ເຢເຣມີຢາ 30:22 - ພຣະຄຳພີສັກສິ22 ພວກເຂົາຈະເປັນຂອງເຮົາ ເຮົາເປັນພຣະເຈົ້າຂອງພວກເຂົາ ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.” Uka jalj uñjjattʼäta |
ມັນແມ່ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ສະໄໝທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ຄືດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫຼັກສຳລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ເຊື່ອຟັງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
ເຮົາຈະໃຫ້ປະຊາຊົນຂອງເຮົາຕັ້ງຫຼັກແຫຼ່ງຢູ່ໃນດິນແດນ ແລະໃຫ້ອຸດົມສົມບູນຍິ່ງໆຂຶ້ນ. ເຮົາຈະໃຫ້ຄວາມຮັກຕໍ່ຜູ້ທີ່ຖືກເອີ້ນວ່າ, “ຂາດຮັກ” ແລະຜູ້ທີ່ຖືກເອີ້ນວ່າ, “ບໍ່ແມ່ນປະຊາຊົນຂອງເຮົາ” ດ້ວຍ. ເຮົາຈະກ່າວວ່າ, “ພວກເຈົ້າເປັນປະຊາຊົນຂອງເຮົາ.” ພວກເຂົາຈະຕອບວ່າ, “ພຣະອົງຊົງເປັນພຣະເຈົ້າຂອງພວກຂ້ານ້ອຍ.”
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ອົງພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, ‘ນີ້ແມ່ນພັນທະສັນຍາ ທີ່ເຮົາຈະສັນຍາໄວ້ກັບ ຍາດວົງອິດສະຣາເອນ ພາຍຫລັງສະໄໝນັ້ນ ຄືເຮົາຈະບັນຈຸກົດບັນຍັດຂອງເຮົາ ໄວ້ໃນໃຈຂອງພວກເຂົາ. ເຮົາຈະຈາລຶກກົດບັນຍັດນັ້ນ ໄວ້ໃນຫົວໃຈຂອງພວກເຂົາ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະຝ່າຍພວກເຂົາຈະເປັນ ພົນລະເມືອງຂອງເຮົາ.