Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:9 - ພຣະຄຳພີສັກສິ

9 ແລະ​ທັງ​ບໍ່​ອັບອາຍ​ຂາຍໜ້າ​ຈັກດີ້. ນາງ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ແລະ ໄດ້​ຫລີ້ນຊູ້​ໂດຍ​ຂາບໄຫວ້​ໂງ່ນຫີນ​ແລະ​ກົກໄມ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:9
16 Jak'a apnaqawi uñst'ayäwi  

ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.


ພວກເຈົ້າ​ເອົາ​ຫີນ​ກ້ຽງ​ຈາກ​ທີ່​ນັ້ນ​ມາ​ເຮັດ​ເປັນ​ຮູບພະ​ເພື່ອ​ຂາບໄຫວ້​ບູຊາ. ພວກເຈົ້າ​ໄດ້​ຖອກ​ເຫຼົ້າ​ອະງຸ່ນ​ແລະ​ນຳ​ພືດຜົນ​ເປັນເມັດ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ຮູບພະ​ເຫຼົ່ານີ້. ພວກເຈົ້າ​ຄິດວ່າ​ເຮົາ​ພໍໃຈ​ນຳ​ສິ່ງ​ທັງໝົດ​ເຫຼົ່ານີ້​ຊັ້ນບໍ?


ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?


ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”


ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ກົກໄມ້​ແມ່ນ​ພໍ່​ຂອງ​ພວກເຈົ້າ ແລະ​ໂງ່ນຫີນ​ແມ່ນ​ແມ່​ຂອງ​ພວກເຈົ້າ.’ ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຈົ້າ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແທນ​ທີ່​ຈະ​ກັບຄືນ​ມາ​ຫາ​ເຮົາ. ແຕ່​ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ ພວກເຈົ້າ​ຊໍ້າພັດ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ.


ເຮົາ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ອຸດົມ​ຮັ່ງມີ ເພື່ອ​ໃຫ້​ໄດ້​ຮັບ​ຜົນລະປູກ ແລະ ສິ່ງ​ທີ່ດີ​ອື່ນໆ. ແຕ່​ພວກເຂົາ​ພັດ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ຈິບຫາຍ ໂດຍ​ເຮັດ​ໃຫ້​ເປັນ​ມົນທິນ​ບ່ອນ​ທີ່​ເຮົາ​ມອບ​ໃຫ້​ພວກເຂົາ​ນັ້ນ.


ຈົ່ງ​ເງີຍໜ້າ​ເບິ່ງ​ທີ່​ຈອມພູ​ພຸ້ນດູ. ມີ​ບ່ອນໃດ​ແດ່​ທີ່​ເຈົ້າ​ບໍ່ໄດ້​ປະພຶດ​ຢ່າງ​ຍິງ​ແມ່ຈ້າງ? ເຈົ້າ​ຄອງຄອຍ​ຄູ່ຮັກ​ຢູ່​ຕາມ​ແຄມ​ຖະໜົນ​ຫົນທາງ ເໝືອນ​ຊາວ​ອາຣັບ​ຄອຍ​ຖ້າ​ເຫຍື່ອ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ການ​ເປັນ​ແມ່ຈ້າງ​ຂອງ​ເຈົ້າ​ນັ້ນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ.


ເຈົ້າ​ໄດ້​ເອົາ​ເຄື່ອງເອ້​ທີ່​ເປັນ​ເງິນ​ແລະ​ຄຳ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໃຊ້​ເຮັດ​ຮູບ​ຂອງ​ຜູ້ຊາຍ ແລະ​ເຈົ້າ​ໄດ້​ຫລີ້ນຊູ້​ກັບ​ມັນ.


ພວກເຂົາ​ໄດ້​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ, ຈັບ​ເອົາ​ລູກ​ຊາຍ​ຍິງ​ຂອງ​ນາງ​ໄປ ແລະ​ໃຊ້​ດາບ​ຂ້າ​ນາງ​ຖິ້ມ. ພວກຜູ້ຍິງ​ທົ່ວໄປ​ຊຸບຊິບ​ກັນ​ເຖິງ​ຊາຕາກຳ​ຂອງ​ນາງ.


ນາງ​ໂອໂຮລີບາ​ເອີຍ ເຈົ້າ​ຢາກ​ເຮັດ​ຜິດ​ສິນທຳ​ຊໍ້າແລ້ວ​ຊໍ້າອີກ ດັ່ງ​ຄາວ​ທີ່​ເຈົ້າ​ເປັນ​ສາວ​ໃນ​ປະເທດ​ເອຢິບ​ບ່ອນ​ທີ່​ພວກ​ຜູ້ຊາຍ​ຄັ້ນ​ນົມ​ເຈົ້າ ຈົນ​ເຈົ້າ​ສູນເສຍ​ຄວາມ​ເປັນສາວ.)


ເມື່ອ​ພວກເຂົາ​ຍັງ​ເປັນ​ສາວ​ຢູ່​ໃນ​ເອຢິບ​ນັ້ນ ພວກເຂົາ​ໄດ້​ເສຍຕົວ​ຈົນ​ກາຍເປັນ​ຍິງໂສເພນີ.


ລູກ​ເອີຍ ຈົ່ງ​ຮ້ອງຂໍ​ຕໍ່​ແມ່​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ນາງ​ບໍ່ແມ່ນ​ເມຍ​ຂອງເຮົາ​ອີກ​ຕໍ່ໄປ​ກໍຕາມ ແລະ​ເຮົາ​ກໍ​ບໍ່ແມ່ນ​ຜົວ​ຂອງ​ນາງ​ອີກ​ກໍດີ. ຈົ່ງ​ຮ້ອງຂໍ​ໃຫ້​ນາງ​ເຊົາ​ຫລີ້ນຊູ້​ແລະ​ເຊົາ​ເປັນ​ໂສເພນີ.


ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ທົ່ງຫຍ້າ​ຕົ້ນໄມ້​ແຫ້ງ​ຕາຍ ແລະ​ຖືກ​ໄຟ​ໄໝ້.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ປະຮ້າງ​ເມຍ​ຂອງຕົນ​ດ້ວຍ​ເຫດຜົນ​ອື່ນ​ໃດ ນອກຈາກ​ການ​ຫລິ້ນຊູ້​ກັບ​ຊາຍ​ອື່ນ. ກໍ​ເທົ່າ​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ນາງ​ຫລິ້ນຊູ້ ເມື່ອ​ນາງ​ແຕ່ງງານ​ໃໝ່ ແລະ​ຜູ້​ທີ່​ແຕ່ງງານ​ກັບ​ນາງ​ນັ້ນ ກໍ​ມີ​ຄວາມຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka