ເຢເຣມີຢາ 3:18 - ພຣະຄຳພີສັກສິ18 ໃນວັນນັ້ນ ເຊື້ອສາຍຂອງຢູດາຈະຮ່ວມກັບເຊື້ອສາຍຂອງອິດສະຣາເອນ ແລະພວກເຂົາຈະກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນທາງທິດເໜືອພ້ອມກັນ ແລະຈະຄືນມາສູ່ດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງພວກເຂົາ ເປັນກຳມະສິດອັນຖາວອນ.” Uka jalj uñjjattʼäta |
ແຕ່ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະອອກມາຈາກປະເທດຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ.’ ເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນເດີມຂອງພວກເຂົາ ຄືດິນແດນຊຶ່ງເຮົາໄດ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ.”
ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະນຳພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄຳພາວັນນາອະທິຖານ ທຸກໆປະການຂອງພວກເຂົາເຈົ້າ.