໃນເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທຳ. ກະສັດຜູ້ນີ້ຈະປົກຄອງຢ່າງສະຫລາດ ແລະຈະເຮັດແຕ່ສິ່ງທີ່ຖືກຕ້ອງ ແລະຍຸດຕິທຳຕະຫລອດທົ່ວທັງປະເທດ.
ເຮົາຜູ້ດຽວເທົ່ານັ້ນທີ່ຮູ້ແຜນການຂອງເຮົາສຳລັບພວກເຈົ້າ,’ ພຣະເຈົ້າຢາເວກ່າວວ່າ, ‘ຄືແຜນການທີ່ນຳຄວາມຈະເລີນຮຸ່ງເຮືອງມາສູ່ພວກເຈົ້າ ແລະບໍ່ແມ່ນນຳຄວາມຈິບຫາຍມາສູ່ພວກເຈົ້າ ແຕ່ເປັນແຜນການທີ່ນຳຄວາມຫວັງມາສູ່ອະນາຄົດຂອງພວກເຈົ້າ.
ພວກເຈົ້ານາຍຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງ ກະສັດຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງດ້ວຍ. ລາວຈະຫຍັບເຂົ້າໃກ້ ເມື່ອເຮົາໄດ້ເຊີນລາວ ຜູ້ທີ່ບໍ່ຖືກເຊີນ ມີຜູ້ໃດແດ່ກ້າຫຍັບມາເຂົ້າໃກ້? ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ໃນເວລານັ້ນ ເຮົາຈະເລືອກເອົາຜູ້ຊອບທຳຄົນໜຶ່ງ ຈາກເຊື້ອສາຍຂອງດາວິດໃຫ້ເປັນກະສັດ. ກະສັດຜູ້ນີ້ຈະເຮັດແຕ່ສິ່ງທີ່ຖືກຕ້ອງແລະຍຸດຕິທຳທົ່ວທັງດິນແດນ.
ແຕ່ຫລັງຈາກນັ້ນ ປະຊາຊົນອິດສະຣາເອນຈະກັບຄືນມາ ແລະສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາອີກເທື່ອໜຶ່ງ ແລະຈະກັບຄືນໄປຫາເຊື້ອສາຍຂອງດາວິດກະສັດຂອງພວກເຂົາ. ໃນເວລານັ້ນ ພວກເຂົາຈະຢຳເກງພຣະເຈົ້າຢາເວ ແລະຈະໄດ້ຮັບສິ່ງດີທີ່ພຣະອົງຈະໂຜດໃຫ້.
ແລະຖາມວ່າ, “ເດັກທີ່ຫາກໍເກີດມາເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະພວກເຮົາໄດ້ມາເພື່ອຂາບໄຫວ້ນະມັດສະການເພິ່ນ.”
ແລະ ໄດ້ໃຫ້ຜູ້ຊົງຣິດຜູ້ໜຶ່ງເກີດຂຶ້ນ ໃນເຊື້ອວົງຂອງດາວິດຜູ້ຮັບໃຊ້ ຂອງພຣະອົງ ເພື່ອເປັນຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ,
ແມ່ນພຣະເຢຊູເຈົ້າເຊື້ອສາຍຄົນໜຶ່ງຂອງດາວິດນີ້ແຫຼະ ທີ່ພຣະເຈົ້າໄດ້ຕັ້ງໃຫ້ເປັນພຣະຜູ້ໂຜດຊ່ວຍໃຫ້ພົ້ນ ຂອງປະຊາຊົນອິດສະຣາເອນ ຕາມທີ່ພຣະອົງໄດ້ສັນຍາໄວ້.
ນີ້ແຫຼະ ແມ່ນຖ້ອຍຄຳທີ່ພຣະເຈົ້າໄດ້ກ່າວໄວ້ ເຖິງຄວາມເປັນຄືນມາຈາກຕາຍຂອງພຣະອົງວ່າ, ບໍ່ໃຫ້ຫລົບສູ່ຄວາມເປື່ອຍເນົ່າຈັກເທື່ອ: ‘ເຮົາຈະໃຫ້ພຣະພອນ ອັນສັກສິດບໍຣິສຸດ ແລະໝັ້ນຄົງແກ່ເຈົ້າ ທີ່ເຮົາໄດ້ສັນຍາໄວ້ກັບດາວິດ.’
ເພາະເພິ່ນເປັນຜູ້ທຳນວາຍ ແລະໄດ້ຮູ້ພຣະສັນຍາຂອງພຣະເຈົ້າທີ່ມີໄວ້ກັບເພິ່ນເອງຄື: ພຣະເຈົ້າໄດ້ສັນຍາໄວ້ວ່າ ພຣະອົງຈະໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງເພິ່ນ ຂຶ້ນເປັນກະສັດເທິງພຣະທີ່ນັ່ງຂອງເພິ່ນ.