21 ມີສຽງໜຶ່ງດັງຂຶ້ນເທິງທີ່ສູງທັງຫລາຍ ປະຊາຊົນອິດສະຣາເອນກຳລັງຮ້ອງໄຫ້ ແລະວອນຂໍ ເພາະພວກເຂົາໄດ້ໃຊ້ຊີວິດໃນການບາບຂອງພວກເຂົາ ແລະລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
ແຕ່ລະຄົນຈະກ່າວອອກມາວ່າ, ‘ຂ້ອຍໄດ້ເຮັດບາບ ຂ້ອຍບໍ່ໄດ້ເຮັດສິ່ງຊອບທຳ, ແຕ່ພຣະເຈົ້າໄດ້ໄວ້ຊີວິດ.
ຄົນສັດຊື່ກໍປອດໄພແລະໝັ້ນຄົງ, ແຕ່ຄົນທີ່ບໍ່ຊື່ກົງ ກໍຈະຖືກຈັບໄດ້.
ບາງຄົນເຮັດສິ່ງໂງ່ງ່າວກໍທຳລາຍຕົນເອງ ແລ້ວກໍເປັ່ງສຽງກ່າວຫາພຣະເຈົ້າຢາເວ.
ປະຊາຊົນແຫ່ງດີໂບນ ປີນຂຶ້ນສູ່ເທິງພູເພື່ອໄປຮ້ອງໄຫ້ໃນບ່ອນທີ່ມີຮູບເຄົາຣົບ. ປະຊາຊົນແຫ່ງໂມອາບຄໍ່າຄວນດ້ວຍຄວາມໂສກເສົ້າໃຫ້ເມືອງເນໂບແລະເມືອງເມເດບາ; ພວກເຂົາໄດ້ແຖຫົວແລະແຖໜວດເພື່ອສະແດງຄວາມໂສກເສົ້າ.
ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລືມໄລພຣະເຈົ້າຂອງເຈົ້າ ຜູ້ໄດ້ຊ່ວຍກູ້ເອົາແລະປ້ອງກັນພວກເຈົ້າໄວ້ດັ່ງໂງ່ນຫີນທີ່ແຂງແກ່ນ. ແຕ່ພວກເຈົ້າພັດໄດ້ເຮັດສວນສັກສິດ ເພື່ອຂາບໄຫວ້ພະຕ່າງຊາດ.
ອົງພຣະຜູ້ເປັນເຈົ້າຖາມວ່າ, “ບັນດາພະເຫຼົ່ານີ້ ທີ່ເຮັດໃຫ້ພວກເຈົ້າຢ້ານນັ້ນເປັນຜູ້ໃດ ຈຶ່ງເຮັດໃຫ້ພວກເຈົ້າເວົ້າຕົວະແລະລືມໄລເຮົາໄປຢ່າງໝົດສິ້ນ? ພວກເຈົ້າເຊົາໃຫ້ກຽດເຮົາຍ້ອນເຮົາມິດງຽບຢູ່ຕັ້ງດົນນານຊັ້ນບໍ?
ຕາມບ່ອນສູງທີ່ຖິ່ນແຫ້ງແລ້ງກັນດານ ພວກທຳລາຍລ້າງຜານໄດ້ມາປຸ້ນສະດົມຈົນໝົດ. ເຮົາໄດ້ສົ່ງເສິກມາທຳລາຍດິນແດນທັງໝົດ ຈົນບໍ່ມີຜູ້ໃດຢູ່ຢ່າງສະຫງົບສຸກໄດ້ຕາມທີ່ຕ່າງໆ.
ພຣະເຈົ້າຢາເວກ່າວວ່າ ອັນນີ້ ຈະແມ່ນຊາຕາກຳຂອງເຈົ້າ ອັນນີ້ ແມ່ນສິ່ງທີ່ພຣະອົງໄດ້ຕັດສິນໃຈກະທຳຕໍ່ເຈົ້າ ກໍຍ້ອນເຈົ້າລືມໄລພຣະອົງໄປແລະໄວ້ວາງໃຈໃນຄວາມຕົວະ.
ແຕ່ປະຊາຊົນຂອງເຮົາກັບໄດ້ລືມໄລເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ຮູບເຄົາຣົບ. ພວກເຂົາຕ່າງກໍໄດ້ພາກັນເຕະສະດຸດ ຕາມວິທີທາງທີ່ພວກເຂົາເດີນໄປນັ້ນ. ພວກເຂົາບໍ່ໄດ້ເຮັດຕາມທາງເດີມອີກຕໍ່ໄປ ພວກເຂົາແວ່ໄປຕາມທາງຊອຍທີ່ບໍ່ໄດ້ຂີດໝາຍໄວ້ໃຫ້.
ຍິງສາວລືມເຄື່ອງເອ້ຂອງຕົນໄດ້ບໍ? ຫລືເຈົ້າສາວລືມຊຸດແຕ່ງງານຂອງຕົນໄດ້ບໍ? ແຕ່ປະຊາຊົນຂອງເຮົາໄດ້ລືມໄລເຮົາໄປ ຫລາຍຟ້າຫລາຍປີເຫຼືອທີ່ຈະນັບໄດ້.
ຈົ່ງເງີຍໜ້າເບິ່ງທີ່ຈອມພູພຸ້ນດູ. ມີບ່ອນໃດແດ່ທີ່ເຈົ້າບໍ່ໄດ້ປະພຶດຢ່າງຍິງແມ່ຈ້າງ? ເຈົ້າຄອງຄອຍຄູ່ຮັກຢູ່ຕາມແຄມຖະໜົນຫົນທາງ ເໝືອນຊາວອາຣັບຄອຍຖ້າເຫຍື່ອໃນຖິ່ນແຫ້ງແລ້ງກັນດານ. ການເປັນແມ່ຈ້າງຂອງເຈົ້ານັ້ນເຮັດໃຫ້ດິນແດນເປັນມົນທິນ.
ປະຊາຊົນຈະກັບມາດ້ວຍນໍ້າຕາຫລັ່ງໄຫລ ໂດຍພາວັນນາອະທິຖານຕໍ່ເຮົາໃຫ້ນຳພວກເຂົາຄືນເມືອບ້ານ. ເຮົາຈະນຳພວກເຂົາໄປສູ່ຫ້ວຍນໍ້າທີ່ຫລັ່ງໄຫລ ຕາມທາງພຽງທີ່ພວກເຂົາຈະບໍ່ຕໍາສະດຸດໄດ້. ເຮົາເປັນດັ່ງພໍ່ຜູ້ໜຶ່ງຂອງຊາດອິດສະຣາເອນ ເອຟຣາອິມກໍເປັນລູກຊາຍກົກຂອງເຮົາດ້ວຍ.”
ພຣະເຈົ້າຢາເວກ່າວວ່າ, “ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ທຸກສາເຖີດ ຈົ່ງແຖຜົມພວກເຈົ້າອອກ ແລະໂຍນມັນຖິ້ມສາ ຈົ່ງຮ້ອງເພງອາໄລອາວອນທີ່ເທິງຈອມພູພຸ້ນ ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍໃດ ແລະປະຖິ້ມປະຊາຊົນຂອງເຮົາສາແລ້ວ.”
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເພາະເຈົ້າໄດ້ລືມໄລເຮົາແລະຫັນຫລັງໃຫ້ເຮົາ ເຈົ້າຈະທົນທຸກຍ້ອນຣາຄະຕັນຫາແລະການເປັນແມ່ຈ້າງຂອງເຈົ້າ.”
ບາງຄົນຈະປົບໜີໄປເທິງພູຕ່າງໆ ດັ່ງຝູງນົກເຂົາທີ່ສະທ້ານຢ້ານກົວມາແຕ່ຮ່ອມພູທັງຫລາຍ. ພວກເຂົາທັງໝົດຈະຄວນຄາງເພາະການບາບທີ່ພວກເຂົາໄດ້ເຮັດ.
ແຕ່ເມື່ອພວກເຈົ້າໄດ້ເຂົ້າໄປຢູ່ໃນດິນແດນອັນອຸດົມສົມບູນແລະຮັ່ງມີ ພວກເຈົ້າໄດ້ກິນອີ່ມໜຳສຳລານ ແລ້ວພວກເຈົ້າກໍຈອງຫອງ ແລະລືມໄລເຮົາ.
ປະຊາຊົນອິດສະຣາເອນໄດ້ສ້າງວັງໄວ້ຫລາຍແຫ່ງ, ແຕ່ພວກເຂົາລືມຜູ້ທີ່ສ້າງພວກເຂົາ. ປະຊາຊົນຢູດາສ້າງເມືອງທີ່ມີປ້ອມປ້ອງກັນໄວ້ຫລາຍແຫ່ງ; ແຕ່ເຮົາກໍຈະສົ່ງໄຟມາເຜົາຜານເມືອງ ແລະທຳລາຍວັງຂອງພວກເຂົາຖິ້ມ.”
ຈົ່ງຟັງຂ້າພະເຈົ້າເທີ້ນ ບັນດາຜູ້ນຳຊາດອິດສະຣາເອນເອີຍ ພວກເຈົ້າທີ່ກຽດຊັງຄວາມຍຸດຕິທຳແລະປ່ຽນຖືກໃຫ້ເປັນຜິດ.
ເທວະດາຂອງພຣະເຈົ້າຢາເວໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເຮົາມາທີ່ນີ້ເພື່ອຂັດຂວາງເຈົ້າໄວ້ ເພາະເຮົາເຫັນວ່າເຈົ້າບໍ່ຄວນຈະໄປ.
ດ້ວຍວ່າ, ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສຍໃໝ່ ຊຶ່ງນຳໄປສູ່ຄວາມພົ້ນໂດຍບໍ່ຄວນກິນແໜງ, ແຕ່ຄວາມທຸກໃຈຕາມຢ່າງໂລກນັ້ນ ຍ່ອມນຳໄປເຖິງຄວາມຕາຍ.