Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:19 - ພຣະຄຳພີສັກສິ

19 ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ຮ້ອງເພງ​ສັນລະເສີນ ຕ່າງ​ກໍ​ຈະ​ຊົມຊື່ນ​ຍິນດີ​ໂດຍ​ພາກັນ​ໂຮຮ້ອງ. ເຮົາ​ຈະ​ອວຍພອນ​ພວກເຂົາ​ໃຫ້​ມີ​ຄົນ​ເພີ່ມຂຶ້ນ​ຫລາຍ ພອນ​ຂອງເຮົາ​ຈະ​ນຳ​ກຽດສັກສີ​ມາ​ສູ່​ພວກ​ເຂົາເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:19
39 Jak'a apnaqawi uñst'ayäwi  

ພວກເຂົາ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຢ່າງ​ຊົມຊື່ນ​ຍິນດີ​ເປັນ​ເວລາ​ເຈັດ​ວັນ ເພາະວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຈັກກະພັດ​ອັດຊີເຣຍ ພໍໃຈ​ໃນ​ພວກ​ຕົນ ແລະ​ເພິ່ນ​ໄດ້​ສະໜັບ​ສະໜູນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າ ແຫ່ງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່.


ດັ່ງນັ້ນ ປະຊາຊົນ​ທຸກຄົນ​ຈຶ່ງ​ກັບຄືນ​ເມືອ​ບ້ານເຮືອນ​ຂອງ​ໃຜ​ລາວ; ພວກເຂົາ​ກິນແລະດື່ມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ພ້ອມທັງ​ແບ່ງປັນ​ສິ່ງ​ທີ່​ພວກ​ຕົນ​ມີ​ຢູ່​ນັ້ນ​ໃຫ້​ແກ່​ຜູ້​ອື່ນ​ດ້ວຍ; ເພາະ​ພວກເຂົາ​ເຂົ້າໃຈ​ສິ່ງ​ທີ່​ພວກ​ຜູ້ນຳ​ໄດ້​ອ່ານ​ສູ່​ຟັງ​ນັ້ນ.


ປະຊາຊົນ​ທຸກຄົນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ຕ່າງ​ກໍ​ປຸກຕູບ​ຂຶ້ນ ແລະ​ອາໄສ​ຢູ່​ໃນ​ຕູບ​ນັ້ນ. ນີ້​ແມ່ນ​ເທື່ອ​ທຳອິດ​ທີ່​ໄດ້​ຖືກ​ຈັດ​ໃຫ້​ມີ​ຂຶ້ນ ນັບ​ຕັ້ງແຕ່​ສະໄໝ​ຂອງ​ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ທຸກຄົນ​ຕ່າງ​ກໍ​ຕື່ນເຕັ້ນ​ປິຕິ​ຍິນດີ.


ຂ້ານ້ອຍ​ຄວນ​ພາວັນນາ​ອະທິຖານ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ມີໄຊ ກັບ​ມາ​ຈາກ​ພູເຂົາ​ຊີໂອນ​ສູ່​ຊາດ​ອິດສະຣາເອນ​ໄດ້. ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຄວາມສຸກ​ສໍ່າໃດ ເມື່ອ​ພຣະເຈົ້າ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.


ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຊົນຊາດ​ຂອງ​ຂ້ານ້ອຍ ມີ​ປະຊາຊົນ​ມາກມາຍ​ເພີ່ມພູນ​ຍິ່ງໆ​ຂຶ້ນ ທັງ​ເຮັດ​ໃຫ້​ເຂດແດນ​ທຸກ​ດ້ານ​ຂະຫຍາຍ​ອອກ​ໄປ ເປັນ​ການ​ນຳ​ກຽດ​ອັນ​ຍິ່ງໃຫຍ່​ມາ​ສູ່​ພຣະອົງ.


ໃນ​ວັນ​ນັ້ນ ປະຊາຊົນ​ອິດສະຣາເອນ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ຈະ​ຢັ່ງຮາກ​ລົງ​ດັ່ງ​ຮາກ​ຂອງ​ຕົ້ນໄມ້​ແລະ​ຈະ​ອອກ​ດອກ​ຈູມ​ດອກບານ. ໂລກນີ້​ຈະ​ເຕັມ​ໄປ​ດ້ວຍ​ໝາກຜົນ​ຂອງ​ພວກເຂົາ.


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ກໍ​ເຖິງ​ນະຄອນ​ເຢຣູຊາເລັມ ເບີກບານ​ໃຈ​ທັງ​ຮ້ອງລຳ​ທຳເພງ​ດ້ວຍ. ພວກເຂົາ​ຈະ​ມີ​ຄວາມສຸກ​ຕະຫລອດໄປ ຈະ​ບໍ່​ໂສກເສົ້າ​ເຫງົາໃຈ​ອີກ​ຈັກເທື່ອ.


ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ຍິນດີ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ເພພັງ​ແລະ​ຮົກຮ້າງ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ນະຄອນ​ເຢຣູຊາເລັມ ທັງ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.


ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”


ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.


ເຖິງ​ວ່າ​ຄອບຄົວ​ເຈົ້າ​ໜ້ອຍ ແລະ​ຕໍ່າຕ້ອຍ​ທີ່ສຸດ ກໍ​ຈະ​ກາຍເປັນ​ໃຫຍ່ໂຕ​ດັ່ງ​ຊົນຊາດ​ມີ​ອຳນາດ. ເຮົາ​ຈະ​ເຮັດ​ໃຫ້​ເລື່ອງນີ້​ເກີດຂຶ້ນ​ໂດຍ​ໄວ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແມ່ນ​ຂະບວນ​ເຮືອ​ໃຫຍ່​ທີ່​ກຳລັງ​ມາ​ຈາກ​ແດນໄກ ກຳລັງ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ບ້ານ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ກັບຄືນ​ມາ​ນຳ ເພື່ອ​ຖວາຍ​ເປັນ​ກຽດ​ແກ່​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ສຳລັບ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ທີ່​ເຮັດ​ໃຫ້​ທຸກ​ຊົນຊາດ​ຍົກຍໍ​ປະຊາຊົນ​ຂອງ​ພຣະອົງ.


ປະຊາຊົນ​ຈະ​ມາ​ຈາກ​ເມືອງ​ຂອງ​ຢູດາຍ ແລະ​ຈາກ​ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພວກເຂົາ​ຈະ​ມາ​ຈາກ​ເຂດແດນ​ຂອງ​ເບັນຢາມິນ, ຈາກ​ທິດ​ຕາເວັນຕົກ​ຂອງຕີນ​ພູ​ຕ່າງໆ, ຈາກ​ເຂດ​ເນີນພູ​ທັງຫລາຍ ແລະ​ຈາກ​ພາກໃຕ້​ຂອງ​ຢູດາຍ. ພວກເຂົາ​ຈະ​ນຳ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ, ພືດຜົນ​ເປັນເມັດ​ແລະ​ເຄື່ອງຫອມ, ຕະຫລອດ​ທັງ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ຕໍ່ໄປ ເມື່ອ​ພວກເຈົ້າ​ມີ​ຈຳນວນ​ຫລາຍ ແລະ​ຈຳນວນ​ກໍເພີ່ມ​ຂຶ້ນ​ໃນ​ດິນແດນ​ແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວ​ກ່າວວ່າ ພວກເຂົາ​ຈະ​ບໍ່​ເວົ້າເຖິງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຄິດຮອດ ແລະ​ຈະ​ບໍ່​ເວົ້າເຖິງ​ຫີບ​ນັ້ນ​ອີກ; ພວກເຂົາ​ບໍ່​ຕ້ອງການ​ຫີບ​ນັ້ນ​ອີກ ແລະ​ຈະ​ບໍ່​ເຮັດ​ມັນ​ຂຶ້ນ​ມາ​ອີກ​ດ້ວຍ.


ພຣະເຈົ້າຢາເວ​ກ່າວ​ວ່າ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ອິດສະຣາເອນ​ແລະ​ຢູດາຍ ເຕັມ​ໄປ​ດ້ວຍ​ຜູ້ຄົນ​ແລະ​ຝູງສັດ.


ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.


ເຮົາ​ຈະ​ຕື່ມ​ຈຳນວນ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ຕື່ມ​ຈຳນວນ​ປະໂຣຫິດ​ຈາກ​ເຜົ່າເລວີ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ຢ່າງ​ຫລວງຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ຫລື​ເມັດ​ດິນ​ຊາຍ​ທີ່​ແຄມ​ທະເລ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ອີກ​ຄັ້ງ​ໜຶ່ງ ເຮົາ​ຈະ​ໃຫ້​ຊາວ​ອິດສະຣາເອນ ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຮົາ; ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ເພີ່ມ​ຂຶ້ນ​ເປັນ​ຈຳນວນພົນ​ອັນ​ຫລວງຫລາຍ ດັ່ງ​ຝູງແກະ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ປະກາດ​ພຣະທຳ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ລົມຫາຍໃຈ​ໄດ້​ເຂົ້າ​ໄປ​ໃນ​ພວກເຂົາ ແລະ​ພວກເຂົາ​ໄດ້​ມີ​ຊີວິດ​ຢູ່ ແລະ​ໄດ້​ພ້ອມກັນ​ຢືນ​ຂຶ້ນ. ພວກເຂົາ​ມີ​ຫລວງຫລາຍ​ທີ່ສຸດ ຈົນ​ລວມກັນ​ເປັນ​ກອງທັບ​ໜຶ່ງ​ໄດ້.


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ເຮົາ​ຈະ​ເອີ້ນ​ເອົາ​ປະຊາຊົນ​ຂອງເຮົາ ແລະ​ທ້ອນໂຮມ​ພວກເຂົາ​ເຂົ້າ​ມາ​ຫາ​ກັນ​ໄວ້. ເຮົາ​ຈະ​ໄຖ່​ເອົາ​ພວກເຂົາ ເຮັດ​ໃຫ້​ພວກເຂົາ​ມີ​ຈຳນວນ​ຫລາຍ​ຄື​ດັ່ງ​ແຕ່​ກ່ອນ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


ຂ້ານ້ອຍ​ມອບ​ກຽດຕິຍົດ​ຢ່າງ​ດຽວກັນ​ກັບ​ທີ່​ພຣະອົງ​ໃຫ້​ຂ້ານ້ອຍ​ນັ້ນ​ແກ່​ພວກເຂົາ ເພື່ອ​ພວກເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.


ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka