Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:18 - ພຣະຄຳພີສັກສິ

18 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:18
38 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ດາວິດ​ກໍ​ປະກາດ​ຕໍ່​ທີ່​ປະຊຸມ​ທັງໝົດ​ວ່າ, “ໂຊໂລໂມນ​ລູກຊາຍ​ຂອງ​ຂ້າພະເຈົ້າ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກເອົາ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ພາລະກິດ​ນີ້​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ຫລາຍ ເພາະ​ບໍ່ແມ່ນ​ວຽກ​ສຳລັບ​ສ້າງ​ຣາຊວັງ​ໃຫ້​ມະນຸດ​ຢູ່, ແຕ່​ເປັນ​ວຽກ​ທີ່​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ.


ຂໍໂຜດ​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ອັນ​ເຕັມ​ລົ້ນ ທີ່​ຈະ​ປະຕິບັດ​ຕາມ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ ແລະ​ທີ່​ຈະ​ກໍ່ສ້າງ​ພຣະວິຫານ ຊຶ່ງ​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ແລ້ວ​ນີ້​ດ້ວຍ.”


ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ໃຫຍ່​ເມືອງ​ໜຶ່ງ ແຕ່​ບໍ່ມີ​ຫລາຍ​ຄົນ​ຢູ່​ອາໄສ ແລະ​ເຮືອນ​ທີ່​ປຸກ​ຂຶ້ນ​ໃໝ່​ກໍ​ບໍ່ມີ​ຫລາຍ​ຫລັງ​ເທື່ອ.


ພຣະອົງ​ຈະ​ລຸກ​ຂຶ້ນ​ມາ​ດຳເນີນການ ແລະ​ຈະ​ສົງສານ​ພູເຂົາ​ຊີໂອນ​ດ້ວຍ. ເວລາ​ແຫ່ງ​ພຣະເມດຕາ​ໄດ້​ມາ​ສູ່​ເມືອງ​ນີ້​ແລ້ວ ເວລາ​ທີ່​ກຳນົດ​ໄວ້​ກໍ​ມາຮອດ​ມາເຖິງ​ແລ້ວ.


ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຮັກ​ເມືອງ​ນີ້​ຫລາຍ ແມ່ນ​ວ່າ​ຖືກ​ທຳລາຍ​ມາ​ແລ້ວ​ກໍຕາມ, ແຕ່​ເຂົາ​ເຫຼົ່ານັ້ນ​ກໍ​ຍັງ​ເມດຕາ​ສົງສານ ເຖິງ​ວ່າ​ເປັນ​ເມືອງ​ຮົກຮ້າງ​ເພພັງ​ກໍຕາມ.


ຂໍ​ໃຫ້​ຄວາມ​ສະຫງົບສຸກ​ນັ້ນ​ມີ​ຢູ່​ພາຍໃນ​ກຳແພງ​ຂອງ​ເຈົ້າ ແລະ​ຂໍ​ໃຫ້​ມີ​ຄວາມ​ປອດໄພ​ດີ​ຢູ່​ໃນ​ບັນດາ​ວັງ​ຂອງ​ເຈົ້າ​ດ້ວຍ.”


ຈົ່ງ​ສັງເກດ​ເບິ່ງ​ກຳແພງ​ເມືອງ​ແລະ​ກວດກາ​ເບິ່ງ​ປ້ອມ​ປ້ອງກັນ​ເມືອງ ເພື່ອ​ພວກເຈົ້າ​ຈະ​ບອກ​ຄົນ​ລຸ້ນຫລັງ​ຕໍ່ໆໄປ​ໄດ້​ວ່າ,


ພຣະເຈົ້າ​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ໃຫ້​ມີ​ຄວາມ​ປອດໄພ ກັບ​ພຣະອົງ​ທີ່​ປ້ອມ​ປ້ອງກັນ​ໃນ​ນະຄອນ​ນັ້ນ.


ໃນ​ທີ່ນັ້ນ ພຣະອົງ​ໄດ້​ສ້າງ​ພຣະວິຫານ​ຂອງ​ພຣະອົງ ເປັນ​ດັ່ງ​ບ່ອນ​ຂອງ​ພຣະອົງ​ຢູ່​ເທິງ​ຟ້າ​ສະຫວັນ ດັ່ງ​ທີ່​ແຜ່ນດິນ​ໂລກ​ພຣະອົງ​ສ້າງ​ຜາສາດ​ຢ່າງ​ໝັ້ນຄົງ ໃຫ້​ດຳລົງ​ຢູ່​ທຸກຍຸກ​ທຸກສະໄໝ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ດິນແດນ​ຂອງ​ພຣະອົງ ພຣະອົງ​ໄດ້​ໂຜດ​ໃຫ້​ອິດສະຣາເອນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ແຕ່​ເມື່ອ​ຜູ້ຮັບໃຊ້​ຂອງເຮົາ​ເວົ້າ​ລ່ວງໜ້າ​ອອກ​ໄປ ເມື່ອ​ເຮົາ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ແຜນການ​ຂອງເຮົາ​ນັ້ນ. ເຮົາ​ກໍໄດ້​ໃຫ້​ຄຳເວົ້າ​ທັງ​ແຜນການ​ກາຍເປັນຈິງ ເຮົາ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ​ປະຊາຊົນ​ຈະ​ຢູ່​ທີ່​ນັ້ນ​ອີກ ບອກ​ຊາວ​ຢູດາ​ວ່າ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ໝົດ ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ທັງນັ້ນ.


ເຮົາ​ສັ່ງ​ໄຊຣັດ​ວ່າ, ‘ເຈົ້າ​ຄື​ຜູ້​ທີ່​ຈະ​ປົກຄອງ​ໃຫ້​ເຮົາ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ເທົ່ານັ້ນ: ເຈົ້າ​ຈະ​ສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຮາກຖານ​ພຣະວິຫານ​ກໍ​ຈະ​ຖືກ​ວາງ​ໄວ້​ຄືກັນ.”’


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ເຮົາ​ຜູ້​ດຽວ​ເທົ່ານັ້ນ​ທີ່​ຮູ້​ແຜນການ​ຂອງເຮົາ​ສຳລັບ​ພວກເຈົ້າ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຄື​ແຜນການ​ທີ່​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ມາ​ສູ່​ພວກເຈົ້າ ແລະ​ບໍ່ແມ່ນ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຈົ້າ ແຕ່​ເປັນ​ແຜນການ​ທີ່​ນຳ​ຄວາມຫວັງ​ມາ​ສູ່​ອະນາຄົດ​ຂອງ​ພວກເຈົ້າ.


ພວກເຈົ້າ​ຈະ​ພົບ​ເຮົາ​ແທ້ໆ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ປົວແປງ​ພວກເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ປະເທດ​ຂອງ​ພວກເຈົ້າ​ເອງ. ເຮົາ​ຈະ​ເຕົ້າໂຮມ​ພວກເຈົ້າ​ຈາກ​ທຸກໆ​ປະເທດ​ແລະ​ຈາກ​ທຸກໆ​ບ່ອນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ນັ້ນ.’


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາເຖິງ ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ເປັນ​ນະຄອນ​ສຳລັບ​ພຣະເຈົ້າຢາເວ ຄື​ຕັ້ງແຕ່​ຫໍຄອຍ​ຮານາເນນ​ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ປະຕູແຈ.


ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.


ຢູ່​ທົ່ວ​ຮ່ອມພູ​ບ່ອນ​ຝັງ​ຊາກສົບ​ແລະ​ບ່ອນ​ຖິ້ມ​ຂີ້ເຫຍື້ອ ແລະ​ທົ່ງນາ​ທັງໝົດ​ຕາມ​ລຳນໍ້າ​ກິດໂຣນ ຈົນເຖິງ​ປະຕູ​ຄອກມ້າ​ທີ່​ທາງທິດ​ຕາເວັນອອກ ຈະ​ເປັນ​ບ່ອນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ຖືກ​ຖອນຮາກ​ຫລື​ທຳລາຍ​ອີກ​ຕໍ່ໄປ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮືອນ, ທົ່ງໄຮ່​ທົ່ງນາ ແລະ​ສວນ​ໝາກອະງຸ່ນ ຈະ​ໄດ້​ມີ​ການ​ຊື້ຂາຍກັນ​ອີກ​ໃນ​ດິນແດນ​ນີ້.”


ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ.


“ປະຊາຊົນ​ຂອງເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕົກໃຈ​ຢ້ານ​ເທາະ ເຮົາ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ຈາກ​ດິນແດນ​ທີ່​ຫ່າງໄກ ຈາກ​ດິນແດນ​ທີ່​ພວກເຈົ້າ​ຕົກ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບ​ມາ​ສູ່​ບ້ານ ແລະ​ຢູ່​ຢ່າງ​ສັນຕິສຸກ ຈະ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ຢ້ານ​ອີກ.”


ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເອລາມ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ອຳໂມນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ໃຫ້​ປະຊາຊົນ ແລະ​ຝູງສັດ​ເພີ່ມ​ຂຶ້ນ​ຈຳນວນ​ຫລວງຫລາຍ. ພວກເຈົ້າ​ຈະ​ມີ​ຄົນ​ຫລາຍກວ່າ​ແຕ່​ກ່ອນ ແລະ​ພວກເຈົ້າ​ກໍ​ຈະ​ມີ​ລູກ​ຫລາຍ​ຄົນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ທີ່​ນັ້ນ ດັ່ງ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຢູ່​ມາ​ກ່ອນ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ຫລາຍກວ່າ​ເກົ່າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ສູ່​ດິນ​ເດີມ​ຂອງ​ພວກເຂົາ ສ້າງ​ເມືອງ​ເພພັງ​ຂຶ້ນ​ໃໝ່ ແລະ​ອາໄສ​ຢູ່​ທີ່​ນັ້ນ; ພວກເຂົາ​ຈະ​ເຮັດ​ສວນອະງຸ່ນ​ອີກ ແລະ​ດື່ມ​ເຫຼົ້າ​ອະງຸ່ນ ພວກເຂົາ​ຈະ​ເຮັດ​ສວນ​ຜັກ​ແລະ​ກິນ​ເຄື່ອງ​ປູກຝັງ​ນັ້ນ.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ພຣະເຈົ້າຢາເວ​ຈະ​ໃຫ້​ກອງທັບ​ຂອງ​ຢູດາ​ໄຊຊະນະ​ກ່ອນ ເພື່ອ​ວ່າ​ກຽດ​ທີ່​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ປະຊາຊົນ​ເຢຣູຊາເລັມ​ທີ່​ຈະ​ໄດ້​ຮັບ​ນັ້ນ ຈະ​ບໍ່​ເໜືອກວ່າ​ປະຊາຊົນ​ສ່ວນ​ອື່ນໆ​ຂອງ​ຢູດາ.


ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka