Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:12 - ພຣະຄຳພີສັກສິ

12 ພຣະເຈົ້າຢາເວ​ກ່າວ​ວ່າ, “ບາດແຜ​ຂອງ​ພວກເຈົ້າ​ຈະ​ປົວ​ບໍ່​ດີ ບ່ອນ​ເຈັບປວດ​ຂອງ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຫາຍດີ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:12
13 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ບອກ​ປະຊາຊົນ ເຖິງ​ຄວາມ​ເສຍໃຈ​ຂອງ​ຂ້າພະເຈົ້າ​ວ່າ: “ຂໍ​ໃຫ້​ນໍ້າຕາ​ຂອງ​ຂ້ານ້ອຍ​ໄຫລຫລັ່ງ​ທັງເວັນ​ທັງຄືນ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເຊົາ​ຮ້ອງໄຫ້​ຈັກເທື່ອ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ທຳລາຍ​ໜັກ ບາດແຜ​ຂອງ​ພວກເຂົາ​ກໍ​ໜັກໜ່ວງ​ແທ້ໆ.


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”


ຢ່າ​ຈົ່ມທຸກ​ຕື່ມ​ເຖິງ​ຄວາມ​ເຈັບປວດ​ອີກ​ເລີຍ ຢາ​ປິ່ນປົວ​ສຳລັບ​ພວກເຈົ້າ​ບໍ່ມີ​ສາ​ແລ້ວ. ເຮົາ​ລົງໂທດ​ພວກເຈົ້າ​ຍ້ອນ​ການບາບ​ມີ​ຫລາຍ ແລະ​ຄວາມ​ຊົ່ວຊ້າ​ກໍ​ມີ​ຫລາຍໂພດ.


ນໍ້າສ້າງ​ກັກ​ນໍ້າຈືດ​ໄວ້​ສັນໃດ ນະຄອນ​ເຢຣູຊາເລັມ​ກໍ​ກັກ​ຄວາມ​ຊົ່ວຊ້າ​ຂອງຕົນ​ໄວ້​ສັນນັ້ນ. ເຮົາ​ໄດ້ຍິນ​ແຕ່​ການ​ຮຸນແຮງ ແລະ​ການທຳລາຍ​ດັງ​ຂຶ້ນ​ໃນ​ຕົວເມືອງ; ເຮົາ​ເຫັນ​ແຕ່​ຄົນ​ບາດເຈັບ ແລະ​ຄົນ​ທົນທຸກ.


ບໍ່ມີ​ຫວ້ານຢາ​ທີ່​ກີເລອາດ ບໍ່ມີ​ໝໍ​ຜູ້ໃດ​ປິ່ນປົວ​ໄດ້​ບໍ? ຖ້າດັ່ງນັ້ນ ເປັນຫຍັງ​ບາດແຜ​ຂອງ​ປະຊາຊົນ​ຈຶ່ງ​ປິ່ນປົວ​ບໍ່ໄດ້?


ຂ້ອຍ​ຈະ​ເວົ້າ​ຫຍັງ​ໄດ້​ແດ່? ໂອ ເຢຣູຊາເລັມ​ເອີຍ ຈະ​ອອຍໃຈ​ເຈົ້າ​ຢ່າງໃດ? ຜູ້ໃດ​ແດ່​ທົນ​ທຸກຢ່າງ​ນີ້? ໄພພິບັດ​ທີ່​ເຈົ້າ​ໄດ້​ຮັບ​ບໍ່ມີ​ຂອບເຂດ​ດັ່ງ​ມະຫາສະໝຸດ ບໍ່ມີ​ຫວັງ​ໃດໆ​ທີ່​ຈະ​ປິ່ນປົວ​ເຈົ້າ​ໄດ້​ສາ​ແລ້ວ.


ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.


ເມື່ອໃດ​ເອຟຣາອິມ​ເຫັນ​ວ່າ​ຕົນ​ເຈັບໄຂ້ ແລະ​ຢູດາຍ​ເຫັນ​ວ່າ​ຕົນ​ມີ​ບາດແຜ ເມື່ອນັ້ນ​ເອຟຣາອິມ​ກໍ​ໄປ​ຫາ​ອັດຊີເຣຍ ເພື່ອ​ຂໍ​ໃຫ້​ກະສັດ​ຜູ້​ຍິ່ງໃຫຍ່​ຊ່ວຍເຫລືອ, ແຕ່​ລາວ​ບໍ່​ສາມາດ​ຮັກສາ​ພວກເຂົາ ຫລື​ປິ່ນປົວ​ບາດແຜ​ຂອງ​ພວກເຂົາ​ໃຫ້​ດີ​ໄດ້.


ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


ບໍ່ມີ​ຫວ້ານຢາ​ຫຍັງ​ໃສ່​ບາດແຜ​ຂອງເຈົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ບໍ່​ສາມາດ​ປິ່ນປົວ​ໃຫ້​ດີ​ໄດ້. ທຸກຄົນ​ທີ່​ຮູ້ວ່າ​ເຈົ້າ​ຖືກ​ທຳລາຍ ຕ່າງ​ກໍ​ຕົບ​ມື​ດ້ວຍ​ຄວາມ​ຍິນດີ. ມີ​ຜູ້ໃດ​ເດນໍ ທີ່​ບໍ່ໄດ້​ຮັບ​ຄວາມ​ທົນທຸກ ຍ້ອນ​ຄວາມ​ໂຫດຫ້ຽມ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ຂອງເຈົ້າ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka