Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:14 - ພຣະຄຳພີສັກສິ

14 ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:14
38 Jak'a apnaqawi uñst'ayäwi  

ໂດຍ​ຄວາມ​ໂກດຮ້າຍ ພຣະເຈົ້າ​ໄດ້​ຈີກ​ຂ້ອຍ​ທັງເປັນ ພຣະອົງ​ເບິ່ງ​ເຫັນແຕ່​ຄວາມ​ກຽດຊັງ​ສຳລັບ​ຂ້ອຍ.


ພຣະເຈົ້າ​ໂກດຮ້າຍ​ແລະ​ຕໍ່ສູ້​ຂ້ອຍ​ຢ່າງ​ໂມໂຫ ພຣະອົງ​ເຮັດ​ກັບ​ຂ້ອຍ ດັ່ງ​ເປັນ​ສັດຕູ​ຄູ່​ອາຄາດ.


ພຣະອົງ​ໄດ້​ເຮັດ​ກັບ​ຂ້ານ້ອຍ​ຢ່າງ​ໂຫດຮ້າຍ​ທາລຸນ ພຣະອົງ​ໄດ້​ນຳ​ຈ່ອງລ້າງ​ຈ່ອງຜານ​ໂດຍ​ໃຊ້​ທຸກ​ອຳນາດ.


ບາງຄົນ​ໂງ່ຈ້າ​ທົນທຸກ​ຍ້ອນ​ການບາບ​ຂອງຕົນ ຍ້ອນ​ຄວາມ​ຊົ່ວຮ້າຍ​ທີ່​ຕົນ​ໄດ້​ກະທຳ​ໄວ້.


ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ຈົ່ງ​ໃຫ້​ບັນດາ​ຮູບພະ​ຂອງ​ພວກເຈົ້າ​ຊ່ວຍເຫລືອ​ພວກເຈົ້າ​ສາ ລົມພະຍຸ​ພັດ​ມາ​ພຽງ​ເທື່ອດຽວ​ກໍ​ຈະ​ກວາດ​ເອົາ​ບັນດາ​ຮູບພະ​ເຫຼົ່ານີ້​ໄປ​ໝົດ ແຕ່​ພວກ​ທີ່​ໄວ້ວາງໃຈ​ໃນ​ເຮົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ ແລະ​ຈະ​ນະມັດສະການ​ເຮົາ​ຢູ່​ໃນ​ພຣະວິຫານ​ຂອງເຮົາ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ບອກ​ປະຊາຊົນ ເຖິງ​ຄວາມ​ເສຍໃຈ​ຂອງ​ຂ້າພະເຈົ້າ​ວ່າ: “ຂໍ​ໃຫ້​ນໍ້າຕາ​ຂອງ​ຂ້ານ້ອຍ​ໄຫລຫລັ່ງ​ທັງເວັນ​ທັງຄືນ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເຊົາ​ຮ້ອງໄຫ້​ຈັກເທື່ອ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ທຳລາຍ​ໜັກ ບາດແຜ​ຂອງ​ພວກເຂົາ​ກໍ​ໜັກໜ່ວງ​ແທ້ໆ.


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ຈົ່ງ​ໄປ​ທີ່​ເລບານອນ ແລະ​ໂຮຮ້ອງ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ທີ່​ດິນແດນ​ບາຊານ ແລະ​ຮ້ອງໄຫ້​ສາ​ເຖີດ; ຈົ່ງ​ຄວນຄາງ​ມາ​ຈາກ​ຕັ້ງແຕ່​ພູ​ອາບາຣິມ​ໄປ ເພາະ​ພັນທະມິດ​ຂອງ​ພວກເຈົ້າ​ທັງໝົດ​ພ່າຍແພ້.


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ຢ່າ​ຈົ່ມທຸກ​ຕື່ມ​ເຖິງ​ຄວາມ​ເຈັບປວດ​ອີກ​ເລີຍ ຢາ​ປິ່ນປົວ​ສຳລັບ​ພວກເຈົ້າ​ບໍ່ມີ​ສາ​ແລ້ວ. ເຮົາ​ລົງໂທດ​ພວກເຈົ້າ​ຍ້ອນ​ການບາບ​ມີ​ຫລາຍ ແລະ​ຄວາມ​ຊົ່ວຊ້າ​ກໍ​ມີ​ຫລາຍໂພດ.


ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ.


ຕັ້ງແຕ່​ເລີ່ມຕົ້ນ​ປະຫວັດສາດ​ຂອງ​ພວກເຂົາ​ມາ ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ​ນຳ​ເລີຍ; ມີ​ແຕ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ເທົ່ານັ້ນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ. ພຣະເຈົ້າຢາເວ​ກ່າວ​ວ່າ,


ພວກເຂົາ​ເອົາ​ແມ່ນແຕ່​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ມາ​ວາງ​ໄວ້​ໃນ​ພຣະວິຫານ ທີ່​ໄດ້​ຖືກ​ສ້າງ​ໄວ້​ເພື່ອ​ນະມັດສະການ​ເຮົາ ໂດຍ​ໄດ້​ເຮັດ​ໃຫ້​ພຣະວິຫານ​ນັ້ນ​ເປັນ​ມົນທິນ.


ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”


ຄື​ພວກຜູ້ຍິງ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ຣາຊວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຈະ​ຖືກ​ນຳ​ຕົວ​ອອກ​ໄປ​ມອບ​ໃຫ້​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ແລ້ວ​ພວກເຂົາ​ກໍ​ຈະ​ພາກັນ​ຮ້ອງເພງ​ໃສ່​ທ່ານ ໃນ​ຂະນະທີ່​ໄປ​ນັ້ນ​ວ່າ: ‘ເພື່ອນ​ສະໜິດ​ຂອງ​ກະສັດ​ໄດ້​ຫລອກລວງ​ເພິ່ນ ພວກເຂົາ​ບັງຄັບ​ເພິ່ນ​ໃຫ້​ກະທຳ​ຕາມ​ຄວາມຄິດ​ຂອງ​ພວກເຂົາ. ບັດນີ້​ຕີນ​ເພິ່ນ​ກໍໄດ້​ຈົມ​ຢູ່​ໃນ​ຂີ້ຕົມ ເພື່ອນ​ເພິ່ນ​ປົບໜີ​ຈາກ​ເພິ່ນ​ໄປ​ໝົດສິ້ນ.”’


ເຖິງ​ຄາວ​ເຄາະກຳ​ສາ​ແລ້ວ ນະຄອນ​ເຢຣູຊາເລັມ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງແຈດ​ເຊັ່ນນັ້ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໃສ່​ເຄື່ອງເອ້ ແຕ້ມຄິ້ວ​ແຕ້ມ​ຕາ? ເຈົ້າ​ຕົບແຕ່ງ​ໃຫ້​ງາມ​ໂດຍ​ບໍ່ມີ​ປະໂຫຍດ ຄູ່ຮັກ​ຂອງເຈົ້າ​ນັ້ນ​ໄດ້​ປະຖິ້ມ​ເຈົ້າ​ໄປ​ແລ້ວ​ເດ ແລະ​ລາວ​ຍັງ​ຢາກ​ຈະ​ຂ້າ​ເຈົ້າ​ຖິ້ມ​ຊໍ້າ.


ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.


ຂ້ານ້ອຍ​ຈະ​ໄປ​ຫາ​ຄົນ​ທີ່​ມີ​ອຳນາດ ແລະ​ຈະ​ໄປ​ເວົ້າຈາ​ປາໄສ​ກັບ​ພວກເຂົາ​ເບິ່ງ ແນ່ນອນ​ພວກເຂົາ​ຕ້ອງ​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ແລະ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.” ແຕ່​ພວກເຂົາ​ບໍ່​ຮັບ​ເອົາ​ຣິດເດດ​ອຳນາດ​ຂອງ​ພຣະອົງ​ຈັກ​ຄົນ ແລະ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ພຣະອົງ​ອີກ​ດ້ວຍ.


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.


ພວກເຂົາ​ຖື​ໜ້າທະນູ​ກັບ​ດາບ ພວກເຂົາ​ເປັນ​ຄົນ​ຮ້າຍກາດ​ແລະ​ຂາດ​ຄວາມ​ເມດຕາ. ພວກເຂົາ​ຂີ່​ມ້າ​ສຽງດັງ​ກຶກກ້ອງ ດັ່ງ​ສຽງ​ຂອງ​ທະເລ​ຄຶກຄະນອງ. ພວກເຂົາ​ຕຽມພ້ອມ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ.”


ຂ້ອຍ​ໄດ້​ເອີ້ນ​ຫາ​ໝູ່ເພື່ອນ​ທີ່​ເຄີຍ​ຮັກແພງ​ກັນ ແຕ່​ພວກເຂົາ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຂ້ອຍ. ພວກ​ປະໂຣຫິດ​ແລະ​ຜູ້ນຳ​ກໍ​ລົ້ມຕາຍ​ຢູ່​ໃນ​ເມືອງ ຂະນະທີ່​ພວກເຂົາ​ຊອກ​ຫາ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.


ນາງ​ຈຶ່ງ​ຮ້ອງໄຫ້​ຕະຫລອດ​ທັງຄືນ ນໍ້າຕາ​ຫລັ່ງໄຫລ​ຖ້ວມ​ລົງ​ອາບ​ແກ້ມ. ເພື່ອນຝູງ​ໃນ​ອະດີດ​ກໍ​ບໍ່​ເຫຼືອ​ເພື່ອ​ປອບໃຈ ບັດນີ້ ພັນທະມິດ​ຕ່າງ​ກໍ​ຫັກ​ຫລັງ​ຕໍ່ສູ້​ນາງ​ແລ້ວ.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.


ບັດນີ້​ໂອໂຮລີບາ​ເອີຍ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ໄດ້​ເບື່ອໜ່າຍ​ຕໍ່​ຄູ່ຮັກ​ເຫຼົ່ານີ້​ຂອງ​ເຈົ້າ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ໂກດຮ້າຍ​ເຈົ້າ ແລະ​ນຳ​ພວກເຂົາ​ໄປ​ປິດລ້ອມ​ເຈົ້າ​ໄວ້.


ສະນັ້ນ ເຮົາ​ຈຶ່ງ​ມອບ​ນາງ​ໃຫ້​ແກ່​ຄູ່ຮັກ​ຂອງ​ນາງ ຄື​ຊາວ​ອັດຊີເຣຍ ທີ່​ນາງ​ຕ້ອງການ​ຫລາຍ​ທີ່ສຸດ​ນັ້ນ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ໂດຍ​ລົງໂທດ​ພວກ​ຂ້ານ້ອຍ​ທຸກຢ່າງ ຕາມ​ທີ່​ໄດ້​ມີ​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ແຕ່​ຈົນ​ບັດນີ້ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່ໄດ້​ພະຍາຍາມ​ເຮັດ​ໃຫ້​ພຣະອົງ​ພໍໃຈ ໂດຍ​ຫັນໜີ​ຈາກ​ບາບ ຫລື​ໂດຍ​ປະພຶດ​ຕາມ​ຄວາມຈິງ​ຂອງ​ພຣະອົງ.


ພວກ​ຂ້ານ້ອຍ​ເຮັດ​ບາບ, ເຮັດ​ຊົ່ວ ແລະ​ເຮັດ​ຜິດ. ພວກ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະຕິເສດ​ສິ່ງ​ຖືກຕ້ອງ​ທີ່​ພຣະອົງ​ສຳແດງ​ໃຫ້​ເຫັນ.


ນາງ​ເອງ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ຄົນ​ຮັກ​ຂອງຂ້ອຍ ເພາະ​ພວກເຂົາ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ໃຫ້​ຂ້ອຍ ເຊັ່ນ: ອາຫານ​ແລະ​ນໍ້າ, ເຄື່ອງ​ຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ.”


ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.


ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຫລອກລວງ​ພວກເຈົ້າ​ສາ​ແລ້ວ; ພວກເຂົາ​ໄດ້​ໄລ່​ໃຫ້​ໜີ​ຈາກ​ດິນແດນ​ຂອງ​ພວກເຈົ້າ​ເອງ​ແລ້ວ. ປະຊາຊົນ​ທີ່​ເຄີຍ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ພວກເຈົ້າ ມາບັດນີ້ ພວກເຂົາ​ກໍໄດ້​ຕີ​ຊະນະ​ພວກເຈົ້າ​ສາ​ແລ້ວ. ພວກ​ເພື່ອນ​ເຫຼົ່ານັ້ນ​ທີ່​ໄດ້​ກິນ​ເຂົ້າ​ຮ່ວມກັນ ຕ່າງ​ກໍໄດ້​ຫ້າງແຮ້ວ​ດັກຈັບ​ພວກເຈົ້າ; ພວກເຂົາ​ຕ່າງ​ກໍໄດ້​ເວົ້າ​ກ່ຽວກັບ​ເຈົ້າ​ວ່າ, ‘ຄວາມ​ຫລັກແຫລມ​ທີ່​ລາວ​ມີ​ນັ້ນ​ໄປ​ໃສ​ໝົດ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka