ເຢເຣມີຢາ 3:25 - ພຣະຄຳພີສັກສິ25 ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.” Uka jalj uñjjattʼäta |
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ປະຊາຊົນຂອງພຣະເຈົ້າໄດ້ຖາມກັນວ່າ, “ເປັນຫຍັງຈຶ່ງເມົານັ່ງເສີຍຢູ່? ຮິບມາເຖີດ ໃຫ້ພວກເຮົາແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນ ແລະຕາຍຢູ່ໃນທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ລົງໂທດພວກເຮົາໃຫ້ເຖິງຕາຍສາແລ້ວ; ພຣະອົງໄດ້ໃຫ້ພວກເຮົາດື່ມຢາເບື່ອ ຍ້ອນພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ.