6 ບັດນີ້ ຈົ່ງຢຸດຟັງແລະຄິດເບິ່ງວ່າ ຊາຍຜູ້ໜຶ່ງນັ້ນກຳເນີດລູກໄດ້ບໍ? ເປັນຫຍັງເຮົາຈຶ່ງເຫັນຊາຍທຸກຄົນອູ້ມທ້ອງຕົນ ໜ້າຕາທຸກຄົນຊີດຂາວດັ່ງຜູ້ຍິງຄອດລູກ?
ໃນທີ່ນັ້ນ ພວກເຂົາຕ່າງກໍຢ້ານໃຫຍ່ທັງເຈັບປວດໜັກ ດັ່ງຍິງຄົນໜຶ່ງທີ່ກຳລັງຈະເກີດລູກ
ສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະໄດ້ຍິນໃນນິມິດນັ້ນ ເຮັດໃຫ້ຂ້າພະເຈົ້າຢ້ານກົວເຕັມທີ ແລະເຈັບປວດເໝືອນຜູ້ຍິງຄອດລູກ.
ສະນັ້ນ ບັດນີ້ພຣະເຈົ້າຢາເວຜູ້ໄດ້ຊົງໄຖ່ເອົາອັບຣາຮາມຈາກຄວາມເດືອດຮ້ອນກ່າວວ່າ, “ປະຊາຊົນຂອງເຮົາເອີຍ ເຈົ້າຈະບໍ່ຖືກອັບອາຍຂາຍໜ້າຕໍ່ໄປ ແລະສີໜ້າຂອງພວກເຈົ້າກໍຈະບໍ່ຫລ່າເຫລືອງ ຍ້ອນຄວາມອັບອາຍຕໍ່ໄປອີກ.
ເຈົ້າຈະເວົ້າຢ່າງໃດ ເມື່ອຄົນທີ່ເຈົ້າຄິດວ່າເປັນມິດ ຮົບຊະນະເຈົ້າ ແລະປົກຄອງເຈົ້າ? ເຈົ້າຈະເຈັບປວດດັ່ງຜູ້ຍິງກຳລັງຄອດລູກ.
ພວກເຈົ້າພັກຜ່ອນຢູ່ທ່າມກາງກົກແປກທັງຫລາຍ ຊຶ່ງໄດ້ຖືກນຳມາຈາກເລບານອນພຸ້ນ; ແຕ່ເມື່ອຖືກເຈັບປວດ ພວກເຈົ້າຈະໜ້າສົງສານສໍ່າໃດ ເຈັບປວດໜັກໜ່ວງດັ່ງຜູ້ຍິງກຳລັງຈະຄອດລູກ.
ຂ້ານ້ອຍໄດ້ຍິນສຽງຮ້ອງດັ່ງຜູ້ຍິງກຳລັງຄອດລູກ ຄວນຄາງເຈັບປວດທີ່ສຸດຄືກັບການເກີດລູກກົກ. ສຽງຮ້ອງເກືອບໃຈຈະຂາດຂອງນະຄອນເຢຣູຊາເລັມ ຊຶ່ງກຳລັງຄວນຄາງ ແລະວອນຂໍໃຫ້ຊ່ວຍ; ນາງຢຽດມືອອກ ແລະເວົ້າອອກມາວ່າ, “ເຄາະກຳຂ້ອຍນໍ ພວກເຂົາກຳລັງຈະມາຂ້າຂ້ອຍ.”
ແລະເມືອງຕະຫລອດທັງປ້ອມປ້ອງກັນເມືອງຈະຖືກຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານຂອງໂມອາບກໍຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.
ສັດຕູຈະໂຈມຕີດັ່ງນົກອິນຊີ ຄືບິນລົງມາເທິງໂບຊະຣາ ໂດຍພືປີກອອກກວມ. ໃນວັນນັ້ນ ທະຫານເອໂດມຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.”
ປະຊາຊົນດາມັສກັດອ່ອນກຳລັງ ແລະປົບໜີໄປດ້ວຍຄວາມຢ້ານກົວຫລາຍ. ພວກເຂົາເຈັບປວດ ແລະທົນທຸກທໍລະມານດັ່ງຜູ້ຍິງຄອດລູກ.
ເມື່ອກະສັດບາບີໂລນໄດ້ຍິນຂ່າວທີ່ຄົນນຳມາ ມືຂອງເພິ່ນກໍອ່ອນເພຍເປ້ຍຫລ່ອຍລົງໂລດ. ເພິ່ນຈຶ່ງຂົມຂື່ນແລະເປັນທຸກໃນຈິດໃຈ ເຈັບປວດຢ່າງໜັກດັ່ງຍິງກຳລັງຈະຄອດລູກ.
ປະຊາຊົນອິດສະຣາເອນເວົ້າວ່າ, “ພໍພວກເຮົາໄດ້ຍິນຂ່າວຂອງເສິກ ມືຂອງພວກເຮົາກໍອ່ອນເພຍລົງ; ພວກເຮົາເປັນທຸກໃຈຫລາຍ ແລະເຈັບປວດໜັກ ເໝືອນດັ່ງແມ່ຍິງທີ່ກຳລັງຈະອອກລູກ.
ເພິ່ນຈຶ່ງໜ້າຊີດ ແລະຢ້ານຫລາຍຈົນຂາສັ່ນ.
ຊາວອິດສະຣາເອນມີໂອກາດທີ່ຈະມີຊີວິດຢູ່, ແຕ່ພວກເຂົາປະໂອກາດນັ້ນໄປ ເພາະຄວາມໂງ່ຈ້າດັ່ງເດັກນ້ອຍທີ່ກຳລັງຈະເກີດ ແຕ່ບໍ່ຍອມອອກມາຈາກທ້ອງແມ່.
ເມື່ອມັນເຂົ້າມາໃກ້ໆ ທຸກຄົນຕ່າງກໍຢ້ານກົວ ຈົນໜ້າແຕ່ລະຄົນຊີດຂາວໄປ.
ນີເນເວເອີຍ ເຈົ້າຖືກທຳລາຍສາແລ້ວ ເປັນເມືອງຮ້າງວ່າງຄົນແລະເປັນຖິ່ນເປົ່າປ່ຽວ ທຸກຄົນຕ່າງກໍຢ້ານຈົນອົກສັ່ນຂວັນເສຍ ຈົນຫົວເຂົ່າທຸກຄົນສັ່ນເຊັນດ້ວຍຄວາມຢ້ານ ແລະທຸກຄົນຕ່າງກໍໝົດເຫື່ອໝົດແຮງ ຈົນສີໜ້າມ້ານຫລ່າເຫລືອງໄປທັງນັ້ນ.
ເມື່ອໃດພວກເຂົາເວົ້າວ່າ, “ສະຫງົບສຸກ ແລະປອດໄພດີແລ້ວ” ເມື່ອນັ້ນແຫຼະ ຄວາມພິນາດຈິບຫາຍຈະມາເຖິງພວກເຂົາໃນທັນທີ ເໝືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ ແລະພວກເຂົາຈະໜີບໍ່ພົ້ນເປັນແນ່.