ເຢເຣມີຢາ 3:19 - ພຣະຄຳພີສັກສິ19 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ອິດສະຣາເອນເອີຍ ເຮົາຢາກຮັບເຈົ້າເປັນລູກຊາຍຂອງເຮົາແທ້ໆ ແລະມອບດິນແດນໃຫ້ເປັນບ່ອນທີ່ມີຄວາມຍິນດີ ຄືດິນແດນທີ່ສວຍງາມທີ່ສຸດໃນທົ່ວທັງໂລກນີ້. ເຮົາຢາກໃຫ້ເຈົ້າເອີ້ນເຮົາວ່າ ບິດາ ແລະ ບໍ່ຫັນໜີຈາກເຮົາໄປອີກຈັກເທື່ອ. Uka jalj uñjjattʼäta |
ອິດສະຣາເອນເອີຍ ເຈົ້າຄືລູກທີ່ຮັກຂອງເຮົາ ເປັນເດັກນ້ອຍທີ່ເຮົາຮັກແພງຫລາຍແທ້ໆ. ເມື່ອເຮົາເອີ່ຍເຖິງເຈົ້າຄືເອີ່ຍເຖິງຊື່ເຈົ້າຍາມໃດ ເຮົາກໍມີຄວາມຮັກແລະຄິດເຖິງເຈົ້າຍາມນັ້ນ; ຈິດໃຈເຮົາຄິດເຖິງແຕ່ເຈົ້າຢູ່ສະເໝີມາ ເຮົາບັງຄັບເຮົາເອງບໍ່ໃຫ້ເມດຕາເຈົ້າບໍ່ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.