Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:5 - ພຣະຄຳພີສັກສິ

5 ພຣະອົງ​ຈະ​ບໍ່​ໂກດຮ້າຍ ແລະ ຄຽດຮ້າຍ​ກັບ​ພວກ​ຂ້ານ້ອຍ​ຕະຫລອດໄປ​ດອກ.’ ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ເວົ້າ​ດັ່ງນີ້​ແຕ່​ເຈົ້າ​ຊໍ້າພັດ​ຍັງ​ເຮັດ​ຊົ່ວ​ຢູ່.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:5
14 Jak'a apnaqawi uñst'ayäwi  

ບັດນີ້ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກເຮົາ​ຕໍ່ໄປ.


ພຣະອົງ​ຈະ​ໂກດຮ້າຍ​ຕະຫລອດໄປ​ຊັ້ນບໍ? ຄວາມ​ໂກດຮ້າຍ​ຈະ​ບໍ່​ສຸດ​ເປັນ​ຈັກເທື່ອ​ຫລືນີ້?


ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເຂັ້ມແຂງ​ຂຶ້ນ​ໃໝ່​ແດ່ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ສືບຕໍ່​ກ່າວຫາ​ຫລື​ໂກດຮ້າຍ​ພວກເຂົາ​ຕະຫລອດໄປ.


ຂ້າແດ່​ພຣະເຈົ້າຢາເວ ຢ່າ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ເກີນໄປ ຫລື​ຈົດຈຳ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ​ເລີຍ. ພວກ​ຂ້ານ້ອຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ ຈົ່ງ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.


ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.


ເຮົາ​ໄດ້​ຟັງ​ພວກເຈົ້າ​ຢ່າງ​ຕັ້ງໃຈ ແຕ່​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ. ບໍ່ມີ​ຜູ້ໃດ​ເລີຍ​ໃນ​ພວກເຈົ້າ​ເສຍໃຈ​ຕໍ່​ບາບ​ທີ່​ຕົນ​ໄດ້​ເຮັດ; ບໍ່ມີ​ຜູ້ໃດ​ເລີຍ​ຖາມ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ?’ ທຸກຄົນ​ຕ່າງ​ກໍ​ເຮັດ​ໄປ​ຕາມ​ທາງ​ຂອງ​ຕົນເອງ ດັ່ງ​ມ້າ​ໂຕໜຶ່ງ​ທີ່​ກຳລັງ​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.


ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຕ່າງ​ກໍ​ເພິ່ງ​ໃນ​ກຳລັງ​ຂອງ​ຕົນເອງ ແລະ​ກໍ່​ການຄາດຕະກຳ.


ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ.


ພວກເຂົາ​ລ້ວນແຕ່​ເປັນ​ນັກ​ຊ່ຽວຊານ​ໃນ​ການ​ເຮັດຊົ່ວ. ບັນດາ​ເຈົ້າໜ້າທີ່ ແລະ​ຜູ້​ຕັດສິນ​ຄວາມ​ກໍ​ຖາມ​ຫາ​ສິນບົນ. ຄົນ​ທີ່​ມີ​ອິດທິພົນ​ກໍ​ເອີ່ຍ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງການ; ສະນັ້ນ ພວກເຂົາ​ຈຶ່ງ​ວາງ​ອຸບາຍ​ໃສ່​ກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka