Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:16 - ພຣະຄຳພີສັກສິ

16 ແຕ່​ບັດນີ້ ທຸກຄົນ​ທີ່​ກືນ​ພວກເຈົ້າ​ຈະ​ຖືກ​ກືນຄືນ ແລະ​ເຫຼົ່າ​ສັດຕູ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ​ໝົດສິ້ນ. ທຸກຄົນ​ທີ່​ກົດຂີ່​ພວກເຈົ້າ​ຈະ​ຖືກ​ກົດຂີ່​ຄືນ ທຸກຄົນ​ທີ່​ປຸ້ນ​ພວກເຈົ້າ​ຈະ​ຖືກ​ປຸ້ນຄືນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:16
44 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ທຸກໆ​ຄົນ​ທີ່​ກຽດຊັງ​ພູເຂົາ​ຊີໂອນ ພ່າຍແພ້​ແລະ​ຖືກ​ຂັບໄລ່​ຄືນ​ໄປ​ເຖີດ.


ແຕ່​ຖ້າ​ພວກເຈົ້າ​ເຊື່ອຟັງ​ເທວະດາ​ນັ້ນ ແລະ​ເຮັດ​ຕາມ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ເຮົາ​ຈະ​ຕໍ່ສູ້​ສັດຕູ​ທັງຫລາຍ​ຂອງ​ພວກເຈົ້າ.


ພຣະເຈົ້າຢາເວ​ຈະ​ເປັນ​ຜູ້​ໂຕ້ຖຽງ​ຄະດີ​ໃຫ້​ພວກເຂົາ ແລະ​ຂົມຂູ່​ເອົາ​ຊີວິດ​ຄົນ​ທີ່​ຂົມຂູ່​ຊີວິດ​ພວກເຂົາ​ນັ້ນ.


ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.


ເຄາະກຳ​ເປັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ສາ​ແລ້ວ ພວກເຂົາ​ປຸ້ນ ແລະ​ທໍລະຍົດ ທັງໆ​ທີ່​ບໍ່ມີ​ຜູ້ໃດ​ປຸ້ນ ແລະ​ທໍລະຍົດ​ພວກເຂົາ. ແຕ່​ເວລາ​ຂອງ​ພວກເຂົາ​ທີ່​ປຸ້ນ ແລະ​ທໍລະຍົດ​ນັ້ນ​ຈະ​ສິ້ນສຸດ​ລົງ ແລະ​ພວກເຂົາ​ເອງ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ປຸ້ນ ແລະ​ການ​ທໍລະຍົດ.


ຖ້າ​ຜູ້ໃດ​ໂຈມຕີ​ເຈົ້າ ກໍ​ເຮັດ​ໂດຍ​ທີ່​ເຮົາ​ບໍ່​ເຫັນ​ດີ ຜູ້ໃດ​ຂັດຂວາງ​ຕໍ່ສູ້​ເຈົ້າ ກໍ​ຈະ​ລົ້ມລົງ.


ແຕ່​ບໍ່ມີ​ອາວຸດ​ໃດໆ​ທີ່​ທຳຮ້າຍ​ເຈົ້າ​ໄດ້​ເລີຍ ເຈົ້າ​ຈະ​ມີ​ຄຳຕອບ​ແກ່​ທຸກຄົນ​ທີ່​ຟ້ອງ​ເຈົ້າ. ເຮົາ​ຈະ​ປ້ອງກັນ​ຜູ້ຮັບໃຊ້​ຂອງເຮົາ​ໃຫ້​ມີໄຊ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.


ຊາດ​ອິດສະຣາເອນ, ເຈົ້າ​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ ຄື​ເປັນ​ຜົນຜະລິດ​ລຸ້ນ​ທຳອິດ​ຂອງ​ພຣະອົງ. ເຮົາ​ເຮັດ​ໃຫ້​ຜູ້​ທີ່​ທຳຮ້າຍ​ເຈົ້າ​ໄດ້​ຮັບ​ທຸກ​ແລະ​ໄພພິບັດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.


ຢ່າ​ຈົ່ມທຸກ​ຕື່ມ​ເຖິງ​ຄວາມ​ເຈັບປວດ​ອີກ​ເລີຍ ຢາ​ປິ່ນປົວ​ສຳລັບ​ພວກເຈົ້າ​ບໍ່ມີ​ສາ​ແລ້ວ. ເຮົາ​ລົງໂທດ​ພວກເຈົ້າ​ຍ້ອນ​ການບາບ​ມີ​ຫລາຍ ແລະ​ຄວາມ​ຊົ່ວຊ້າ​ກໍ​ມີ​ຫລາຍໂພດ.


ພວກ​ອົບພະຍົບ​ປົບໜີ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ບອກ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະວິຫານ​ຂອງ​ພຣະອົງ.)


ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ໄດ້​ມາຮອດ​ເມືອງ​ດານ​ແລ້ວ ເພາະ​ພວກເຮົາ​ໄດ້ຍິນ​ສຽງ​ມ້າ​ຂອງ​ພວກເຂົາ​ຫາຍໃຈ. ດິນແດນ​ທັງໝົດ​ກໍ​ສັ່ນສະເທືອນ ເມື່ອ​ມ້າ​ຂອງ​ພວກເຂົາ​ຮ້ອງ. ເຫຼົ່າ​ສັດຕູ​ໄດ້​ມາ​ທຳລາຍ​ດິນແດນ​ຂອງ​ພວກເຮົາ ພ້ອມ​ກັບ​ທຸກສິ່ງ​ໃນ​ດິນແດນ ຄື​ຕະຫລອດ​ທັງ​ເມືອງ ແລະ​ປະຊາຊົນ​ທຸກຄົນ​ດ້ວຍ.”


ໂຜດ​ຟັງ ຄຳ​ຄໍ່າຄວນ​ດ້ວຍ​ເພາະ​ຂາດ​ຜູ້​ອອຍໃຈ ສັດຕູ​ຕ່າງ​ກໍ​ດີໃຈ​ທີ່​ພຣະອົງ​ນຳ​ໄພພິບັດ​ມາ​ຖືກ​ຂ້ານ້ອຍ. ຂໍໂຜດ​ນຳ ເອົາ​ວັນ​ທີ່​ພຣະອົງ​ສັນຍາ​ນັ້ນ​ມາ​ສາ ແລະ​ໂຜດ​ໃຫ້​ພວກ​ສັດຕູ​ຖືກ​ທໍລະມານ​ດ້ວຍ​ເຖີດ.


ໂຜດ​ປະນາມ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ແດ່ ໂຜດ​ລົງໂທດ​ພວກເຂົາ​ດັ່ງ​ທີ່​ໄດ້​ລົງໂທດ​ຂ້ານ້ອຍ​ນັ້ນ ຍ້ອນ​ການບາບ​ທີ່​ຂ້ານ້ອຍ​ໄດ້​ກະທຳ​ມາ ຈຶ່ງ​ທຸກຮ້ອນ​ຫລາຍ​ທັງ​ຄໍ່າຄວນ​ຢ່າງ​ເຈັບປວດ.”


ແລ້ວ​ປະຊາຊົນ​ເອຢິບ​ທັງໝົດ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ຊາວ​ອິດສະຣາເອນ​ເພິ່ງພາ​ອາໄສ​ເຈົ້າ​ຄື​ຊາວ​ເອຢິບ ເພື່ອ​ໃຫ້​ການ​ສະໜັບ​ສະໜູນ, ແຕ່​ເຈົ້າ​ບໍ່ໄດ້​ດີ​ໄປ​ກວ່າ​ໄມ້ຄ້ອນເທົ້າ​ອັນ​ໜຶ່ງ.


ເຈົ້າ​ເປັນ​ສັດຕູ​ສະເໝີ​ມາ​ຂອງ​ຊາດ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ປະຊາຊົນ​ໃນ​ຊາດ​ນັ້ນ​ຖືກ​ຂ້າ​ໃນ​ຄາວ​ເກີດ​ໄພພິບັດ ຄື​ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ຄັ້ງ​ສຸດທ້າຍ​ເພາະ​ການບາບ​ຂອງ​ພວກເຂົາ.


ເຮົາ​ຈະ​ຂາຍ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ໃຫ້​ຊາວ​ຢູດາ ແລ້ວ​ຊາວ​ຢູດາ​ກໍ​ຈະ​ຂາຍ​ພວກເຂົາ​ຕໍ່ ໃຫ້​ຊາວ​ຊາເບອານ​ໃນ​ດິນແດນ​ທີ່​ຫ່າງໄກ. ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ມີ​ຫລາຍ​ຊົນຊາດ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ໂຈມຕີ​ພວກເຈົ້າ ເຂົາ​ເວົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ຕ້ອງ​ຖືກ​ທຳລາຍ ພວກເຮົາ​ຈະ​ໄດ້​ເຫັນ​ເມືອງ​ນີ້​ຮົກຮ້າງ​ເພພັງ.”


ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.


ດັ່ງ​ນໍ້າ​ມາກ​ທີ່​ໄຫລ​ແຮງ ພຣະອົງ​ທຳລາຍ​ສັດຕູ ຂອງ​ພຣະອົງ​ໃຫ້​ດັບສູນສິ້ນ; ພວກ​ແຂງຂໍ້​ຕໍ່​ພຣະອົງ​ນັ້ນ​ກໍ​ຕົກ​ຖືກ​ຄວາມຕາຍ ທັງ​ຖືກ​ສົ່ງ​ລົງ​ໄປ​ສູ່​ແດນ​ມໍຣະນາ​ພຸ້ນ.


ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ແທນທີ່​ຈະ​ໄດ້​ຮັບ​ກຽດຕິຍົດ. ພວກເຈົ້າ​ເອງ​ຈະ​ດື່ມ​ເຫຼົ້າ ແລະ​ຈະ​ຍ່າງ​ໂຊເຊ. ພຣະເຈົ້າຢາເວ​ເອງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ນີ້​ໃຫ້​ພວກເຈົ້າ​ດື່ມ ແລະ​ກຽດຕິຍົດ​ຂອງ​ພວກເຈົ້າ​ກໍ​ຈະ​ເສື່ອມເສຍ​ໄປ.


“ເຮົາ​ໄດ້ຍິນ​ປະຊາຊົນ​ຊາວ​ໂມອາບ​ແລະ​ອຳໂມນ ດູໝິ່ນ​ປະໝາດ ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງເຮົາ ແລະ​ຄຸຍໂມ້​ວ່າ ພວກຕົນ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ແລ້ວ.


ແລະ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ກໍໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ປະກາດ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, ‘ເຮົາ​ມີ​ຄວາມຮັກ​ແລະ​ຄວາມ​ຫ່ວງໃຍ​ອັນ​ເລິກເຊິ່ງ ຕໍ່​ນະຄອນ​ເຢຣູຊາເລັມ ແລະ​ຕໍ່​ຊີໂອນ


ແລະ​ເຮົາ​ກໍ​ໂກດຮ້າຍ​ຢ່າງ​ເຫລືອຫລາຍ​ຕໍ່​ຊົນຊາດ​ຕ່າງໆ ທີ່​ມ່ວນຊື່ນ​ຢູ່​ກັບ​ຄວາມ​ມິດງຽບ​ແລະ​ຄວາມ​ສະຫງົບສຸກ. ດ້ວຍວ່າ, ໃນ​ເມື່ອ​ເຮົາ​ຖອນ​ເອົາ​ຄວາມ​ໂກດຮ້າຍ​ຂອງເຮົາ ທີ່​ມີ​ຕໍ່​ປະຊາຊົນ​ຂອງເຮົາ​ຄືນ​ນັ້ນ ຊົນຊາດ​ເຫຼົ່ານັ້ນ​ກໍໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ທົນທຸກ​ຍິ່ງ​ຂຶ້ນ.’


“ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຈອກ​ເຫຼົ້າ​ອະງຸ່ນ; ບັນດາ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ດື່ມ​ຈົນ​ເມົາ​ແລະ​ຍ່າງ​ໂຊເຊ. ເມື່ອ​ພວກເຂົາ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ນັ້ນ ເມືອງ​ຕ່າງໆ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ຢູດາ ກໍ​ຈະ​ຖືກ​ປິດລ້ອມ​ເຊັ່ນດຽວ​ກັນ.


ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.


ອີກເທື່ອໜຶ່ງ ຢູດາຍ​ຈະ​ເປັນ​ສ່ວນ​ມໍຣະດົກ​ຂອງ​ພຣະເຈົ້າຢາເວ​ໃນ​ດິນແດນ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເປັນ​ນະຄອນ​ທີ່​ພຣະອົງ​ຮັກ​ຫຼາຍ​ທີ່ສຸດ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ຕົບຕີ​ພວກເຈົ້າ ກໍ​ສໍ່າກັບ​ຕົບຕີ​ແກ້ວ​ຕາ​ຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈຶ່ງ​ໄດ້​ໃຊ້​ຂ້າພະເຈົ້າ​ພ້ອມ​ນຳ​ຖ້ອຍຄຳ​ນີ້​ໄປ​ບອກ​ຊົນຊາດ​ຕ່າງໆ ທີ່​ໄດ້​ປຸ້ນຈີ້​ປະຊາຊົນ​ຂອງ​ພຣະອົງ​ວ່າ,


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຫັນ​ເອົາ​ຄຳສາບແຊ່ງ​ເຫຼົ່ານີ້​ທັງໝົດ​ໄປ​ສູ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ຜູ້​ທີ່​ກຽດຊັງ​ແລະ​ກົດຂີ່​ຂົ່ມເຫັງ​ພວກເຈົ້າ,


“ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ໄປ​ເປັນ​ຊະເລີຍ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແຫຼະ ຄື​ຄວາມ​ອົດທົນ ແລະ​ຄວາມເຊື່ອ​ທີ່​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ.”


ເມື່ອ​ພວກ​ອິດສະຣາເອນ​ກັບຄືນ​ມາ​ຈາກ​ການ​ໄລ່ຕາມ​ພວກ​ຟີລິດສະຕິນ​ແລ້ວ ພວກເຂົາ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ໃນ​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka