Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:24 - ພຣະຄຳພີສັກສິ

24 ແຕ່​ການ​ຂາບໄຫວ້​ພະບາອານ ພະ​ແຫ່ງ​ຄວາມ​ອັບອາຍ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເສຍ​ຝູງແກະ ແລະ​ຝູງງົວ, ພວກ​ລູກຊາຍ​ແລະ​ລູກສາວ, ຄື​ສູນເສຍ​ທຸກສິ່ງ​ທີ່​ບັນພະບຸລຸດ​ໄດ້​ສະສົມ​ໄວ້​ແຕ່​ບູຮານ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:24
12 Jak'a apnaqawi uñst'ayäwi  

ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.


ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຖາມ​ວ່າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະທຳ​ສິ່ງ​ອັນ​ຊົ່ວຊ້າ​ເຫຼົ່ານີ້​ໃສ່​ພວກເຈົ້າ​ເອງ. ພວກເຈົ້າ​ຢາກ​ນຳ​ການທຳລາຍ​ມາ​ສູ່​ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ຂອງ​ພວກເຈົ້າ​ຜູ້ໃດ​ຜູ້ໜຶ່ງ​ເຫຼືອ​ຢູ່​ບໍ?


ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ໄດ້​ມາຮອດ​ເມືອງ​ດານ​ແລ້ວ ເພາະ​ພວກເຮົາ​ໄດ້ຍິນ​ສຽງ​ມ້າ​ຂອງ​ພວກເຂົາ​ຫາຍໃຈ. ດິນແດນ​ທັງໝົດ​ກໍ​ສັ່ນສະເທືອນ ເມື່ອ​ມ້າ​ຂອງ​ພວກເຂົາ​ຮ້ອງ. ເຫຼົ່າ​ສັດຕູ​ໄດ້​ມາ​ທຳລາຍ​ດິນແດນ​ຂອງ​ພວກເຮົາ ພ້ອມ​ກັບ​ທຸກສິ່ງ​ໃນ​ດິນແດນ ຄື​ຕະຫລອດ​ທັງ​ເມືອງ ແລະ​ປະຊາຊົນ​ທຸກຄົນ​ດ້ວຍ.”


ແລ້ວ​ປະຊາຊົນ​ກໍໄດ້​ພາກັນ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຂົາ​ຟ້າວ​ຮ້ອງເພງ​ປົງສົບ​ໃຫ້​ສາ ຈົນກວ່າ​ເບົ້າຕາ​ພວກເຮົາ​ນັ້ນ​ເຕັມ​ດ້ວຍ​ນໍ້າຕາ ແລະ​ຂົນຕາ​ພວກເຮົາ​ປຽກຊຸ່ມ​ເພາະ​ຮ້ອງໄຫ້.”


ເຮົາ​ໄດ້​ໃຫ້​ອາຫານ​ແກ່​ເຈົ້າ​ເຊັ່ນ: ແປ້ງເຂົ້າ​ຢ່າງດີ​ທີ່ສຸດ, ນໍ້າມັນ​ໝາກກອກເທດ ແລະ​ນໍ້າເຜິ້ງ, ແຕ່​ເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ໃຫ້​ມັນ​ເຂົ້າຂ້າງ​ເຈົ້າ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ເຈົ້າ​ກໍ​ເອົາ​ບັນດາ​ລູກຊາຍ​ແລະ​ລູກສາວ​ທີ່​ເກີດ​ໃຫ້​ເຮົາ​ນັ້ນ ໄປ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ເປັນ​ເຄື່ອງບູຊາ. ການ​ທີ່​ເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ​ນັ້ນ​ຍັງ​ບໍ່​ເປັນ​ການ​ພຽງພໍ​ບໍ?


ເຈົ້າ​ຈະ​ລະນຶກ​ໄດ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່ ແລະ​ເຈົ້າ​ກໍ​ຈະ​ລະອາຍ​ໃຈ ເມື່ອ​ເຈົ້າ​ໄດ້​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຄືນ​ມາ. ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ດັ່ງ​ລູກສາວ​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ບໍ່​ຢູ່​ໃນ​ສ່ວນ​ພັນທະສັນຍາ​ຂອງເຮົາ​ກັບ​ເຈົ້າ​ກໍຕາມ.


ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ຮູບ​ນັ້ນ​ຈະ​ຖືກ​ນຳ​ໄປ​ອັດຊີເຣຍ ເພື່ອ​ເປັນ​ເຄື່ອງ​ບັນນາການ​ແກ່​ຈັກກະພັດ​ຜູ້​ຍິ່ງໃຫຍ່. ເອຟຣາອິມ​ກໍ​ຈະ​ຖືກ​ອັບອາຍ; ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ຄວາມ​ເສື່ອມເສຍ ແລະ​ອັບອາຍ​ຂາຍໜ້າ ຍ້ອນ​ຮູບເຄົາຣົບ​ນັ້ນ.


ນາງ​ບໍ່​ຮູ້​ເລີຍ​ວ່າ ເຮົາ​ເປັນ​ຜູ້​ເອົາ​ເຂົ້າ​ສາລີ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ເງິນຄຳ​ທັງໝົດ ຊຶ່ງ​ນາງ​ໃຊ້​ຂາບໄຫວ້​ພະບາອານ​ນັ້ນ​ໃຫ້​ແກ່​ນາງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ເຮົາ​ພົບເຫັນ​ຊາດ​ອິດສະຣາເອນ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ພົບ​ໝາກອະງຸ່ນ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເມື່ອ​ເຮົາ​ໄດ້​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ເຫັນ​ໝາກ​ເດື່ອເທດ​ສຸກ​ໃນ​ຕົ້ນ​ລະດູການ. ແຕ່​ເມື່ອ​ພວກເຂົາ​ໄດ້ມາ​ເຖິງ​ພູ​ເປອໍ​ແລ້ວ ພວກເຂົາ​ກໍໄດ້​ເລີ່ມ​ຂາບໄຫວ້​ພະບາອານ ແລະ​ບໍ່ດົນ​ພວກເຂົາ​ກໍ​ເປັນ​ໜ້າກຽດຊັງ ດັ່ງ​ບັນດາ​ຮູບພະ​ທີ່​ພວກເຂົາ​ຮັກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka