ເຢເຣມີຢາ 3:8 - ພຣະຄຳພີສັກສິ8 ຢູດາໄດ້ເຫັນເຊັ່ນກັນວ່າ ເຮົາໄດ້ປະຮ້າງອິດສະຣາເອນ ແລະ ສົ່ງນາງໜີໄປເພາະນາງໄດ້ຫັນໜີຈາກເຮົາໄປເປັນຍິງແມ່ຈ້າງ. ແຕ່ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນບໍ່ໄດ້ຢ້ານກົວເລີຍ. ນາງເປັນຍິງແມ່ຈ້າງເຊັ່ນດຽວກັນ Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.