Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:15 - ພຣະຄຳພີສັກສິ

15 ຢ່າ​ຈົ່ມທຸກ​ຕື່ມ​ເຖິງ​ຄວາມ​ເຈັບປວດ​ອີກ​ເລີຍ ຢາ​ປິ່ນປົວ​ສຳລັບ​ພວກເຈົ້າ​ບໍ່ມີ​ສາ​ແລ້ວ. ເຮົາ​ລົງໂທດ​ພວກເຈົ້າ​ຍ້ອນ​ການບາບ​ມີ​ຫລາຍ ແລະ​ຄວາມ​ຊົ່ວຊ້າ​ກໍ​ມີ​ຫລາຍໂພດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:15
45 Jak'a apnaqawi uñst'ayäwi  

ເຖິງ​ແມ່ນ​ວ່າ ທຸກສິ່ງ​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ເພື່ອ​ເປັນ​ການລົງໂທດ ເພາະ​ບາບ​ແລະ​ຄວາມຜິດ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ຮູ້​ດີ​ວ່າ ພຣະອົງ​ຄື​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໄດ້​ລົງໂທດ​ພວກ​ຂ້ານ້ອຍ​ນີ້ ໜ້ອຍກວ່າ​ທີ່​ພວກ​ຂ້ານ້ອຍ​ສົມຄວນ​ຈະ​ໄດ້​ຮັບ ແລະ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.


ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.


ລາວ​ຖາມ​ວ່າ, ‘ຂ້ອຍ​ຕົວະ​ວ່າ​ຂ້ອຍ​ມີ​ຜິດ​ໄດ້​ຢ່າງໃດ? ທັງໆ​ທີ່​ຂ້ອຍ​ເປັນ​ຄົນ​ຊອບທຳ, ຂ້ອຍ​ບາດເຈັບ​ສາຫັດ​ແຕ່​ຂ້ອຍ​ບໍ່ໄດ້​ເຮັດ​ບາບ.’


ບາງຄົນ​ໂງ່ຈ້າ​ທົນທຸກ​ຍ້ອນ​ການບາບ​ຂອງຕົນ ຍ້ອນ​ຄວາມ​ຊົ່ວຮ້າຍ​ທີ່​ຕົນ​ໄດ້​ກະທຳ​ໄວ້.


ແຕ່​ຫົວ​ເຖິງ​ຕີນ ຄື​ທົ່ວ​ທັງ​ຮ່າງກາຍ​ບໍ່ມີ​ບ່ອນ​ປອດ​ເລີຍ. ຕົນຕົວ​ເຈົ້າ​ເຕັມ​ໄປ​ດ້ວຍ​ຮອຍ​ຟົກຊໍ້າ​ດຳຂຽວ ທັງ​ເປັນ​ບາດແຜ​ແລະ​ເຈັບປວດ. ບາດແຜ​ບໍ່ໄດ້​ລ້າງ​ໃຫ້​ສະອາດ​ແລະ​ບໍ່ໄດ້​ໃຊ້​ຜ້າ​ພັນ​ໄວ້. ບໍ່ມີ​ຢາ​ຊະນິດ​ໃດໆ​ດອກ​ທີ່​ຈະ​ໃສ່​ໃຫ້​ຫາຍດີ​ໄດ້.


ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.


ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.


ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາດແຜ​ຂອງ​ພວກເຈົ້າ​ຈະ​ປົວ​ບໍ່​ດີ ບ່ອນ​ເຈັບປວດ​ຂອງ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຫາຍດີ​ບໍ່ໄດ້.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ແຕ່​ບັດນີ້ ທຸກຄົນ​ທີ່​ກືນ​ພວກເຈົ້າ​ຈະ​ຖືກ​ກືນຄືນ ແລະ​ເຫຼົ່າ​ສັດຕູ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ​ໝົດສິ້ນ. ທຸກຄົນ​ທີ່​ກົດຂີ່​ພວກເຈົ້າ​ຈະ​ຖືກ​ກົດຂີ່​ຄືນ ທຸກຄົນ​ທີ່​ປຸ້ນ​ພວກເຈົ້າ​ຈະ​ຖືກ​ປຸ້ນຄືນ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’


ຈົ່ງ​ໄປ​ທີ່​ກີເລອາດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ໄປ​ຊອກ​ຫາ​ຫວ້ານຢາ​ກັນ​ເຖີດ ຫວ້ານຢາ​ຂອງ​ພວກເຈົ້າ​ໃຊ້​ການ​ບໍ່ໄດ້​ເລີຍ ເພາະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ບໍ່ໄດ້.


ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ພວກ​ສັດຕູ​ໄດ້​ເປັນ​ນາຍ​ເໜືອ​ນາງ ພວກເຂົາ​ໄດ້​ຢຶດເອົາ​ນາງ​ໃຫ້​ຢູ່​ໃຕ້​ອຳນາດ ຍ້ອນ​ນາງ​ເຮັດ​ບາບ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ນາງ​ທົນທຸກ ລູກໆ​ຂອງ​ນາງ​ນັ້ນ​ຕ່າງ​ກໍ​ຖືກ​ຈັບ​ໄປ.


ຂ້ອຍ​ຈະ​ເວົ້າ​ຫຍັງ​ໄດ້​ແດ່? ໂອ ເຢຣູຊາເລັມ​ເອີຍ ຈະ​ອອຍໃຈ​ເຈົ້າ​ຢ່າງໃດ? ຜູ້ໃດ​ແດ່​ທົນ​ທຸກຢ່າງ​ນີ້? ໄພພິບັດ​ທີ່​ເຈົ້າ​ໄດ້​ຮັບ​ບໍ່ມີ​ຂອບເຂດ​ດັ່ງ​ມະຫາສະໝຸດ ບໍ່ມີ​ຫວັງ​ໃດໆ​ທີ່​ຈະ​ປິ່ນປົວ​ເຈົ້າ​ໄດ້​ສາ​ແລ້ວ.


ເມື່ອ​ຖືກ​ລົງໂທດ​ຍ້ອນ​ບາບ​ທີ່​ພວກເຮົາ​ໄດ້​ກະທຳ ເປັນຫຍັງ​ພວກເຮົາ​ຈຶ່ງ​ມັກ​ຈົ່ມຮ້າຍ?


ແຕ່​ເຫດການ​ນີ້​ໄດ້​ເກີດຂຶ້ນ​ແລ້ວ ເພາະ​ບາບ​ຂອງ​ຜູ້ທຳນວາຍ​ໃນ​ນະຄອນ ແລະ​ບັນດາ​ປະໂຣຫິດ​ກໍ​ມີ​ຄວາມຜິດ ໃນ​ຖານ​ເຮັດ​ໃຫ້​ຄົນ​ບໍ່​ຜິດ​ຕ້ອງ​ຕາຍ​ຍ້ອນ.


ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຍອມ​ອົດທົນ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຊົ່ວ​ໄລຍະ​ໜຶ່ງ, ແຕ່​ໃນ​ທີ່ສຸດ ພຣະອົງ​ຈະ​ປ້ອງກັນ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ຜູ້​ທີ່​ກ່າວ​ຜິດ​ຕໍ່​ພວກເຮົາ​ນັ້ນ​ພ່າຍແພ້​ຄະດີ​ໄປ. ພຣະອົງ​ຈະ​ນຳ​ພວກເຮົາ​ມາ​ສູ່​ແສງ​ສະຫວ່າງ ແລະ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົນ​ເຫັນ​ພຣະອົງ​ຊ່ວຍຊູ​ພວກເຮົາ​ໃຫ້​ພົ້ນ.


ບໍ່ມີ​ຫວ້ານຢາ​ຫຍັງ​ໃສ່​ບາດແຜ​ຂອງເຈົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ບໍ່​ສາມາດ​ປິ່ນປົວ​ໃຫ້​ດີ​ໄດ້. ທຸກຄົນ​ທີ່​ຮູ້ວ່າ​ເຈົ້າ​ຖືກ​ທຳລາຍ ຕ່າງ​ກໍ​ຕົບ​ມື​ດ້ວຍ​ຄວາມ​ຍິນດີ. ມີ​ຜູ້ໃດ​ເດນໍ ທີ່​ບໍ່ໄດ້​ຮັບ​ຄວາມ​ທົນທຸກ ຍ້ອນ​ຄວາມ​ໂຫດຫ້ຽມ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ຂອງເຈົ້າ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka