ເຢເຣມີຢາ 3:3 - ພຣະຄຳພີສັກສິ3 ດ້ວຍເຫດນີ້, ຝົນຈຶ່ງບໍ່ຕົກຕາມລະດູການ ແລະ ຝົນຍາມລະດູໃບໄມ້ປົ່ງຈຶ່ງຍັງບໍ່ມາ. ເບິ່ງເຈົ້າຄືຍິງແມ່ຈ້າງແທ້ໆ; ເຈົ້າຜູ້ບໍ່ມີຢ່າງອາຍເອີຍ. Uka jalj uñjjattʼäta |
ເມື່ອບໍ່ເຊື່ອຟັງແລ້ວພວກເພິ່ນກໍລືມໄລທຸກສິ່ງ ຄືການອັດສະຈັນຕ່າງໆທີ່ພຣະອົງໄດ້ກະທຳ; ດ້ວຍຄວາມຈອງຫອງພວກເພິ່ນໄດ້ເລືອກເອົາຜູ້ນຳ ພາພວກເພິ່ນກັບຄືນສູ່ປະເທດເອຢິບໄປເປັນທາດ. ແຕ່ພຣະອົງເປັນພຣະເຈົ້າທີ່ໃຫ້ອະໄພ ຊົງເມດຕາເອັນດູ ແລະມີຄວາມຮັກ; ພຣະອົງໂກດຮ້າຍຊ້າເພາະເມດຕາພວກເພິ່ນ ພຣະອົງຈຶ່ງບໍ່ໄດ້ປະຖິ້ມພວກເພິ່ນ.
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ.