Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:17 - ພຣະຄຳພີສັກສິ

17 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:17
44 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ເມື່ອ​ຄົນ​ຕ່າງດ້າວ​ຜູ້ໜຶ່ງ​ຢູ່​ໃນ​ດິນແດນ​ທີ່​ຫ່າງໄກ​ໄດ້ຍິນ​ຊື່ສຽງ​ຂອງ​ພຣະອົງ ແລະ​ໄດ້ຍິນ​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລ້ວ​ເຂົ້າ​ມາ​ນະມັດສະການ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ​ທີ່​ວິຫານ​ນີ້


ເມື່ອ​ຍັງ​ໜຸ່ມ​ພຣະອົງ​ໄດ້​ກະທຳ​ໃຫ້​ຂ້ານ້ອຍ​ອ່ອນແອ ແລະ​ໄດ້​ບັນດານ​ໃຫ້​ຊີວິດ​ຂ້ານ້ອຍ​ສັ້ນ​ເຂົ້າ.


ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.


ນະຄອນ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ຟັງ​ສິ່ງ​ອັດສະຈັນ ທີ່​ພຣະອົງ​ກ່າວ​ເຖິງ​ເຈົ້າ:


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ພວກ​ຕ່າງດ້າວ ທີ່​ກາຍເປັນ​ປະຊາຊົນ​ສ່ວນ​ໜຶ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ຮັກ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ ທີ່​ຢຶດຖື​ວັນ​ຊະບາໂຕ ແລະ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ຢ່າງ​ສັດຊື່​ວ່າ,


ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.


ໃນ​ປີ​ທີ່​ກະສັດ​ອຸດຊີຢາ​ຕາຍໄປ​ນັ້ນ ໃນ​ນິມິດ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ສູງສົ່ງ​ຂອງ​ພຣະອົງ ແລະ​ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຄຸມ​ຢູ່​ເຕັມ​ພຣະວິຫານ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສະຫວັນ​ເປັນ​ບັນລັງ​ຂອງເຮົາ ແລະ​ແຜ່ນດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ. ແລ້ວ​ພວກເຈົ້າ​ຈະ​ສ້າງ​ຫໍໂຮງ​ຊະນິດ​ໃດ​ສຳລັບ​ເຮົາ ຈະ​ສ້າງ​ວັງ​ຊະນິດ​ໃດ​ໃຫ້​ເຮົາ​ຢູ່?


ເຮົາ​ຮູ້ຈັກ ຄວາມຄິດ​ແລະ​ການກະທຳ​ຂອງ​ພວກເຂົາ. ເຮົາ​ກຳລັງ​ມາ ເພື່ອ​ເຕົ້າໂຮມ​ປະຊາຊົນ​ໃນ​ບັນດາ​ຊົນຊາດ​ທັງໝົດ. ເມື່ອ​ເຕົ້າໂຮມ​ແລ້ວ ພວກເຂົາ​ຈະ​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ກະທຳ​ສິ່ງໃດ​ໄດ້​ແດ່


ພວກເຂົາ​ຈະ​ນຳ​ພວກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເປັນ​ຂອງຂວັນ​ໃຫ້​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຈະ​ນຳ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ​ທັງໝົດ ມາ​ສູ່​ເນີນພູ​ສັກສິດ​ຂອງເຮົາ ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ໃຊ້​ມ້າ, ລໍ, ອູດ, ລໍ້ ແລະ​ກວຽນ. ພຣະເຈົ້າຢາເວ​ກ່າວ​ວ່າ, ດັ່ງ​ຊາວ​ອິດສະຣາເອນ​ນຳ​ພືດຜົນ​ເປັນເມັດ​ໃສ່​ພາຊະນະ​ທີ່​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ ມາ​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ ຫລື​ປະຕິບັດ​ຕາມ​ນັ້ນ​ເລີຍ. ພວກເຂົາ​ທຸກຄົນ​ຊໍ້າ​ໄດ້​ສືບຕໍ່​ດື້ດ້ານ ແລະ​ເຮັດ​ຊົ່ວ​ເໝືອນ​ເດີມ. ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຮັກສາ​ພັນທະສັນຍາ, ແຕ່​ພວກເຂົາ​ພັດ​ປະຕິເສດ. ດັ່ງນັ້ນ ເຮົາ​ຈຶ່ງ​ນຳ​ເອົາ​ໂທດກຳ​ທັງໝົດ​ທີ່​ໄດ້​ກ່າວ​ໄວ້​ໃນ​ພັນທະສັນຍາ​ນັ້ນ​ມາ​ສູ່​ພວກເຂົາ.”


ແຕ່​ຫລັງຈາກ​ເຮົາ​ໄດ້​ກວາດຕ້ອນ​ພວກເຂົາ​ໄປ​ແລ້ວ ເຮົາ​ຈະ​ເມດຕາ​ພວກເຂົາ; ເຮົາ​ຈະ​ນຳ​ແຕ່ລະ​ຊົນຊາດ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເປັນ​ຂອງຕົນເອງ ແລະ​ສູ່​ປະເທດ​ທີ່​ເປັນ​ຂອງ​ພວກເຂົາ.


ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ຈົ່ງ​ຈື່ຈຳ​ພຣະສັນຍາ ແລະ​ຢ່າ​ກຽດຊັງ​ພວກ​ຂ້ານ້ອຍ​ເລີຍ ຢ່າ​ນຳ​ຄວາມ​ອັບອາຍ​ມາ​ສູ່​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບັນລັງ​ຂອງ​ພຣະເຈົ້າ​ຕັ້ງ​ຢູ່​ຢ່າງ​ສະຫງ່າຣາສີ ຢ່າ​ຍົກເລີກ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ທ້ອນ


ແຕ່​ພວກເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ. ພວກເຈົ້າ​ທຸກຄົນ​ດື້ດ້ານ​ແລະ​ຊົ່ວຊ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ​ເລີຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ພຣະວິຫານ​ນັ້ນ ເປັນ​ດັ່ງ​ບັນລັງ​ອັນ​ສະຫງ່າຣາສີ ໂດຍ​ຕັ້ງ​ຢູ່​ເທິງ​ພູເຂົາ​ສູງ​ມາ​ແຕ່​ຕົ້ນເດີມ​ພຸ້ນ.


ພວກເຂົາ​ຈະ​ຕອບ​ວ່າ, ‘ບໍ່​ເປັນຫຍັງ​ພວກເຮົາ​ຕ້ອງ​ເຮັດ​ເຊັ່ນນັ້ນ? ພວກເຮົາ​ທຸກຄົນ​ຈະ​ດື້ດ້ານ​ແລະ​ເຮັດ​ຊົ່ວຊ້າ​ຕາມໃຈ​ຂອງ​ພວກເຮົາ​ຕໍ່ໄປ.”’


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ເຮົາ​ຢາກ​ຮັບ​ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ​ແທ້ໆ ແລະ​ມອບ​ດິນແດນ​ໃຫ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ຍິນດີ ຄື​ດິນແດນ​ທີ່​ສວຍງາມ​ທີ່ສຸດ​ໃນ​ທົ່ວ​ທັງ​ໂລກນີ້. ເຮົາ​ຢາກ​ໃຫ້​ເຈົ້າ​ເອີ້ນ​ເຮົາ​ວ່າ ບິດາ ແລະ ບໍ່​ຫັນໜີ​ຈາກ​ເຮົາ​ໄປ​ອີກ​ຈັກເທື່ອ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’


ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ, ກຽດສັກສີ ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ເຮົາ ແລະ​ທຸກໆ​ຊົນຊາດ​ໃນ​ໂລກ​ຈະ​ຢ້ານກົວ​ແລະ​ສັ່ນເຊັນ ເມື່ອ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ເຮັດ​ໃຫ້​ແກ່​ຊາວ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້ຍິນ​ເຖິງ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ນີ້.”


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.


ຢູ່​ເທິງ​ວົງ​ໂຄ້ງ​ນັ້ນ​ມີ​ສິ່ງ​ໜຶ່ງ ເບິ່ງ​ເໝືອນ​ບັນລັງ​ທີ່​ເຮັດ​ດ້ວຍ​ແກ້ວ​ມໍຣະກົດ ແລະ​ມີ​ຮູບຮ່າງ​ໜຶ່ງ​ເບິ່ງ​ເໝືອນ​ມະນຸດ​ທີ່​ກຳລັງ​ນັ່ງ​ເທິງ​ບັນລັງ​ນັ້ນ.


“ມະນຸດ​ເອີຍ ນີ້ແຫລະ​ແມ່ນ​ບັນລັງ​ຂອງເຮົາ. ເຮົາ​ຈະ​ຢູ່​ທີ່​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ປົກຄອງ​ພວກເຂົາ​ຕະຫລອດໄປ. ປະຊາຊົນ​ອິດສະຣາເອນ​ຕະຫລອດ​ທັງ​ບັນດາ​ກະສັດ​ຂອງ​ພວກເຂົາ ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ໂດຍ​ຂາບໄຫວ້​ພະອື່ນ ຫລື​ໂດຍ​ຝັງສົບ​ຂອງ ກະສັດ​ຂອງ​ພວກເຂົາ​ທີ່​ໄດ້​ຕາຍໄປ​ແລ້ວ​ໃນ​ທີ່​ນີ້​ອີກ.


ລວງຍາວ​ທັງໝົດ​ຂອງ​ກຳແພງ​ທັງ​ສີ່​ດ້ານ​ຂອງ​ນະຄອນ ມີ​ເກົ້າພັນ​ແມັດ. ຕັ້ງແຕ່​ນີ້​ຕໍ່ໄປ​ຊື່​ຂອງ​ນະຄອນ​ນີ້​ແມ່ນ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ທີ່ນີ້.”


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.


ຍອຍ​ນັ້ນ​ຈະ​ເປັນ​ສິ່ງ​ເຕືອນໃຈ ແລະ​ທຸກໆ​ເທື່ອ​ທີ່​ພວກເຈົ້າ​ເຫັນ​ຍອຍ​ນັ້ນ ມັນ​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ຄິດເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ປະຕິບັດ​ຕາມ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ລືມໄລ​ເຮົາ​ໄປ​ເຮັດ​ຕາມໃຈ​ມັກ.


ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່ໄດ້​ເປີດເຜິຍ​ກ່ຽວກັບ​ປະຈຸບັນ ແລະ​ອະນາຄົດ, ແຕ່​ພຣະອົງ​ໄດ້​ສັ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ພວກເຮົາ​ພ້ອມ​ທັງ​ເຊື້ອສາຍ​ຂອງ​ພວກເຮົາ​ຕ້ອງ​ເຊື່ອຟັງ​ກົດບັນຍັດ​ນີ້​ຕະຫລອດໄປ.”


ແຕ່​ເມື່ອ​ຜູ້ປົກຄອງ​ຕາຍໄປ​ແລ້ວ ປະຊາຊົນ​ກໍ​ກັບຄືນ​ໄປ​ເຮັດ​ຄືເກົ່າ​ແລະ​ສືບຕໍ່​ເຮັດ​ສິ່ງ​ຊົ່ວຮ້າຍ ຫລາຍກວ່າ​ເຊັ່ນ​ພໍ່​ແມ່​ຂອງ​ພວກເຂົາ​ອີກ. ພວກເຂົາ​ໄດ້​ບົວລະບັດ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ ແລະ​ສືບຕໍ່​ປະພຶດ​ຊົ່ວຮ້າຍ​ຕາມ​ວິທີ​ທາງ​ຂອງ​ພວກເຂົາ​ຢ່າງ​ດື້ດຶງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka