ເຢເຣມີຢາ 30:7 - ພຣະຄຳພີສັກສິ7 ວັນອັນໜ້າຢ້ານກົວໃຫຍ່ນັ້ນ ກຳລັງຈະມາເຖິງ ບໍ່ມີວັນໃດເລີຍຈະປຽບປານວັນນັ້ນໄດ້ ເພາະເປັນເວລາທີ່ປະຊາຊົນຂອງເຮົາທຸກໃຈຫລາຍ ແຕ່ພວກເຂົາຈະລອດປອດໄພທັງຈະມີຊີວິດຢູ່ໄດ້.” Uka jalj uñjjattʼäta |
ພວກເຈົ້າທຸກຄົນຈະໄດ້ຮັບຄວາມອັບອາຍ ຍ້ອນພວກເຈົ້າໄດ້ເວົ້າວ່າ, ‘ກົກໄມ້ແມ່ນພໍ່ຂອງພວກເຈົ້າ ແລະໂງ່ນຫີນແມ່ນແມ່ຂອງພວກເຈົ້າ.’ ເຫດການນີ້ຈະເກີດຂຶ້ນ ເພາະພວກເຈົ້າໄດ້ຫັນໜີໄປຈາກເຮົາ ແທນທີ່ຈະກັບຄືນມາຫາເຮົາ. ແຕ່ເມື່ອພວກເຈົ້າມີຄວາມເດືອດຮ້ອນ ພວກເຈົ້າຊໍ້າພັດຮ້ອງຂໍເຮົາໃຫ້ຊ່ວຍເຫລືອ.
“ປະຊາຊົນຂອງເຮົາເອີຍ ພວກເຈົ້າຢ່າຢ້ານເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າແຕກຕື່ນເທາະ ພຣະເຈົ້າຢາເວກ່າວວ່າ: ເຮົາຈະຊ່ວຍກູ້ເອົາພວກເຈົ້າມາຈາກແດນຫ່າງໄກ ຈາກດິນແດນພວກເຈົ້າຕົກໄປເປັນຊະເລີຍນັ້ນ. ພວກເຈົ້າຈະກັບຄືນມາບ້ານ ທັງມີຊີວິດຢ່າງສັນຕິສຸກ ຈະປອດໄພແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານ.