Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 30:10 - ພຣະຄຳພີສັກສິ

10 “ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 30:10
40 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ພຣະເຈົ້າຢາເວ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ ໄດ້​ບັນເທົາ​ຈາກ​ຄວາມ​ເຈັບປວດ ແລະ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ຈະ​ໃຫ້​ພວກເຂົາ​ພົ້ນ​ຈາກ​ການ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ.


ໂຕສິງ​ທີ່​ຮ້າຍກາດ​ຈະ​ອາໄສ​ຢູ່​ທີ່ນັ້ນ​ບໍ່ໄດ້​ເລີຍ ສັດຮ້າຍ​ທັງຫລາຍ​ຈະ​ບໍ່​ຜ່ານ​ໄປ​ທາງນັ້ນ ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ໄຖ່​ເອົາ​ມາ ຈະ​ເດີນທາງ​ກັບ​ເມືອ​ບ້ານ​ໂດຍ​ຜ່ານ​ທາງນີ້.


ສະນັ້ນ ຢ່າ​ສູ່ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ຝ່າຍ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ. ແຕ່​ທີ່​ໄກ​ສຸດ​ທາງ​ຕາເວັນອອກ​ແລະ​ຕາເວັນຕົກ ເຮົາ​ຈະ​ນຳ​ຄົນ​ຂອງເຈົ້າ​ກັບຄືນ​ມາ​ບ້ານ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ ເຊື້ອສາຍ​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຊາດ​ອິດສະຣາເອນ​ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.


ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ເຈົ້າ​ມາ ຕັ້ງແຕ່​ເຈົ້າ​ເກີດ​ມາ​ຜູ້​ທີ່​ຊ່ວຍເຫລືອ​ເຈົ້າ​ໄວ້. ເຈົ້າ​ຢ່າ​ສູ່ຢ້ານ ຜູ້ຮັບໃຊ້​ຂອງເຮົາ​ເອີຍ ເຈົ້າ​ຄື​ປະຊາຊົນ​ທີ່​ເຮົາ​ຮັກ ພວກ​ທີ່​ເຮົາ​ເລືອກໄວ້.


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”


ພວກເຂົາ​ຈະ​ມາ​ຈາກ​ດິນແດນ​ຫ່າງໄກ ທິດເໜືອ ທິດ​ຕາເວັນຕົກ ອາຊວານ ທິດໃຕ້.”


ພຣະເຈົ້າຢາເວ ໂຕ້ຕອບ​ກ່າວ​ຄືນ​ໄປ​ວ່າ, “ເຫດການ​ດັ່ງ​ທີ່​ໄດ້​ກ່າວ ກຳລັງ​ຈະ​ເກີດຂຶ້ນ. ຊະເລີຍ​ຂອງ​ທະຫານ​ນັ້ນ​ຈະ​ຖືກ​ຈັບ​ເອົາ​ໄປ ເຄື່ອງ​ທີ່​ນັກ​ກົດຂີ່​ໄດ້​ປຸ້ນມາ​ກໍ​ຈະ​ຖືກ​ຢຶດ​ດ້ວຍ. ເຮົາ​ຈະ​ສູ້ຮົບ​ທຸກຄົນ​ທີ່​ຕໍ່ສູ້​ກັບ​ເຈົ້າ ເຮົາ​ຈະ​ຊ່ວຍ​ເອົາ​ລູກຫລານ​ຂອງເຈົ້າ​ໃຫ້ພົ້ນ.


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ເຮົາ​ຈະ​ແຕ່ງຕັ້ງ​ໃຫ້​ມີ​ຜູ້​ລ້ຽງດູ​ພວກເຂົາ. ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຢ້ານ ຫລື​ສະທ້ານ​ຕົກໃຈກົວ​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’


ແຕ່​ພວກເຂົາ​ກັບ​ຈະ​ສາບານ​ໃນ​ນາມ​ຂອງເຮົາ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ອົງ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ທາງ​ທິດເໜືອ ແລະ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ. ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຢູ່​ໃນ​ດິນແດນ​ຂອງ​ພວກ​ເຂົາເອງ.”


ເຮົາ​ຜູ້​ດຽວ​ເທົ່ານັ້ນ​ທີ່​ຮູ້​ແຜນການ​ຂອງເຮົາ​ສຳລັບ​ພວກເຈົ້າ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຄື​ແຜນການ​ທີ່​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ມາ​ສູ່​ພວກເຈົ້າ ແລະ​ບໍ່ແມ່ນ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຈົ້າ ແຕ່​ເປັນ​ແຜນການ​ທີ່​ນຳ​ຄວາມຫວັງ​ມາ​ສູ່​ອະນາຄົດ​ຂອງ​ພວກເຈົ້າ.


ພວກເຈົ້າ​ຈະ​ພົບ​ເຮົາ​ແທ້ໆ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ປົວແປງ​ພວກເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ປະເທດ​ຂອງ​ພວກເຈົ້າ​ເອງ. ເຮົາ​ຈະ​ເຕົ້າໂຮມ​ພວກເຈົ້າ​ຈາກ​ທຸກໆ​ປະເທດ​ແລະ​ຈາກ​ທຸກໆ​ບ່ອນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ນັ້ນ.’


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ວັນ​ອັນ​ໜ້າຢ້ານກົວ​ໃຫຍ່​ນັ້ນ ກຳລັງ​ຈະ​ມາ​ເຖິງ ບໍ່ມີ​ວັນໃດ​ເລີຍ​ຈະ​ປຽບປານ​ວັນນັ້ນ​ໄດ້ ເພາະ​ເປັນ​ເວລາ​ທີ່​ປະຊາຊົນ​ຂອງເຮົາ​ທຸກໃຈ​ຫລາຍ ແຕ່​ພວກເຂົາ​ຈະ​ລອດ​ປອດໄພ​ທັງ​ຈະ​ມີ​ຊີວິດ​ຢູ່ໄດ້.”


ປະຊາຊົນ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ຖືກ​ຊ່ວຍກູ້​ເອົາ ແລະ​ໃຊ້​ຊີວິດ​ຢູ່​ຢ່າງ​ປອດໄພ. ຄົນ​ຈະ​ເອີ້ນ​ເມືອງ​ນີ້​ວ່າ ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.’


ບັດນີ້ ເຈົ້າ​ຈະ​ຕ້ອງ​ທົນ​ຕໍ່​ຄວາມ​ອັບອາຍ​ຂອງເຈົ້າ. ບາບກຳ​ຂອງເຈົ້າ​ມີ​ຫລາຍກວ່າ​ບາບກຳ​ຂອງ​ເອື້ອຍ​ນ້ອງ​ຂອງ​ເຈົ້າ. ເມື່ອ​ມາ​ທຽບ​ໃສ່​ກັນ​ແລ້ວ​ພວກເຂົາ​ເບິ່ງ​ຄື​ບໍຣິສຸດ. ບັດນີ້ ຈົ່ງ​ໜ້າ​ແດງ ແລະ​ຮັບ​ເອົາ​ຄວາມ​ອັບອາຍ​ຂອງ​ເຈົ້າ​ສາ ເພາະ​ເຈົ້າ​ເຮັດ​ໃຫ້​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ເບິ່ງ​ຄື​ບໍຣິສຸດ.


ເຈົ້າ​ຈະ​ຕັດສິນໃຈ​ຮຸກຮານ​ປະເທດ​ທີ່​ຂາດ​ບ່ອນ​ເພິ່ງ ຊຶ່ງ​ປະຊາຊົນ​ຢູ່​ຢ່າງ​ສັນຕິສຸກ​ແລະ​ປອດໄພ​ໃນ​ເມືອງ ທີ່​ບໍ່ມີ​ກຳແພງ​ອ້ອມ​ແລະ​ຂາດ​ການ​ປ້ອງກັນ.


“ໃນ​ເວລາ​ນັ້ນ ມີຄາເອນ​ເທວະດາ​ຕົນ​ໃຫຍ່ ຜູ້​ທີ່​ຮັກສາ​ປະຊາຊົນ​ຂອງ​ພຣະອົງ​ຈະ​ມາ​ປາກົດ. ແລ້ວ​ກໍ​ຈະ​ມີ​ການ​ລຳບາກ​ໜັກ​ເກີດຂື້ນ​ຢ່າງ​ບໍ່ເຄີຍ​ມີ​ມາ​ນັບ​ຕັ້ງແຕ່​ມີ​ຊົນຊາດ​ທັງຫລາຍ. ເມື່ອ​ເຖິງ​ເວລາ​ນັ້ນ ປະຊາຊົນ​ທັງປວງ​ຂອງ​ເຈົ້າ​ທີ່​ມີ​ຊື່​ໃນ​ໜັງສື​ຂອງ​ພຣະເຈົ້າ​ຈະ​ໄດ້​ພົ້ນ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ສັດປ່າ​ແລະ​ຝູງນົກ​ທັງປວງ ເພື່ອ​ວ່າ​ພວກມັນ​ຈະ​ບໍ່​ທຳຮ້າຍ​ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ເອົາ​ອາວຸດ​ແຫ່ງ​ການ​ຮົບເສິກ​ໜີໄປ​ຈາກ​ດິນແດນ ຄື​ດາບ​ແລະ​ລູກທະນູ ແລະ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ປອດໄພ.


ເຮົາ​ຈະ​ຮັກສາ​ຄຳສັນຍາ​ວ່າ​ເຈົ້າ​ເປັນ​ຂອງເຮົາ ແລ້ວ​ເຈົ້າ​ກໍ​ຈະ​ຮັບຮູ້​ພຣະເຈົ້າຢາເວ.


ສຳລັບ​ພວກເຈົ້າ​ທີ່​ເປັນ​ຊາວ​ຢູດາ​ນັ້ນ ເຮົາ​ໄດ້​ກຳນົດ​ເວລາ​ເພື່ອ​ລົງໂທດ​ພວກເຈົ້າ​ໄວ້​ແລ້ວ​ຄືກັນ ສຳລັບ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ.”


ທົ່ງນາ​ເອີຍ ຢ່າສູ່ຢ້ານ​ແຕ່​ປະການ​ໃດ ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳການ​ອັນໃຫຍ່​ສຳລັບ​ເຈົ້າ.


ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ແຮງ​ແທ້? ເປັນຫຍັງ​ເຈົ້າ​ຈຶ່ງ​ເຈັບປວດ​ເໝືອນ​ຍິງ​ທີ່​ກຳລັງ​ອອກລູກ? ບໍ່ແມ່ນ​ເຈົ້າ​ບໍ່ມີ​ກະສັດ​ປົກຄອງ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຈົ້າ​ເດ ຕາຍ​ໝົດ​ແລ້ວ​ບໍ?


ເມື່ອ​ວັນ​ນັ້ນ​ມາເຖິງ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເຊີນ​ເອົາ​ເພື່ອນບ້ານ​ຂອງຕົນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ນຳ ເພາະ​ມີ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ ຢູ່​ໃນ​ສວນອະງຸ່ນ​ແລະ​ຢູ່​ໃຕ້​ຕົ້ນ​ໝາກເດື່ອເທດ​ທັງຫລາຍ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.”


“ນະຄອນ​ຊີໂອນ​ເອີຍ ຢ່າ​ສູ່​ຢ້ານ ເບິ່ງດູ ເຈົ້າ​ກະສັດ​ຂອງ​ເຈົ້າ ກຳລັງ​ຂີ່​ລໍ​ມາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka