ເຢເຣມີຢາ 30:3 - ພຣະຄຳພີສັກສິ3 ພຣະເຈົ້າຢາເວໄດ້ກ່າວວ່າ ເພາະເມື່ອເວລານັ້ນມາເຖິງ ເຮົາຈະປົວແປງປະຊາຊົນຂອງເຮົາຂຶ້ນໃໝ່ ຄືປະຊາຊົນອິດສະຣາເອນແລະຢູດາ. ເຮົາຈະນຳພວກເຂົາຄືນມາສູ່ດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ ແລະພວກເຂົາກໍຈະເປັນກຳມະສິດດິນແດນນັ້ນອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ສະນັ້ນ ໃນເດືອນທີສອງຂອງປີຕໍ່ມາ ເມື່ອກັບມາຮອດບ່ອນຕັ້ງວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມແລ້ວ ພວກເຂົາກໍໄດ້ລົງມືເຮັດວຽກໂລດ. ພວກເຫຼົ່ານີ້ມີດັ່ງນີ້: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ, ພີ່ນ້ອງຮ່ວມຊາດທີ່ເຫຼືອຢູ່, ບັນດາປະໂຣຫິດຊາວເລວີ ແລະທຸກຄົນທີ່ເປັນຊະເລີຍໃນຕ່າງຖິ່ນ ທີ່ໄດ້ກັບຄືນມາສູ່ນະຄອນເຢຣູຊາເລັມ ກໍໄດ້ຊ່ວຍໃນວຽກການນີ້. ຊາວເລວີທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ ກໍມີໜ້າທີ່ຮັບຜິດຊອບຕໍ່ການສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່.
ແຕ່ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະອອກມາຈາກປະເທດຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ.’ ເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນເດີມຂອງພວກເຂົາ ຄືດິນແດນຊຶ່ງເຮົາໄດ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ.”
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
“ປະຊາຊົນຂອງເຮົາເອີຍ ພວກເຈົ້າຢ່າຢ້ານເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າແຕກຕື່ນເທາະ ພຣະເຈົ້າຢາເວກ່າວວ່າ: ເຮົາຈະຊ່ວຍກູ້ເອົາພວກເຈົ້າມາຈາກແດນຫ່າງໄກ ຈາກດິນແດນພວກເຈົ້າຕົກໄປເປັນຊະເລີຍນັ້ນ. ພວກເຈົ້າຈະກັບຄືນມາບ້ານ ທັງມີຊີວິດຢ່າງສັນຕິສຸກ ຈະປອດໄພແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເມື່ອເຮົາປົວແປງປະຊາຊົນຂອງເຮົາໃນດິນແດນຂອງພວກເຂົາໃຫ້ດີຄືເກົ່າແລ້ວ ພວກເຂົາຈະເວົ້າໃນດິນແດນຂອງຢູດາຍແລະຂອງພວກເຂົາເອງອີກເທື່ອໜຶ່ງວ່າ, ‘ຂໍພຣະເຈົ້າຢາເວອວຍພອນເຈົ້າ ເນີນພູສັກສິດ ນະຄອນເຢຣູຊາເລັມບ່ອນສັກສິດທີ່ພຣະອົງສະຖິດຢູ່.’
ປະຊາຊົນຈະຊື້ທົ່ງນາເຫຼົ່ານັ້ນ ແລະຈະເຊັນຊື່ທັງປະທັບຕາໃນໃບຕາດິນ ແລະມີຫຼັກຖານພະຍານດ້ວຍ. ເຫດການນີ້ຈະເກີດຂຶ້ນໃນເຂດແດນຂອງເບັນຢາມິນ, ໃນໝູ່ບ້ານອ້ອມແອ້ມນະຄອນເຢຣູຊາເລັມ, ໃນເມືອງຕ່າງໆຂອງຢູດາຍ ແລະໃນເມືອງຕ່າງໆຕາມເຂດເນີນພູ, ທີ່ຕີນພູຕ່າງໆ ແລະທາງພາກໃຕ້ຂອງຢູດາຍ. ເຮົາຈະປົວແປງປະຊາຊົນຂອງເຮົາຢູ່ໃນດິນແດນຂອງພວກເຂົາຂຶ້ນໃໝ່.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ເຮົາໄດ້ເຮັດສິ່ງນີ້ໄວ້ຢ່າງແນ່ນອນສັນໃດ ເຮົາກໍຈະຮັກສາພັນທະສັນຍາຂອງເຮົາໄວ້ຢ່າງແນ່ນອນສັນນັ້ນ ກັບເຊື້ອສາຍຂອງຢາໂຄບ ແລະກັບດາວິດຜູ້ຮັບໃຊ້ຂອງເຮົາ. ເຮົາຈະເລືອກເອົາເຊື້ອສາຍຂອງດາວິດຜູ້ໜຶ່ງໄວ້ ເພື່ອໃຫ້ປົກຄອງເຊື້ອສາຍຂອງອັບຣາຮາມ, ອີຊາກ ແລະຢາໂຄບ. ເຮົາຈະເມດຕາປະຊາຊົນຂອງເຮົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ.”