Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:6 - ພຣະຄຳພີສັກສິ

6 ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:6
24 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ, ຕັ້ງ​ເສົາ​ຫີນ​ສັກສິດ​ຂຶ້ນ ແລະ​ສ້າງ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຂຶ້ນ​ຢູ່​ເທິງ​ພູ ແລະ​ຢູ່​ກ້ອງ​ຕົ້ນໄມ້.


ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ແປດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບເອັດ​ປີ.


ພວກເຂົາ​ເປັນ​ມົນທິນ​ຍ້ອນ​ພວກເຂົາ​ກະທຳ​ຜິດ ແລະ​ເປັນ​ຄົນ​ທີ່​ບໍ່​ສັດຊື່​ຕໍ່​ພຣະເຈົ້າ.


ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.


ພວກເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ໜ່ວຍສູງໆ ເພື່ອ​ຖວາຍບູຊາ​ແລະ​ສົມສູ່ກັນ​ທາງເພດ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເຢເຣມີຢາ​ໃນ​ປີ​ທີ​ສິບສາມ ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ.


ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.


ປະຊາຊົນ​ຂອງເຈົ້າ​ຂາບໄຫວ້​ທີ່​ແທ່ນບູຊາ​ແລະ​ທີ່​ເສົາ​ໄມ້​ສັກສິດ ອັນ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ, ຕາມ​ກ້ອງ​ກົກໄມ້​ໃບຂຽວ, ຕາມ​ເນີນ​ທີ່ສູງ​ຕ່າງໆ,


ຢູດາ​ໄດ້​ເຫັນ​ເຊັ່ນກັນ​ວ່າ ເຮົາ​ໄດ້​ປະຮ້າງ​ອິດສະຣາເອນ ແລະ ສົ່ງ​ນາງ​ໜີໄປ​ເພາະ​ນາງ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ເປັນ​ຍິງ​ແມ່ຈ້າງ. ແຕ່​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ບໍ່ໄດ້​ຢ້ານກົວ​ເລີຍ. ນາງ​ເປັນ​ຍິງ​ແມ່ຈ້າງ​ເຊັ່ນດຽວ​ກັນ


ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”


ຊາວ​ອິດສະຣາເອນ​ທັງ​ຢູດາ​ໄດ້​ທໍລະຍົດ​ຕໍ່​ເຮົາ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ຕາມ​ຖະໜົນ​ທຸກ​ສາຍ​ເຈົ້າ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ. ແຕ່​ເຈົ້າ​ພັດ​ບໍ່ໄດ້​ເງິນ​ດັ່ງ​ຍິງ​ແມ່ຈ້າງ​ທົ່ວໆ​ໄປ​ໄດ້.


ບັດນີ້ ນະຄອນ​ເຢຣູຊາເລັມ ຍິງໂສເພນີ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ.


ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.


ເຖິງ​ແມ່ນ​ວ່າ ໂອໂຮລີບາ ຜູ້​ເປັນ​ນ້ອງສາວ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ນາງ​ກໍ​ຍິ່ງ​ຊົ່ວຊ້າ​ແລະ​ຫຼິ້ນຊູ້​ຫລາຍກວ່າ​ເອື້ອຍ​ຂອງນາງ​ອີກ.


ເອື້ອຍ​ກົກ​ຊື່​ວ່າ ໂອໂຮລາ (ນາງ​ເປັນ​ຕົວແທນ​ໃຫ້​ຊາມາເຣຍ) ແລະ​ນ້ອງສາວ​ຊື່​ວ່າ​ໂອໂຮລີບາ (ນາງ​ເປັນ​ຕົວແທນ​ໃຫ້​ນະຄອນ​ເຢຣູຊາເລັມ). ເຮົາ​ໄດ້​ແຕ່ງງານ​ກັບ​ພວກເຂົາ​ທັງສອງ ແລະ​ພວກເຂົາ​ກໍໄດ້​ເກີດ​ລູກ​ໃຫ້​ແກ່​ເຮົາ.


ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.


ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ທີ່​ສະຖານ​ສັກສິດ​ຢູ່​ເທິງ​ຈອມພູ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ເທິງ​ເນີນພູ​ແລະ​ຢູ່​ໃຕ້​ຕົ້ນໄມ້​ສູງ ຄື​ຕົ້ນໄມ້​ທີ່​ແຜ່​ງ່າ​ອອກ​ເພາະ​ມັນ​ມີ​ຮົ່ມ​ເຢັນ​ດີ. ຜົນ​ທີ່​ຕາມ​ມາ​ກໍ​ຄື​ວ່າ ພວກ​ລູກສາວ​ຂອງ​ພວກເຈົ້າ​ພາກັນ​ເປັນ​ໂສເພນີ ແລະ​ພວກ​ລູກໃພ້​ຂອງ​ພວກເຈົ້າ​ກໍ​ພາກັນ​ຫລີ້ນຊູ້.


ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ປົກຄອງ​ເຫຼົ່ານີ້. ພວກເຂົາ​ຫຼີ້ນຊູ້​ກັບ​ບັນດາ​ພະອື່ນ​ແລະ​ຂາບໄຫວ້​ພວກມັນ. ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແຕ່​ອີກ​ບໍ່​ດົນ​ຄົນ​ເຊັ່ນ​ໃໝ່​ນີ້​ກໍ​ເຊົາ​ເຊື່ອຟັງ​ພຣະອົງ​ຢ່າງ​ໄວວາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka