ເຢເຣມີຢາ 3:22 - ພຣະຄຳພີສັກສິ22 ພວກປະຊາຊົນທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາ ເຮົາຈະປິ່ນປົວພວກເຈົ້າໃຫ້ດີຈາກການບໍ່ສັດຊື່. ພວກເຈົ້າກ່າວວ່າ, “ແມ່ນແລ້ວ ພວກຂ້ານ້ອຍກຳລັງມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. Uka jalj uñjjattʼäta |
“ເຮົາໄດ້ຍິນປະຊາຊົນອິດສະຣາເອນເວົ້າ ດ້ວຍຄວາມໂສກເສົ້າເສຍໃຈດັ່ງນີ້: ‘ພວກຂ້ານ້ອຍດື້ດ້ານ ແລະຈອງຫອງ ດັ່ງສັດໂຕໜຶ່ງ ແຕ່ຂໍໂຜດໄດ້ສັ່ງສອນໃຫ້ເຊື່ອຟັງພຣະອົງແດ່ ຂໍໂຜດໃຫ້ໄດ້ກັບຄືນມາຫາພຣະອົງແດ່ທ້ອນ; ພວກຂ້ານ້ອຍພ້ອມແລ້ວຈະກັບຄືນມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.
ຈົ່ງບອກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫລາຍກວ່າເມື່ອເຫັນລາວເຊົາເຮັດບາບແລະມີຊີວິດຢູ່. ຊາດອິດສະຣາເອນເອີຍ ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’