Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:21 - ພຣະຄຳພີສັກສິ

21 ພວກ​ເຈົ້ານາຍ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ ກະສັດ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ​ດ້ວຍ. ລາວ​ຈະ​ຫຍັບ​ເຂົ້າ​ໃກ້ ເມື່ອ​ເຮົາ​ໄດ້​ເຊີນ​ລາວ ຜູ້​ທີ່​ບໍ່​ຖືກ​ເຊີນ ມີ​ຜູ້ໃດ​ແດ່​ກ້າ​ຫຍັບ​ມາ​ເຂົ້າ​ໃກ້? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:21
53 Jak'a apnaqawi uñst'ayäwi  

ອັບຣາຮາມ​ໄດ້ຕອບ​ແລະ​ກ່າວ​ຕື່ມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍໂຜດ​ຍົກໂທດ​ໃຫ້​ແກ່​ຂ້ານ້ອຍ ທີ່​ກ້າ​ກ່າວ​ຕໍ່​ພຣະອົງ​ອີກ. ຂ້ານ້ອຍ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ ແລະ​ບໍ່ມີ​ສິດ​ທີ່​ຈະ​ກ່າວ​ຫຍັງ.


ອັບຣາຮາມ​ເວົ້າ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຢ່າ​ຟ້າວ​ໂກດຮ້າຍ​ເລີຍ; ຂ້ານ້ອຍ​ຂໍ​ຖາມ​ອີກ​ວ່າ ຖ້າ​ມີ​ພຽງ 30 ຄົນ ເດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ ຖ້າ​ເຮົາ​ພົບ 30 ຄົນ.”


ອັບຣາຮາມ​ຮຽນ​ຖາມ​ອີກ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ຟ້າວ​ໂກດຮ້າຍ​ເລີຍ ຂ້ານ້ອຍ​ຂໍ​ຖາມ​ພຣະອົງ​ອີກ​ຄັ້ງ​ໜຶ່ງ​ເທົ່ານັ້ນ. ພຣະອົງ​ຈະ​ເຮັດ​ແນວໃດ ຖ້າ​ມີ​ພຽງແຕ່ 10 ຄົນ?” ພຣະອົງ​ຕອບ​ວ່າ, “ເຮົາ​ກໍ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ​ເຊັ່ນກັນ ຖ້າ​ມີ​ພຽງແຕ່ 10 ຄົນ.”


ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ສຳລັບ​ເຮົາ ແລະ​ເຮົາ​ຈະ​ໃຫ້​ເຊື້ອສາຍ​ຂອງ​ລາວ​ປົກຄອງ​ຕະຫລອດໄປ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:


ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ສອງ​ຄົນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການປົກຄອງ​ນະຄອນ​ເຢຣູຊາເລັມ​ຄື: ຮານານີ​ນ້ອງຊາຍ​ຂອງ​ຂ້າພະເຈົ້າ ແລະ​ຮານານີຢາ​ຜູ້​ບັນຊາການ​ປ້ອມ​ຂອງ​ເມືອງ. ຮານານີຢາ​ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ຢຳເກງ​ພຣະເຈົ້າ​ຢ່າງ​ບໍ່ມີ​ຜູ້ໃດ​ທໍ່.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ເອົາ ໃຫ້​ເຂົ້າ​ມາ​ອາໄສ​ຢູ່​ໃນ​ຫໍ​ນະມັດສະການ​ໄດ້. ພວກ​ຂ້ານ້ອຍ​ຈະ​ອີ່ມ​ບໍຣິບູນ​ດ້ວຍ​ຂອງ​ດີ ທັງ​ພຣະພອນ​ນາໆ​ຈາກ​ພຣະວິຫານ​ອັນ​ສັກສິດ​ນັ້ນ.


ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ລາວ​ຈະ​ເປັນ​ກະສັດ​ປົກຄອງ​ເລື້ອຍໄປ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ຍືນຍົງ​ຢູ່​ທີ່​ຟ້າ​ສະຫວັນ.


ພຣະເຈົ້າ​ບອກ​ວ່າ, “ຢ່າ​ຫຍັບ​ເຂົ້າ​ມາ​ໃກ້​ອີກ​ເປັນ​ເດັດຂາດ. ຈົ່ງ​ຖອດ​ເກີບ​ອອກ​ສາ ເພາະວ່າ​ເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ບ່ອນ​ສັກສິດ.


ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”


ແຕ່​ພວກເຂົາ​ກັບ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຮັບໃຊ້​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເຮົາ​ຈະ​ມອບ​ອຳນາດ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ.”


ໃນ​ເວລາ​ນັ້ນ ເຮົາ​ຈະ​ເລືອກ​ເອົາ​ຜູ້​ຊອບທຳ​ຄົນ​ໜຶ່ງ ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເປັນ​ກະສັດ. ກະສັດ​ຜູ້​ນີ້​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ​ທົ່ວ​ທັງ​ດິນແດນ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


ສິງ​ກຳລັງ​ອອກ​ມາ​ຈາກ​ປ່າຕຶບ​ຂອງ​ແຄມ​ແມ່ນໍ້າ​ຈໍແດນ ສູ່​ທົ່ງຫຍ້າ​ຂຽວ​ສັນໃດ; ເຮົາ​ກໍ​ກຳລັງ​ອອກ​ມາ​ເຮັດ​ໃຫ້​ຊາວ​ບາບີໂລນ ແລ່ນ​ໜີ​ຈາກ​ເມືອງ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ພວກ​ເຈົ້ານາຍ​ທີ່​ເຮົາ​ເລືອກໄວ້​ກໍ​ຈະ​ປົກຄອງ​ປະເທດ. ຜູ້ໃດ​ປຽບທຽບ​ກັບ​ເຮົາ​ໄດ້​ແດ່? ຜູ້ໃດ​ທ້າທາຍ​ກັບ​ເຮົາ​ໄດ້​ແດ່? ມີ​ຜູ້ປົກຄອງ​ຄົນໃດ​ຕ້ານທານ​ເຮົາ​ໄດ້?


ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ຂອງ​ພວກເຂົາ. ພວກເຂົາ​ທັງໝົດ​ຈະ​ຖືກ​ລວມ​ເຂົ້າກັນ​ຢູ່​ພາຍໃຕ້​ຜູ້ປົກຄອງ​ຄົນດຽວ ແລະ​ຈະ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ​ຢ່າງ​ສັດຊື່.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ແຜ່ນ​ນີ້​ເປັນ​ສິ່ງ​ເຕືອນ​ຊາວ​ອິດສະຣາເອນ​ວ່າ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່ແມ່ນ​ລູກຫລານ​ຂອງ​ອາໂຣນ​ມາ​ໃກ້​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ບໍ່​ດັ່ງນັ້ນ ເຂົາ​ຈະ​ຖືກ​ທຳລາຍ​ເໝືອນ​ດັ່ງ​ໂກຣາ ແລະ​ພັກພວກ​ຂອງຕົນ. ເອເລອາຊາ​ກໍໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.


ແລ້ວ​ເພິ່ນ​ກໍໄດ້​ບອກ​ໂກຣາ​ແລະ​ພັກພວກ​ຂອງ​ລາວ​ວ່າ, “ໃນ​ມື້ອື່ນ​ເຊົ້າ ພຣະເຈົ້າຢາເວ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ຜູ້ໃດ​ເປັນ​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຜູ້​ທີ່​ເປັນ​ຂອງ​ພຣະອົງ ຄື​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ນັ້ນ ຫຍັບ​ເຂົ້າ​ໃກ້​ພຣະອົງ​ທີ່​ແທ່ນບູຊາ.


ແລະ​ຖາມ​ວ່າ, “ເດັກ​ທີ່​ຫາ​ກໍ​ເກີດ​ມາ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງທິດ​ຕາເວັນອອກ ແລະ​ພວກເຮົາ​ໄດ້​ມາ​ເພື່ອ​ຂາບໄຫວ້​ນະມັດສະການ​ເພິ່ນ.”


ຢູ່​ເທິງ​ຫົວ​ຂອງ​ພຣະອົງ ພວກເຂົາ​ໄດ້​ເອົາ​ປ້າຍ​ຄຳ​ກ່າວໂທດ​ຕອກ​ຕິດ​ໃສ່​ໄວ້​ໂດຍ​ມີ​ຂໍ້​ຂຽນ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ ກະສັດ​ຂອງ​ຊາດ​ຢິວ.”


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”


ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ​ຕໍ່​ສິ່ງ​ເຫຼົ່ານີ້ ແລ້ວ​ເຂົ້າ​ໄປ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ?”


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ກໍ້າ​ຂວາ​ພຣະຫັດ​ຂອງ​ພຣະອົງ ໃຫ້​ເປັນ​ພຣະ​ຜູ້ນຳ ແລະ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ມີ​ໂອກາດ​ກັບໃຈ​ໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ​ຂອງ​ພວກເຂົາ.


ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຄົນ​ທີ່​ພວກເຈົ້າ​ເລືອກ​ຂຶ້ນ​ເປັນ​ກະສັດ​ນັ້ນ ແມ່ນ​ຜູ້​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ເອົາ. ລາວ​ຕ້ອງ​ເປັນ​ຄົນ​ຊາດ​ດຽວກັນ​ກັບ​ພວກເຈົ້າ; ຢ່າ​ເອົາ​ຊາວ​ຕ່າງດ້າວ​ມາ​ເປັນ​ກະສັດ.


ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ເໝືອນ​ເຈົ້າ​ນີ້ແຫລະ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຂົາ​ເອງ​ມາ​ໃຫ້; ເຮົາ​ຈະ​ບອກ​ລາວ​ໃນ​ສິ່ງ​ທີ່​ຈະ​ກ່າວ ແລະ​ລາວ ຈະ​ບອກ​ປະຊາຊົນ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ.


ພຣະອົງ​ເປັນ​ກະສັດ​ອົງ​ສູງສຸດ ເປັນ​ຜູ້​ປົກປ້ອງ​ຮັກສາ​ຊົນຊາດ​ອິດສະຣາເອນ​ໄວ້ ເມື່ອ​ຕ່າງ​ເຜົ່າ​ເຫຼົ່າ​ຫົວໜ້າ​ພາກັນ​ມາ​ທົ່ວ​ທຸກ​ທິດ ຮ່ວມ​ເປັນ​ຈິດໃຈ​ໜຶ່ງ​ແທ້​ທຸກ​ທົ່ວ​ໜ້າ​ມາ​ປະຊຸມ.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ແມ່ນ​ດ້ວຍ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຍົກ​ການບາບ​ຂອງ​ພວກເຮົາ​ເສຍ ແລະ​ບໍ່ແມ່ນແຕ່​ການບາບ​ຂອງ​ພວກເຮົາ​ຜູ້​ດຽວ, ແຕ່​ທັງ​ການບາບ​ຂອງ​ມະນຸດ​ທັງປວງ​ໃນ​ໂລກ​ເໝືອນກັນ.


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka