Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ ແລະ​ທຳລາຍ​ທຸກ​ຊົນຊາດ ໃນ​ບ່ອນ​ທີ່​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ແຕ່​ປະການ​ໃດ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໂດຍ​ບໍ່​ຖືກ​ໂທດ​ກໍ​ບໍ່ໄດ້; ແຕ່​ເມື່ອ​ລົງໂທດ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ທ່ຽງທຳ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:11
29 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໂກດຮ້າຍ​ແລະ​ກ່າວໂທດ​ຂ້ານ້ອຍ ຢ່າ​ລົງໂທດ​ຂ້ານ້ອຍ​ເລີຍ ເມື່ອ​ພຣະອົງ​ໂກດຮ້າຍ


ເຮົາ​ຮັກສາ​ພັນທະສັນຍາ​ຂອງເຮົາ​ຕະຫລອດໄປ​ເຖິງ​ພັນ​ຊົ່ວ​ເຊັ່ນ​ຄົນ ທັງ​ຍົກຜິດ​ຍົກບາບ​ໃຫ້​ດ້ວຍ; ແຕ່​ເຮົາ​ບໍ່​ອາດ​ຈະ​ລືມ​ລົງໂທດ​ລູກຫລານ ຂອງ​ຜູ້​ທີ່​ເຮັດ​ບາບ​ຕໍ່ສູ້​ເຮົາ​ໄດ້​ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.”


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.


ຢ່າສູ່​ຢ້ານກົວ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ສອນ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຢ່າ​ຮຸນແຮງ​ເກີນໄປ​ຕໍ່​ພວກເຂົາ ຫລື​ຢ່າ​ລົງໂທດ​ພວກເຂົາ​ເທາະ ເມື່ອ​ພຣະອົງ​ໂກດຮ້າຍ ອັນ​ນັ້ນ​ກໍ​ເທົ່າ​ຈຸດຈົບ​ຂອງ​ພວກ​ຂ້ານ້ອຍ​ສາ​ແລ້ວ.


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)


ເຮົາ​ຈະ​ໃຊ້​ສັດຕູ​ມາ​ຕັດ​ຕົ້ນອະງຸ່ນ​ຂອງ​ພວກເຂົາ​ລົງ ແຕ່​ບໍ່ແມ່ນ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ຈົນ​ສິ້ນ. ເຮົາ​ຈະ​ບອກ​ເຫຼົ່າ​ສັດຕູ​ໃຫ້​ລິ​ງ່າ​ຂອງມັນ​ອອກ​ສາ ເພາະ​ງ່າ​ເຫຼົ່ານັ້ນ​ທັງໝົດ​ບໍ່ໄດ້​ເປັນ​ຂອງພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ແມ່ນ​ເຮົາ​ຈະ​ລົງໂທດ​ພວກເຈົ້າ ໃນ​ວັນ​ເຫຼົ່ານັ້ນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ບໍ່​ທຳລາຍ​ປະຊາຊົນ​ຂອງເຮົາ​ຢ່າງ​ໝົດສິ້ນ.


ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ອັນ​ບໍ່​ສິ້ນສຸດ​ເປັນ ແລະ​ພຣະເມດຕາ​ກໍ​ຍັງ​ດຳລົງ​ຄົງ​ຢູ່


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ປະກາດ​ພຣະທຳ​ຢູ່​ນັ້ນ ເປລາຕີຢາ​ກໍ​ລົ້ມລົງ​ສິ້ນໃຈ​ຕາຍ. ຂ້າພະເຈົ້າ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ນຳ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ! ພຣະອົງ​ຈະ​ຂ້າ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ?”


ເຮົາ​ຈະ​ປ່ອຍ​ໃຫ້​ບາງຄົນ​ຫລົບ​ໜີ​ຈາກ​ການ​ຖືກ​ສັງຫານໝູ່ ແລະ​ຖືກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ


ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.


ແຕ່​ເຖິງ​ປານນັ້ນ​ກໍດີ ເມື່ອ​ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ສັດຕູ​ນັ້ນ ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຢ່າງ​ໝົດສິ້ນ ຫລື​ທຳລາຍ​ພວກເຂົາ​ໃຫ້​ໝົດ​ໄປ. ການ​ກະທຳ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ຕັດຂາດ​ຕໍ່​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ໄວ້​ກັບ​ພວກເຂົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ເພາະ​ເຮົາ​ຢູ່​ກັບ​ເຈົ້າ, ບໍ່ມີ​ຜູ້ໃດ​ຈະ​ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ນີ້​ກໍ​ມີ​ຫລາຍ.”


ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ພຣະເຈົ້າ​ອົງ​ຊົງ​ເມດຕາ ພຣະອົງ​ຈະ​ບໍ່​ປະຖິ້ມ​ຫລື​ທຳລາຍ​ພວກເຈົ້າ ພຣະອົງ​ຈະ​ບໍ່​ລືມ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka