ເຢເຣມີຢາ 3:23 - ພຣະຄຳພີສັກສິ23 ພວກຂ້ານ້ອຍບໍ່ໄດ້ຮັບການຊ່ວຍເຫລືອຫຍັງເລີຍ ຈາກພະຕ່າງຊາດທີ່ພວກຂ້ານ້ອຍນະມັດສະການທີ່ເທິງເນີນພູຕ່າງໆ ແລະພູເຂົາທັງຫຼາຍນັ້ນ. ຄວາມພົ້ນຂອງຊາດອິດສະຣາເອນນັ້ນມາຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍແຕ່ເທົ່ານັ້ນ. Uka jalj uñjjattʼäta |
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.