Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:7 - ພຣະຄຳພີສັກສິ

7 ເຮົາ​ຄິດວ່າ​ຫລັງຈາກ​ທີ່​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ນາງ​ກໍ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ແນ່ນອນ. ແຕ່​ນາງ​ພັດ​ບໍ່ໄດ້​ກັບຄືນ​ມາ; ແລະ​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ນາງ​ກໍໄດ້​ຮູ້ເຫັນ​ສິ່ງ​ທັງໝົດ​ນີ້​ດ້ວຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:7
15 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຮັບໃຊ້​ພຣະເຈົ້າ​ຂອງ​ພໍ່​ຂອງ​ເພິ່ນ ໂດຍ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ບໍ່ໄດ້​ປະພຶດ​ຕາມ​ວິທີທາງ​ທີ່​ກະສັດ​ອິດສະຣາເອນ​ໄດ້​ປະພຶດ.


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


“ພວກເຈົ້າ​ບໍ່ໄດ້​ສັງເກດ​ເບິ່ງ​ບໍ​ສິ່ງ​ທີ່​ຄົນ​ກຳລັງ​ເວົ້າ​ກັນ​ວ່າ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ອິດສະຣາເອນ ແລະ​ຢູດາ ສອງ​ຄອບຄົວ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ? ສະນັ້ນ ພວກເຂົາ​ຈຶ່ງ​ໝິ່ນປະໝາດ​ຄົນ​ຂອງເຮົາ ແລະ​ບໍ່ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ.


ຊາວ​ອິດສະຣາເອນ​ທັງ​ຢູດາ​ໄດ້​ທໍລະຍົດ​ຕໍ່​ເຮົາ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເອື້ອຍ​ກົກ​ຂອງ​ເຈົ້າ​ແມ່ນ​ຊາມາເຣຍ​ຄື​ຢູ່​ທາງ​ທິດເໜືອ ໄດ້​ມີ​ໝູ່ບ້ານ​ຂອງ​ຕົນເອງ. ສ່ວນ​ນ້ອງສາວ​ຂອງເຈົ້າ​ແມ່ນ​ໂຊໂດມ​ຄື​ຢູ່​ທາງ​ທິດໃຕ້ ກໍ​ມີ​ໝູ່ບ້ານ​ຂອງຕົນເອງ.


ເຈົ້າ​ພໍໃຈ​ເຮັດ​ຕາມ​ບາດຍ່າງ​ຂອງ​ພວກເຂົາ ແລະ​ລອກແບບ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ ອີກ​ບໍ່​ເທົ່າໃດ​ເຈົ້າ​ກໍ​ເຮັດ​ຊົ່ວ ລື່ນກວ່າ​ຄວາມຊົ່ວ​ທຸກຢ່າງ​ທີ່​ພວກເຂົາ​ໄດ້​ເຮັດ​ຊໍ້າ.


ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ປະຊາຊົນ​ໃນ​ຫລາຍໆ​ເມືອງ ຕ່າງ​ກໍ​ອ່ອນແຮງ​ເພາະ​ຫິວນໍ້າ; ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ໃນ​ເມືອງ​ໜຶ່ງ ບ່ອນ​ທີ່​ພວກເຂົາ​ຄິດວ່າ​ຈະ​ພົບ​ນໍ້າ​ກິນ ແຕ່​ບໍ່ມີ​ພຽງພໍ​ຈະ​ດື່ມ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka